Home ຂ່າວໜ້າໜຶ່ງ ລາວ-ກໍາປູເຈຍ ສືບຕໍ່ຮັດແໜ້ນ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ລາວ-ກໍາປູເຈຍ ສືບຕໍ່ຮັດແໜ້ນ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

0

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນວັນທີ 13-14 ກຸມພານີ້, ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ, ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ – ຣາຊະອານາຈັກກຳປູເຈຍ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ, ທີ່ສໍານັກງານນາຍົກລັດຖະມົນຕີໃນຕອນບ່າຍຂອງວັນທີ 13 ກຸມພາ 2023. ຈາກນັ້ນ ກໍໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ ຊຶ່ງຄະນະຜູ້ແທນຝ່າຍລາວ ນໍາໂດຍພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຝ່າຍກໍາປູເຈຍ ນໍາໂດຍສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ. ໃນໂອກາດນີ້, ພະນະທ່ານນາຍົກລັດຖະມົນຕີສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ການຢ້ຽມຢາມ ສປປ ລາວ ຄັ້ງນີ້ ຂອງສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ແລະ ຄະນະ ຊຶ່ງຖືເປັນການຢ້ຽມຢາມທີ່ມີຄວາມໝາຍສໍາຄັນ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນສອງຝ່າຍ ລາວ-ກໍາປູເຈຍ ໃນຖານະເປັນເພື່ອນມິດສະໜິດສະໜົມ, ເປັນບ້ານໃກ້ເຮືອນຄຽງ, ບ້ານອ້າຍເມືອງນ້ອງ, ບ້ານແກ່ວເມືອງດອງ ມາແຕ່ບູຮານນະການ. ພ້ອມດຽວກັນນັ້ນ, ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງໃນຫຼາຍດ້ານ ທີ່ປະຊາຊົນກໍາປູເຈຍ ຍາດມາໄດ້ພາຍໃຕ້ການນໍາພາຂອງສົມເດັດ ຮຸນແຊນ. ພິເສດ, ພະນະທ່ານ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສໍາເລັດຂອງການເປັນປະທານກອງປະຊຸມສຸດຍອດອາຊຽນຄັ້ງທີ 40 – 41 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນປີ 2022 ແລະ ການເລືອກຕັ້ງສະພາຕາແສງຊຸດທີ V ໃນວັນທີ 5 ມີຖຸນາ 2022 ທີ່ຜ່ານມາ ຊຶ່ງພັກປະຊາຊົນກຳປູເຈຍ ໄດ້ຮັບໄຊຊະນະອັນໃຫຍ່ຫຼວງ.

ໃນໂອກາດດຽວກັນນີ້, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ ຈາກລັດຖະບານ ແລະ ປະຊາຊົນລາວໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືທີ່ມີມາແຕ່ດົນນານຖານບ້ານໃກ້ເຮືອນຄຽງ ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ທີ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆຕະຫຼອດມາ. ພ້ອມນີ້, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ກໍໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ສະຫາຍ ສອນໄຊ ສີພັນດອນ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາ ແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX, ໃນວັນທີ 30 ທັນວາ 2022. ພ້ອມນັ້ນ, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ກໍໄດ້ເຊື້ອເຊີນ ສະຫາຍ ສອນໄຊ ສີພັນດອນ ເດີນທາງຢ້ຽມຢາມ ຣາຊະອານາຈັກກໍາປູເຈຍ ໃນໂອກາດທີ່ເໝາະສົມ.

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ, ໄດ້ຕີລາຄາສູງ ແລະ ສະແດງຄວາມເພິ່ງພໍໃຈທີ່ເຫັນວ່າ: ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານລະຫວ່າງ ປະຊາຊົນລາວ ແລະ ກໍາປູເຈຍ ນັບມື້ໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.ການຍົກລະດັບການພົວພັນສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານໃນປີ 2019, ໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍໝັ້ນອັນແຮງກ້າຂອງສອງປະເທດ ໃນການຍົກລະດັບການພົວພັນອັນດີດັ່ງກ່າວໃຫ້ຂຶ້ນສູ່ລະດັບສູງໃໝ່ອີກ. ການພົວພັນຮ່ວມມືສອງຝ່າຍ ໃນຫຼາຍດ້ານ ໄດ້ຮັບການເສີມຂະຫຍາຍເປັນກ້າວໆ ເປັນຕົ້ນການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ, ດ້ານການເງິນ, ດ້ານພະລັງງານໄຟຟ້າ, ດ້ານໂຍທາທິການ ແລະ ຂົນສົ່ງ, ດ້ານວັດທະນະທໍາ-ສັງຄົມ ແລະ ການທ່ອງທ່ຽວ, ດ້ານວຽກງານຊາຍແດນ ແລະ ອື່ນໆ. ຂະນະດຽວກັນ, ການພົວພັນຮ່ວມມືໃນພາກພື້ນ, ອະນຸພາກພື້ນ ສືບຕໍ່ຮັດແໜ້ນ ແລະ ໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນ ເປັນຕົ້ນຂອບການຮ່ວມມືແອັກແມັກ (ACMECS), CLMV ແລະ CLV.

