Home ແຈ້ງການສໍາຄັນ ສະພາບອາກາດ ປະຈໍາວັນທີ 29 ມັງກອນ 2023

ສະພາບອາກາດ ປະຈໍາວັນທີ 29 ມັງກອນ 2023

0

ມວນອາກາດໜາວເຢັນຍັງຈະສືບຕໍ່ແພ່ລົງມາປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວ ດ້ວຍກໍາລັງແຮງ ສົມທົບກັບກະແສລົມຕາເວັນ ອອກສ່ຽງເໜືອຍັງມີກໍາລັງແຮງພັດປົກຄຸມ ຊຶ່ງຍັງຈະເຮັດໃຫ້ອຸນຫະພູມ ອາກາດຫລຸດລົງຕື່ມອີກຢູ່ໃນແຕ່ລະພາກ ແລະ ສະພາບອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ອາກາດຈະໜາວເຢັນຫລາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມ ແລະ ຈະມີລົມພັດແຮງ ຢູ່ບາງທ້ອງຖິ່ນ ແຂວງພາກກາງ ລົງຫາ ພາກໃຕ້ຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version