Home ຂ່າວໜ້າໜຶ່ງ ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງນາຍົກລັດຖະມົນຕີ ກຳປູເຈຍ

ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງນາຍົກລັດຖະມົນຕີ ກຳປູເຈຍ

0

ໃນວັນທີ 13 ກຸມພານີ້, ທີ່ທຳນຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສົມ​ເດັດ ອັກຄະມະຫາ ​ເສນາ​ບໍດີ​ ເຕ​ໂຈ ຮຸນ​​​ແຊນ ນາຍົກລັດຖະມົນຕີ ​ແຫ່ງ ຣາຊະ​ອານາຈັກ ​ກໍາປູ​ເຈຍ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງວັນທີ 13-14 ກຸມພາ 2023.

ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ນາຍົກລັດຖະມົນຕີ ສົມ​ເດັດ ອັກຄະມະຫາ ​ເສນາ​ບໍດີ​ ເຕ​ໂຈ ຮຸນ​​​ແຊນ ແລະ ຄະນະຜູ້ແທນຂັ້ນສູງ ກຳປູເຈຍ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້, ເປັນການປະກອບສ່ວນສໍາຄັນໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.ພ້ອມນີ້, ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດການເປັນປະທານອາຊຽນຂອງກໍາປູເຈຍ ໃນປີ 2022 ແລະ ການເລືອກຕັ້ງສະພາຕາແສງຊຸດທີ V, ໃນວັນທີ 5 ມີຖຸນາ 2022 ຊຶ່ງພັກປະຊາຊົນກໍາປູເຈຍ ໄດ້ຮັບໄຊຊະນະອັນໃຫຍ່ຫຼວງ, ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ຄວາມສັດ ທາຂອງປະຊາຊົນ ກໍາປູເຈຍ ທີ່ມີຕໍ່ພັກປະຊາຊົນກໍາປູເຈຍ ຕະຫຼອດໄລຍະທີ່ຜ່ານມາ ກໍຄືປັດຈຸບັນ ຊຶ່ງໄດ້ນໍາເອົາການພັດທະນາ, ຄວາມຈະເລີນກ້າວໜ້າມາສູ່ປະເທດຊາດ, ເຮັດໃຫ້ທົ່ວປະເທດມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປົວແປງດີຂຶ້ນເປັນກ້າວໆ. ບົດບາດອິດທິພົນຊື່ສຽງຂອງກໍາປູເຈຍ ນັບມື້ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ພ້ອມດຽວກັນນີ້,​ ພະນະທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງການພົບປະປຶກສາຫາລືຮ່ວມກັນ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ກຳປູເຈຍ ເຫັນວ່າ: ສາມາດຕົກລົງ​ຫຼາຍ​ບັນຫາຮ່ວມກັນ. ໃນນັ້ນ, ແມ່ນການຮ່ວມລົງນາມສົນທິສັນຍາ ວ່າດ້ວຍເສັ້ນຊາຍແດນທີ່ໄດ້ສຳເລັດການປັກຫຼັກໝາຍສຳເລັດ 86% ຊຶ່ງເປັນເອກະສານສຳຄັນ ແລະ ເປັນພື້ນຖານໃຫ້ແກ່ການສືບຕໍ່ແກ້ໄຂບັນຫາເສັ້ນຊາຍແດນທີ່ຍັງເຫຼືອ ບົນພື້ນຖານມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ປະຊາຊົນສອງຊາດ ລາວ-ກຳປູເຈຍ. ນອກນີ້, ຍັງໄດ້ມີການລົງນາມ ແຜນປະຕິບັດງານຮ່ວມ (Action Plan) ວ່າດ້ວຍ ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ ໄລຍະ 2023-2027 ທີ່ຈະເປັນພື້ນຖານໃຫ້ແກ່ສອງປະເທດໃນຕໍ່ໜ້າ. ພ້ອມກັນນັ້ນ, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ ສອງນາຍົກລັດຖະມົນຕີ ລາວ-ກຳປູເຈຍ ເອົາໃຈໃສ່ຊີ້ນຳບັນດາກະຊວງ, ຂະແໜງການ ໃນການຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ລົງນາມກັນແລ້ວ ໃຫ້ມີປະສິດທິ ພາບ, ປະສິດທິຜົນ ແລະ ເປັນຮູບປະທຳຫຼາຍຂຶ້ນ. ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ ເປັນຕົ້ນດ້ານເສດຖະກິດ-ການຄ້າ, ການທ່ອງທ່ຽວ ແລະ ອື່ນໆ ໃຫ້ຫຼາຍຂຶ້ນຕື່ມ ເພື່ອນຳເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ ລາວ-ກຳປູເຈຍ. ນອກຈາກນີ້, ພະນະທ່ານ ປະທານປະເທດ ກໍໄດ້ຖືໂອກາດນີ້ ຝາກຄວາມຢື້ຢາມຖາມຂ່າວເຖິງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມຫວັງວ່າ: ຈະໄດ້ຮັບກຽດຕ້ອນຮັບ ພະບາດສົມເດັດ ມາຢ້ຽມຢາມ ນະຄອນຫຼວງວຽງຈັນ ອີກຄັ້ງໜຶ່ງ ໃນອະນາຄົດ.

ສົມ​ເດັດ ອັກຄະມະຫາ ​ເສນາ​ບໍດີ​ ເຕ​ໂຈ ຮຸນ​​​ແຊນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີທີ່ໄດ້ນຳພາຄະນະຜູ້ແທນເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການຢ້ຽມຢາມຄັ້ງນີ້, ພັກ-ລັດຖະບານ ກຳປູເຈຍ ຢືນຢັນຈະສືບຕໍ່ໃຫ້ການຮ່ວມມືສອງຝ່າຍ ໃຫ້ຫຼາຍຂຶ້ນຕື່ມໃນຕໍ່ໜ້າ ທັງໃນຂອບການຮ່ວມມືສອງຝ່າຍ, ຫຼາຍຝ່າຍ, ທັງໃນເວທີພາກພື້ນ ແລະ ສາກົນ ເພື່ອນຳເອົາຄວາມຜາສຸກ, ຄວາມຈະເລີນຮຸ່ງເຮືອງ, ຄວາມຮັ່ງມີເຂັ້ມແຂງ ມາສູ່ສອງຊາດ ກຳປູເຈຍ-ລາວ. ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ.

ໃນໂອກາດດຽວກັນນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ ແລະ ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນໂພໄຊລ້ານຊ້າງ ໃຫ້ແກ່ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ ຊຶ່ງເປັນຫຼຽນທີ່ມອບໃຫ້ຜູ້ນໍາຂອງຕ່າງປະເທດທີ່ມີຄຸນງາມຄວາມດີ, ມີຜົນງານດີເດັ່ນ ປະກອບສ່ວນໃນການເສີມສ້າງ, ປົກປັກຮັກສາສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ຕໍ່ ສປປ ລາວ.

ຂ່າວ: ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version