Home ຂ່າວໜ້າໜຶ່ງ ກົມກົງສູນ ກະຊວງການຕ່າງປະເທດ ຊີ້ແຈງກ່ຽວກັບປະກົດການ ນາຍໜ້າແລ່ນເຮັດໜັງສືຜ່ານແດນ

ກົມກົງສູນ ກະຊວງການຕ່າງປະເທດ ຊີ້ແຈງກ່ຽວກັບປະກົດການ ນາຍໜ້າແລ່ນເຮັດໜັງສືຜ່ານແດນ

0

ວັນທີ 13 ກຸມພາ 2023 ນີ້, ທ່ານ ອຳໄພວັນ ຈັນທະວົງ ຫົວຫນ້າພະແນກ, ກົມກົງສຸນ ກະຊວງການຕ່າງປະເທດ ໄດ້ຖະແຫລງຂ່າວ ເພື່ອຊີ້ແຈງ, ອະທິບາຍເຖິງສະພາບການຕົວຈິງ ໃນການອອກໜັງສືຜານແດນ ໃຫ້ພົນລະເມືອງລາວ ໃນປັດຈຸບັນ, ລວມທັງປະກົດການຫຍໍ້ທໍ້ຕ່າງໆ ທີ່ອອກຢູ່ຕາມສື່ອອນລາຍ (ໜັງສືພິມພັດທະ ນາລາວ ແລະ ໂທລະພາບລາວສະຕາ) ໃນວັນທີ 10 ແລະ 12 ກຸມພາ 2023 ກ່ຽວກັບປະກົດການນາຍໜ້າແລ່ນ ເຮັດໜັງສືຜ່ານແດນ.

ຕໍ່ກັບຂ່າວທີ່ສື່ສັງຄົມອອນລາຍ ອອກຂ່າວດັ່ງກ່າວນັ້ນ, ກົມກົງສຸນ ຂໍຢືນຢັນວ່າ ຂໍ້ມູນຕາມຂ່າວດັ່ງກ່າວ ແມ່ນຂັດກັບນະໂຍບາຍ ແລະ ລະບຽບຫລັກການຂອງກົມກົງສຸນ ໃນການ ດຳເນີນການອອກໜັງສືຜ່ານແດນໃຫ້ ແກ່ປະຊາຊົນ. ເຖິງຢ່າງໃດກໍຕາມ, ພວກເຮົາໃຫ້ຄວາມສຳຄັນຕໍ່ກັບຂໍ້ມູນດັ່ງກ່າວ ແລະ ຈະມີການກວດກາຢ່າງລະອຽດຮອບດ້ານ, ຖ້າພົບເຫັນວ່າ ພະນັກງານກົມກົງສຸນ ມີສ່ວນພົວພັນກັບ ນາຍໜ້າໃນການຮຽກເກັບເງິນນຳ ປະ ຊາຊົນທີ່ເຂົ້າມາໃຊ້ບໍລິການຂໍນຳໃຊ້ໜັງສືຜ່ານແດນ ເກີນອັດຕາທີ່ລັດຖະບານກຳນົດ ແມ່ນຈະດຳເນີນມາດຕະການ ຢ່າງເດັດຂາດ ແລະ ປະຕິບັດວິໄນຕໍ່ພະນັກງານຜູ້ທີ່ກະທຳຜິດ ຕາມລະບຽບ ກົດໝາຍ. ດັ່ງນັ້ນ, ຈຶ່ງຂໍຮຽກຮ້ອງ ມາຍັງພໍ່ແມ່ປະຊາຊົນ ຫາກພົບເຫັນການເຄື່ອນໄຫວ ຫລື ມີຂໍ້ມູນທີ່ພົວພັນກັບການກະທຳທີ່ຜິດລະບຽບກົດໝາຍ ຄືດັ່ງທີ່ສື່ຕ່າງໆໄດ້ເຜີຍແຜ່ອອກໄປນັ້ນ ຂໍໃຫ້ສະໜອງຂໍ້ມູນລະອຽດໃຫ້ແກ່ ກົມກົງສຸນ ກະຊວງການຕ່າງປະເທດ ດ້ວຍ ເພື່ອຈະໄດ້ດຳເນີນມາດຕະການປ້ອງກັນ ແລະ ແກ້ໄຂຕາມລະບຽບກົດໝາຍໂດຍດ່ວນ.

