Home ຂ່າວການເມືອງ ລັດຖະມົນຕີກະຊວງການເງິນ ຊີ້ນໍາວຽກສ່ວຍສາອາກອນ

ລັດຖະມົນຕີກະຊວງການເງິນ ຊີ້ນໍາວຽກສ່ວຍສາອາກອນ

0

ວັນທີ 14 ກຸມພາ 2023 ນີ້ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ວຽກງານຂະແໜງສ່ວຍສາອາກອນ ວ່າ: ພະນັກ ງານຫລັກແຫລ່ງຂະແໜງສ່ວຍສາອາກອນ ຕ້ອງໄດ້ເອົາໃຈໃສ່ຕື່ມຕໍ່ວຽກງານວິຊາສະເພາະໃຫ້ຖືກ ຕ້ອງຕາມພາລະບົດບາດ, ຮັບປະກັນວຽກງານເກັບລາຍຮັບໃຫ້ໄດ້ຕາມເປົ້າໝາຍ, ສ້າງກົນໄກໃນການເຮັດວຽກ ແລະ ການປະສານງານລະຫວ່າງ ສູນກາງ ແລະ ທ້ອງຖິ່ນໃຫ້ສະດວກຂຶ້ນກວ່າເກົ່າ, ພະນັກງານວິຊາສະເພາະຂອງສູນກາງ ຕ້ອງລົງປະຕິດບັດວຽກງານຮ່ວມກັບທ້ອງຖິ່ນ, ພ້ອມທັງເຜີຍແຜ່ບັນດານິຕິກໍາທີ່ຕິດພັນໃຫ້ບັນດາເມືອງ, ແຂວງ ກໍຄື ພະນັກງານຂະແໜງສ່ວຍສາອາກອນ ແລະ ບັນດາວິສາຫະກິດ ເພື່ອແກ້ໄຂບັນດາບັນຫາ, ຂໍ້ຄົງຄ້າງໃຫ້ໄດ້ຕາມລະດັບຄາດໝາຍ.

ໃນໂອກາດດຽວກັນ, ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ກໍໄດ້ລາຍງານໂດຍຫຍໍ້ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຂອງຂະແໜງສ່ວຍສາອາ ກອນ ໃນໄລຍະຜ່ານມາ ໂດຍໄດ້ຍົກໃຫ້ເຫັນວຽກງານກົງຈັກການຈັດຕັ້ງ-ບຸກຄະລາກອນຂອງກົມ,ວຽກຄຸ້ມຄອງການເກັບລາຍຮັບ, ວຽກງານຫັນເປັນທັນສະໄໝ, ທິດທາງແຜນການ ແລະ ມາດຕະ ການຈັດຕັ້ງປະຕິບັດໃນຕໍ່ໜ້າ. ພ້ອມທັງສະເໜີປັບປຸງກົງຈັກການຈັດຕັ້ງ ກໍຄື ກົນໄກການຍົກຍ້າຍພະນັກງານວິຊາການ ແລະ ຂັ້ນຂະແໜງຢູ່ຂັ້ນທ້ອງຖິ່ນ ແລະ ປັບປຸງພາລະບົດບາດຂັ້ນຂະແໜງຢູ່ທ້ອງຖິ່ນ ເພື່ອຄວາມສະດວກໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ວຽກງານອື່ນໆທີ່ກ່ຽວ ຂ້ອງ. ສຳລັບ ວຽກກົງຈັກການຈັດຕັ້ງ-ບຸກຄະລາກອນ ຂະແໜງສ່ວຍສາອາກອນ, ໄດ້ແບ່ງຂັ້ນຄຸ້ມຄອງອອກເປັນ 2 ຂັ້ນຄື: ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ, ຂັ້ນສູນກາງປະກອບມີກົມສ່ວຍສາອາກອນ, ຂັ້ນທ້ອງຖິ່ນປະກອບມີ ສ່ວຍສາອາກອນປະຈຳແຂວງ, ນະຄອນຫລວງ ແລະ ສ່ວຍສາອາກອນປະຈຳເມືອງ ແລະ ໜ່ວຍງານສ່ວຍສາອາກອນປະຈຳເມືອງ. ສ່ວນກົງຈັກການຈັດຕັ້ງວຽກພັກ ກົມສ່ວຍສາອາກອນ ແມ່ນຄະນະພັກຮາກຖານ ແລະ ມີ 8 ໜ່ວຍພັກຂຶ້ນກັບ.

ທ່ານ ບຸນປະເສີດ ສີກຸນລະບຸດ ຍັງໃຫ້ຮູ້ອີກວ່າ: ໃນປີ 2022 ມີຫົວໜ່ວຍທຸລະກິດທີ່ຂຶ້ນກັບການຄຸ້ມຄອງຂອງຂະແໜງສ່ວຍສາອາກອນ ທັງໝົດ 136.306 ຫົວໜ່ວຍ. ໃນນີ້, ສູນກາງຄຸ້ມຄອງ 1.349 ຫົວໜ່ວຍ, ທ້ອງຖິ່ນຄຸ້ມຄອງ 134.957 ຫົວໜ່ວຍ, ຫົວໜ່ວຍທີ່ຖືບັນຊີ 25.953 ຫົວໜ່ວຍ, ຫົວໜ່ວຍຈຸນລະວິສາຫະກິດ 56.922 ຫົວໜ່ວຍ, ຫົວໜ່ວຍຄ່າເຊົ່າ 12.835 ຫົວໜ່ວຍ ແລະ ຫົວໜ່ວຍທີ່ມີລາຍຮັບຕໍ່າກວ່າ 50 ລ້ານກີບລົງມາ 35.224 ຫົວໜ່ວຍ. ໂອກາດດຽວກັນ, ທ່ານລັດຖະມົນຕີກະຊວງການເງິນ ຍັງໄດ້ຢ້ຽມຊົມລະບົບການຄຸ້ມຄອງວຽກງານຫັນເປັນທັນສະໄໝ(TaxRis) ຕື່ມອີກ.

ຂ່າວ-ພາບ: ກະຊວງການເງິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version