ພ້ອມນີ້, ສອງຝ່າຍ ໄດ້ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ, ສອງຝ່າຍເຫັນດີເປັນເອກະພາບ ສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອຮ່ວມກັນຈັດຕັ້ງປະຕິບັດບັນດາການຕົກລົງຂອງການນໍາຂັ້ນສູງຂອງສອງປະເທດ ແລະ ບັນດາເອກະສານຮ່ວມມືສອງຝ່າຍ ທີ່ມີຮ່ວມກັນໃນທຸກລະດັບໃຫ້ມີປະສິດທິພາບ ແລະ ປະສິດທີຜົນ, ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ. ສືບຕໍ່ເພີ່ມທະວີການພົວພັນຮ່ວມມືໃນດ້ານຕ່າງໆ ຢ່າງໜັກແໜ້ນ ເປັນຕົ້ນດ້ານການເມືອງ, ການຕ່າງ ປະເທດ, ປ້ອງກັນຊາດ-ປ້ອງການຄວາມສະຫຼົບ, ວຽກງານຊາຍແດນ ແລະ ອື່ນໆ. ຊູກຍູ້ເພີ່ມທະວີການພົວພັນຮ່ວມມືທາງດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ, ການເຊື່ອມໂຍງຄົມມະນາຄົມແລະ ການທ່ອງທ່ຽວ, ການສຶກສາ, ວັດທະນະທໍາ-ສັງຄົມ, ສາທາລະນະສຸກ ແລະ ອື່ນໆ. ສືບຕໍ່ປະສານສົມທົບກັນໃນການເຄື່ອນໄຫວໃນເວທີພາກພື້ນ ແລະ ສາກົນ. ນອກນີ້, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພົ້ນເດັ່ນ ໃນການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດຂອງຕົນ ແລະ ໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນຕອນທ້າຍ, ພະນະທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນກໍາປູເຈຍ ທີ່ໃຫ້ການຊ່ວຍເຫຼືອແລະ ສະໜັບສະໜູນ ສປປ ລາວ ຕະຫຼອດມາ, ທັງຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຮັກສາມູນເຊື້ອ, ຖະນຸຖະໜອມ ແລະ ເສີມຂະຫຍາຍສາຍພົວພັນອັນດີງາມ ທີ່ມີມາແຕ່ດົນນານຂອງສອງປະທດ ໃຫ້ນັບມື້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມທັງສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ: ຜົນສໍາເລັດຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ໃນຄັ້ງນີ້ ຈະປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອການຮ່ວມມືທີ່ດີງາມ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍໃຫ້ມີຄວາມແໜ້ນແຟ້ນ, ຈະເລີນງອກງາມ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ພ້ອມດຽວກັນນັ້ນ, ກໍໄດ້ອວຍພອນໃຫ້ການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ກຳປູເຈຍ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ຈົ່ງສືບຕໍ່ຂຽວສົດງົດງາມ ເພື່ອຜົນປະໂຫຍດຕົວຈິງຂອງປະຊາຊົນສອງຊາດຢ່າງແທ້ຈິງ.