ທ່ານ ອຳໄພວັນ ຈັນທະວົງ ໄດ້ໃຫ້ຮູ້ວ່າ: ມາເຖິງປັດຈຸບັນ, ຄວາມຕ້ອງການຂໍນຳໃຊ້ໜັງສືຜ່ານແດນຂອງປະ ຊາຊົນລາວເຮົາ ຍັງສືບຕໍ່ມີຈໍານວນຫລວງຫລາຍ ຊຶ່ງມີປະລິມານເກີນຂີດຄວາມສາມາດໃນການຮອງຮັບຕົວຈິງ ຂອງ ລະບົບການອອກໜັງສືຜ່ານແດນຂອງກົມກົງສຸນ ທີ່ມີຢູ່ໃນປະຈຸບັນ. ສະນັ້ນ, ຈຶ່ງເຮັດໃຫ້ການອອກໜັງສືຜ່ານແດນ ຕ້ອງໄດ້ໃຊ້ເວລາດົນ, ບໍ່ຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການຂອງບັນດາທ່ານ, ການສຳພາດເກັບກຳຂໍ້ ມູນ ກໍບໍ່ສາມາດເຮັດໄດ້ກັບມື້ ຈຶ່ງໄດ້ເລື່ອນມື້ນັດເຂົ້າມາສຳພາດອອກໄປ ຊຶ່ງປັດຈຸບັນ ການນັດເຂົ້າມາສຳພາດແມ່ນ ຮອດວັນທີ 28 ກຸມພາ 2023 ແລ້ວ. ໃນສະພາບປົກກະຕິ ຢູ່ກົມກົງສຸນ ສາມາດພິຈາລະນາຮັບໄດ້ 300 ຄົນ/ມື້, ແຕ່ເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນ ປັດຈຸບັນ ຢູ່ກົມກົງສຸນ ກໍໄດ້ລະດົມພະນັກງານ ສືບຕໍ່ປະຕິ ບັດໜ້າທີ່ເກີນໂມງລັດຖະການ ແຕ່ລະມື້ຮອດ 18:00 ໂມງ ແລະ ຮັບສຳພາດເກັບກຳຂໍ້ມູນ ໃຫ້ໄດ້ຫລາຍກວ່າ 500 ຄົນ/ມື້ (ຖ້າລວມ 6 ສູນຮັບຄຳຮ້ອງທົ່ວປະເທດ ຈະມີ 1.700-1.800 ຄົນ/ມື້). ເຖິງແມ່ນວ່າຈະຮັບສຳພາດໄດ້ເປັນ ຈຳນວນຫລວງຫລາຍ ແຕ່ການດຳເນີນການອອກໜັງສືຜ່ານແດນຂອງພວກເຮົາປົກກະຕິ ແມ່ນໄດ້ພຽງແຕ່ 800-900 ເຫລັ້ມຕໍ່ມື້. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ໜ່ວຍຈັດພິມໜັງສືຜ່ານແດນ ໄດ້ ເຮັດວຽກນອກໂມງຈົນຮອດ 21:00 ໂມງ ໃນແຕ່ລະມື້, ລວມທັງ ວັນເສົາ ແລະ ວັນອາທິດ. ແຕ່ກໍສາມາດແກ້ ໄຂໄດ້ພຽງແຕ່ 1.200-1.300 ເຫລັ້ມຕໍ່ມື້ ເທົ່ານັ້ນ.

ນອກນີ້, ເຄື່ອງຈັກ ແລະ ອຸປະກອນຮັບໃຊ້ການຜະລິດໜັງສືຜ່ານແດນທີ່ມີຢູ່ຈຳນວນໜຶ່ງ ກໍເປ່ເພ, ປັດຈຸ ບັນ, ກຳລັງສ້ອມແປງ ແລະ ຕິດຕັ້ງໃໝ່ ເພື່ອໃຫ້ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ໃນການອອກໜັງສື ຜ່ານແດນໃຫ້ແກ່ປະຊາຊົນ. ສາເຫດທີ່ມີຈຳນວນຫລາຍ ແມ່ນຍ້ອນແຮງງານທີ່ຕ້ອງການກັບໄປອອກແຮງງານຢູ່ຕ່າງປະເທດ ທີ່ກັບມາໃນໄລຍະການແພ່ລະບາດຂອງພະຍາດ ໂຄວິດ-19 ນັ້ນ ຍັງມີຈຳນວນຫລາຍທີ່ມາຂໍເຮັດໜັງສືຜ່ານແດນໃນແຕ່ລະມື້, ຊຶ່ງຄາດວ່າຍັງຈະໃຊ້ເວລາອີກໄລຍະໜຶ່ງ ສະພາບການຂໍນຳໃຊ້ໜັງສືຜ່ານແດນຈຶ່ງຈະກັບສູ່ສະພາບປົກກະຕິ.

ໂອກາດນີ້, ທ່ານ ອຳໄພວັນ ຈັນທະວົງ ໄດ້ແຈ້ງໃຫ້ຊາບອີກວ່າ: ກົມກົງສຸນ ຈະເລີ່ມທົດລອງນຳໃຊ້ລະ ບົບຄິວຈອງມື້ນັດສຳພາດອອນລາຍ ໃນວັນຈັນ ທີ 20 ກຸມພາ 2023 ນີ້ເປັນຕົ້ນໄປ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version