Home ຂ່າວໜ້າໜຶ່ງ ກອງປະຊຸມສຸດຍອດ ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກໍາປູເຈຍ

ກອງປະຊຸມສຸດຍອດ ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກໍາປູເຈຍ

0

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ສົມເດັດ ອັກຄະມາຫາເສນາບໍດີ ເຕໂຈ ຮຸນແຊນ ປະທານພັກ ປະຊາຊົນ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງພັກ ປະຊາຊົນ ກໍາປູເຈຍ ໄດ້ເດີນທາງມາຮ່ວມກອງປະຊຸມສຸດຍອດ ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກໍາປູເຈຍ ທີ່ ນະຄອນຫຼວງວຽງຈັນ ໃນວັນທີ 14 ກຸມພາ 2023, ກອງປະຊຸມສຸດຍອດດັ່ງກ່າວ ເປັນກົນ​ໄກ​ໜຶ່ງທີ່ສໍາຄັນໃນການພົວພັນຮ່ວມມືລະຫວ່າງ 2 ພັກ ກໍຄື 2 ປະເທດ ລາວ-ກໍາປູເຈຍ ປະກອບສ່ວນສໍາຄັນເຮັດໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື ແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ການເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ ຂອງ ສົມເດັດ ເຕໂຈ ຮຸນແຊນ ແລະ ພ້ອມດ້ວຍຄະນະຄັ້ງນີ້ ໄດ້ນໍາເອົາໄມຕີຈິດມິດຕະພາບ, ຄວາມສາມັກຄີຮັກແພງອັນສະໜິດສະໜົມຂອງພັກ, ລັດ ແລະ ປະຊາຊົນກໍາປູເຈຍ ອ້າຍນ້ອງ ມາສູ່ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ. ພ້ອມກັນນັ້ນ, ສະຫາຍເລຂາທິການໃຫ່ຍ ພັກ ປປ ລາວ ໄດ້ຕາງໜ້າໃຫ້ ສູນກາງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ ແລະ ຮອບດ້ານ ທີ່ ປະຊາຊົນ ກໍາປູເຈຍ ຍາດມາໄດ້ ໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ໃນຕະຫຼອດໄລຍະຜ່ານມາ ກໍຄື ການສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃຕ້ການຊີ້ນໍາ-ນໍາພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງ ພັກປະຊາຊົນ ກໍາປູເຈຍ ອັນມີ ສົມເດັດ ເຕໂຈ ຮຸນແຊນ ເປັນປະທານ, ໂດຍສະເພາະ ບັນດາໝາກຜົນໃນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ກອງປະຊຸມສູນກາງພັກ ຄັ້ງທີ 43 ສະໄໝທີ V ຂອງພັກປະຊາຊົນ ກໍາປູເຈຍ ກໍຄື ໄຊຊະນະອັນໃຫຍ່ຫຼວງໃນການເລືອກຕັ້ງ ສະມາຊິກສະພາທ້ອງຖິ່ນ, ຜົນສໍາເລັດການເປັນປະທານໝູນວຽນອາຊຽນ ໃນປີ 2022 ຜ່ານມາ ແລະ ຜົນສໍາເລັດກອງປະຊຸມໃຫຍ່ວິສາມັນຜູ້ແທນທົ່ວປະເທດ ຂອງພັກປະຊາຊົນ ກໍາປູເຈຍ ໃນທ້າຍເດືອນມັງກອນ ຜ່ານມາ.

ສົມເດັດ ຮຸນແຊນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຜົນສໍາເລັດ ອັນສໍາຄັນ ທີ່ປະຊາຊົນລາວບັນດາເຜົ່າ ຍາດມາໄດ້ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ ປປ ລາວ ໃນການສ້າງສາ, ພັດທະນາປະເທດຊາດ ຕາມມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9, ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ອຶ່ນໆ.

ພາຍໃຕ້ບັນຍາກາດແຫ່ງໄມຕີຈິດມິດຕະພາບ, ສອງຝ່າຍ ໄດ້ພ້ອມກັນນັ້ນສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຜົນສໍາເລັດການພົບປະ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ກໍາປູເຈຍ ກໍຄື ການເຂົ້າຮ່ວມກອງປະຊຸມສຸດຍອດ ຂອງ ສົມເດັດ ຮຸນແຊນ ໃນຄັ້ງນີ້, ເຊື່ອໝັ້ນວ່າ ການພົບປະສອງພັກໃນຄັ້ງນີ້ ຈະເປັນຂີດໝາຍໃໝ່ສໍາຄັນປະກອບສ່ວນ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງ ສອງພັກ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກ ປປ ລາວ ແລະ ສົມເດັດ ຮຸນແຊນ ປະທານພັກ ປະຊາຊົນ ກໍາປູເຈຍ ໄດ້ເປັນເອກະພາບ ແລະ ຍິນດີຮ່ວມກັນ ສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ເສີມຂະຫຍາຍການພົວພັນ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ນໍາເອົາຜົນປະໂຫຍດຕົວຈິງນັບມື້ນັບຫຼາຍຂຶ້ນ ມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ, ປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ. ພາຍຫຼັງການພົບປະ ພະນະທ່ານ ທອງລຸນ ສີສຸລິດ ແລະ ສົມເດັດ ຮຸນແຊນ ໄດ້ເປັນສັກຂີພິຍານການລົງນາມເອກະສານຮ່ວມມືສອງພັກ 2 ສະບັບ.

(ຂ່າວ-ພາບ: ຄະນະພົວພັນຕ່າງປະເທດສູນກາງພັກ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version