Home ທ່ອງທ່ຽວ ຂົວ​ທ່ານ ສຸ​ພາ​ນຸ​ວົງ

ຂົວ​ທ່ານ ສຸ​ພາ​ນຸ​ວົງ

0

​ຂົວ​ທ່ານ ສຸ​ພາ​ນຸ​ວົງ ຫຼື ເອີ້ນ​ອີກ​ຊື່​ໜຶ່ງວ່າ ຂົວ​ບ້ານ​ດ່ານ ​ຕັ້ງ​ຢູ່​ເຂດ​ບ້ານ​ດ່ານ ເມືອງ​ສາ​ລະ​ວັນ ແຂວງ ສາລະວັນ, ຫ່າງ​ຈາກ​ເທດ​ສະ​ບານ​ແຂວງ​ໄປ​ປະ​ມານ 25 ກິ​ໂລ​ແມັດ ຊຶ່ງ​ໄດ້​ຮັບ​ການກໍ່​ສ້າງ​ຂຶ້ນ​ໃນ​ປີ ຄ.​ສ 1942 ໂດ​ຍ​ແມ່ນ ສະ​ເດັດ​ເຈົ້າ ສຸ​ພາ​ນຸ​ວົງ ໃນ​ຖາ​ນະ​ນັກ​ວິ​ສະ​ວະ​ກອນ​ຂົວ​ທາງ​ຄົນ​ທຳ​ອິດ​ຂອງ​ຊາດ​ລາວ​ເຮົາ​ເປັນ​ຜູ້​ອອກ​ແບບ ແລະ ນຳ​ພາ​ໃນ​ການກໍ່​ສ້າງ​ໂດຍ​ກົງ. ຂົວ​ທ່ານ ສຸ​ພາ​ນຸ​ວົງ ເປັນ​ຂົວ​ກ່າຍ​ຂ້າມ​ແມ່​ນ້ຳ​ເຊ​ໂດນ​ເທິງ​ເສັ້ນ​ທາງ​ເລກ​ທີ 23 ທີ່​ເຊື່ອມ​ຕໍ່​ລະ​ຫວ່າງ​ ເມືອງ​ສາ​ລະ​ວັນ ໄປ​ຫາ​ ເມືອງ​ຕຸ້ມ​ລານ ແຂວງ​ສາ​ລະ​ວັນ ແລະ ເມືອງ​ພີນ ແຂວງ​ສະ​ຫວັນ​ນະ​ເຂດ. ໃນປາງ​ສົງ​ຄາມ​ອິນ​ດູ​ຈີນປີ 1968, ຂົວ​ແຫ່ງນີ້​ໄດ້​ຖືກ​ເຮືອ​ບິນຍິງ​ເປ່​ເພ ແລະ ເສດ​ສົງ​ຄາມ​ຈຳ​ນວນ​ໜຶ່ງ​ເທົ່າ​ນັ້ນ​ໃນ​ປັດ​ຈຸ​ບັນ​ນີ້. ທ່ານ​ສາ​ມາດ​ທ່ຽວ​ຊົມ​ສະ​ຖານ​ທີ່​ແຫ່ງນີ້ ເພື່ອ​ຮຽນ​ຮູ້​ປະ​ຫວັດ​ສາດ​ຂອງ​ຊາດ​ລາວ​ເຮົາ ໃນ​ໄລ​ຍະ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version