ພາຍຫຼັງສໍາເລັດການພົບປະສອງຝ່າຍ, ສອງນາຍົກລັດຖະມົນຕີລາວ ແລະ ກໍາປູເຈຍ ໄດ້ຮ່ວມກັນລົງນາມເອກະສານ 2 ສະບັບຄື: 1). ສົນທິສັນຍາວ່າດ້ວຍການກໍານົດຊາຍແດນລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ທີ່ໄດ້ສຳເລັດການປັກຫຼັກໝາຍ 86% ຊຶ່ງເປັນເອກະສານສຳຄັນ ແລະ ເປັນພື້ນຖານໃຫ້ແກ່ການສືບຕໍ່ແກ້ໄຂບັນຫາເສັ້ນຊາຍແດນທີ່ຍັງເຫຼືອ ບົນພື້ນຖານມິດຕະພາບ ທີ່ເປັນມູນເຊື້ອ ລະຫວ່າງ ປະຊາຊົນສອງຊາດ. 2). ແຜນປະຕິບັດງານຮ່ວມ (Action Plan) ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ແຕ່ປີ 2023-2027, ຈະເປັນການສ້າງເງື່ອນໄຂທີ່ເປັນພື້ນຖານໃຫ້ແກ່ການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ ເປັນຕົ້ນເພີ່ມທະວີການພົວພັນດ້ານເສດຖະກິດ-ການຄ້າ, ການລົງທຶນ, ວຽກງານການກໍານົດ ແລະ ປັກຫຼັກໝາຍຊາຍແດນ, ການຮ່ວມມືກັນໃນລະດັບພາກພື້ນ ແລະ ສາກົນອື່ນໆ. ພ້ອມນີ້, ສອງນາຍົກລັດຖະມົນຕີ ກໍໄດ້ເປັນສັກຂີພິຍານ ໃນພິທີລົງນາມບົດບັນທຶກກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ກຳປູເຈຍ ແລະ ກໍາປູເຈຍ-ລາວ.

ຈາກນັ້ນ, ສອງນາຍົກລັດຖະມົນຕີ ໄດ້ຮ່ວມກັນຖະແຫຼງຂ່າວ ຕໍ່ບັນດາສື່ມວນຊົນຂອງທັງສອງຝ່າຍ ເພື່ອແຈ້ງໃຫ້ຊາບເຖິງຜົນສໍາເລັດຂອງການພົບປະສອງຝ່າຍ ແລະ ການລົງນາມເອກະສານ.

ໃນໂອກາດດຽວກັນນີ້, ໄດ້ມີພິທີປະດັບຫຼຽນຂອງລັດຖະບານແຫ່ງ ສປປ ລາວ ໃຫ້ແກ່ຄະນະຜູ້ແທນຈາກຣາຊະອານາຈັກກໍາປູເຈຍ ໂດຍພະນະທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດປະດັບຫຼຽນໃຫ້ແກ່ບັນດານັກທຸລະກິດກໍາປູເຈຍ ທີ່ປະກອບສ່ວນໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໄລຍະການແຜ່ລະບາດໂຄວິດ-19 ດັ່ງນີ້: ຫຼຽນໄຊພັດທະນາຊັ້ນ I ຈໍານວນ 4 ທ່ານຄື: 1) ທ່ານ KITH Meng, ປະທານບໍລິສັດ Royal Group, 2) ທ່ານ LEANG Meng, ປະທານບໍລິສັດ Chip Mong Group, 3) ທ່ານ CHEN Zhi, ປະທານບໍລິສັດ Prince Holding Group ແລະ 4) ທ່ານ LENG Navatra, ປະທານບໍລິສັດ Galaxy Navatra Group. ຫຼຽນໄຊພັດທະນາຊັ້ນ II ຈໍານວນ 2 ທ່ານຄື: 1) ທ່ານ ING Bun Hoaw, ປະທານບໍລິສັດ ING Holding Group. 2) ທ່ານ THAY Chea Huoth, ປະທານບໍລິສັດ Borey Peng Huoth. ຫຼຽນກາມິດຕະພາບຈໍານວນ 1 ທ່ານຄື: ທ່ານ LEE Hong, ຮອງປະທານສະມາຄົມມິດຕະພາບກໍາປູເຈຍ-ລາວ.

ໃນວັນດຽວກັນ, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈຮຸນແຊນ, ພ້ອມຄະ​ນະຜູ້​ແທນ​ຂັ້ນ​ສູງ ກໍໄດ້ເດີນທາງໄປວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງອ້າຍນ້ອງທະຫານນັກຮົບ ທີ່ໄດ້ຕໍ່ສູ້ເສຍສະຫຼະເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນ ໃນສະໄໝສົງຄາມ.

ໃນຕອນຄໍ່າຂອງວັນດຽວກັນ, ໄດ້ມີງານລ້ຽງຕ້ອນຮັບເປັນກຽດໃຫ້ແກ່ ສົມເດັດ ຮຸນແຊນ ພ້ອມດ້ວຍຄະນະ, ຈັດໂດຍພະນະທ່ານ ສອນໄຊ ສີພັນດອນ, ທີ່ໂຮງແຮມລາວພລາຊາ.

ຂ່າວ: ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version