Home ຂ່າວຕ່າງປະເທດ ເສດຖະກິດ ສ ເກົາຫຼີ ໃນປີ 2023 ອາດຈະຂະຫຍາຍຕົວ 1,8%

ເສດຖະກິດ ສ ເກົາຫຼີ ໃນປີ 2023 ອາດຈະຂະຫຍາຍຕົວ 1,8%

0

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດທີ່ຜ່ານມາ, ສະຖາບັນເພື່ອການພັດທະນາ ສ ເກົາຫຼີ (KDI) ຫຼື ຄັງສະໝອງຂອງລັດຖະບານ ສ ເກົາຫຼີ ໄດ້ຄາດຄະເນວ່າ ເສດຖະກິດຂອງ ສ ເກົາຫຼີ ຈະຂະຫຍາຍຕົວທີ່ 1,8% ໃນປີ 2023 ຊຶ່ງສູງກວ່າການຄາດຄະເນຈາກກະຊວງເສດຖະກິດ ແລະ ການເງິນ ແລະ ທະນາຄານແຫ່ງ ສ ເກົາຫຼີ (BOK).

KDI ໄດ້ກໍານົດທ່າອ່ຽງການຂະຫຍາຍຕົວໃນປີນີ້ຢູ່ທີ່ 1,8% ຊຶ່ງບໍ່ປ່ຽນແປງຈາກໂຕເລກການຄາດຄະເນຂອງ KDI ເມື່ອ 3 ເດືອນກ່ອນໜ້ານີ້ ແລະ ສູງກວ່າທ່າອ່ຽງການຂະຫຍາຍຕົວທີ່ 1,6% ຈາກກະຊວງເສດຖະກິດ ແລະ ການເງິນ, 1,7% ຈາກ BOK ແລະ 1,7% ຈາກກອງທຶນເງິນຕາສາກົນ (IMF). KDI ໄດ້ຄາດຄະເນວ່າ ເສດຖະກິດ ສ ເກົາຫຼີ ຈະຂະຫຍາຍຕົວທີ່ 1,1% ໃນໄລຍະ 6 ເດືອນທຳອິດຂອງປີ 2023 ກ່ອນທີ່ຈະປັບຕົວດີຂຶ້ນ 2,4% ໃນປີ 6 ເດືອນທ້າຍປີນີ້. ໂຕເລກການຄາດຄະເນການຂະຫຍາຍຕົວພາກການສົ່ງອອກໄດ້ປັບເພີ່ມຂຶ້ນເປັນ 1,8% ຈາກ 1,6% ເມື່ອການຄາດຄະເນ 3 ເດືອນກ່ອນໜ້າ ຂະນະທີ່ທ່າອ່ຽງການບໍລິໂພກພາກເອກະຊົນໄດ້ປັບຫຼຸດລົງຈາກ 3,1% ມາຢູ່ທີ່ 2,8% ສ່ວນທ່າອ່ຽງອັດຕາເງິນເຟີ້ຜູ້ບໍລິໂພກໄດ້ປັບເພີ່ມຂຶ້ນ 0,3 ຈຸດ ເປັນ 3,5% ເຊັ່ນດຽວກັບໂຕເລກການຄາດຄະເນຈາກກະຊວງເສດຖະກິດ ແລະ ການເງິນ. ອີກຢ່າງໜຶ່ງ, ການປັບເພີ່ມໂຕເລກດັ່ງກ່າວເປັນຜົນມາຈາກການຂຶ້ນຄ່າອຸປະໂພກບໍລິໂພກ ເຖິງແມ່ນວ່າຈະມີການຄາດຄະເນການປັບຫຼຸດລາຄານ້ຳມັນດິບໃນຕະຫຼາດໂລກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version