Home ຂ່າວການເມືອງ ສະຖານທູດອິນເດຍ ສະຫລອງວັນຊາດຄົບຮອບ 74

ສະຖານທູດອິນເດຍ ສະຫລອງວັນຊາດຄົບຮອບ 74

0

ໃນວັນທີ 26 ມັງກອນ 2023 ຜ່ານມາ, ສະຖານເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ຈັດງານລ້ຽງເພື່ອສະສະເຫລີມສະຫລອງວັນຊາດຄົບຮອບ 74 ປີ ໂດຍມີທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸທັມ ສາກົນນິຍົມ, ປະທານສະມາຄົມມິດຕະພາບລາວ-ອິນເດຍ ພ້ອມດ້ວຍ ບັນດາທູຕານຸທູດ, ອົງການຈັດຕັ້ງສາກົນປະຈຳລາວ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

ທ່ານ ດິນກ່າ ອາສທານ່າ ເອກອັກຄະລັດຖະທູດ ອິນເດຍ ປະຈຳ ສປປ ລາວ ໄດ້ກ່າວວ່າ: ອິນເດຍໄດ້ຮັບເອກະລາດ ແຕ່ວັນທີ 15 ສິງຫາ 1947 ແລະ ປະກາດເປັນສາທາລະນະລັດ ໂດຍຮັບຮອງເອົາລັດຖະທຳມະນູນໃນວັນທີ 26 ມັງກອນ 1950 ນັບແຕ່ນັ້ນມາ ອິນເດຍໄດ້ກາຍເປັນປະເທດອະທິປະໄຕ, ສາທາລະນະລັດປະຊາທິປະໄຕ, ຮັກສາຄວາມຍຸຕິທຳຂອງປະຊາຊົນ, ເສລີພາບ ແລະ ເອກະພາບ ໂດຍອີງຕາມລັດຖະທຳມະນູນ. ການສະເຫລີມສະຫລອງໃນປີນີ້ແມ່ນຖືກຈັດຂຶ້ນໃນເວລາທີ່ປະເທດອິນເດຍກໍາລັງສະເຫລີມສະຫລອງ ຄວາມກ້າວໜາ, ວັດທະນຳທຳອັນຮຸ່ງເຮືອງ, ປະຫວັດສາດ ແລະ ຄວາມສຳເລັດຂອງອິນເດຍ ແລະ ຕໍ່ຈາກນີ້ອີກ 25 ປີ ກໍຄື ປີ 2047 ໄດ້ຖືກຕັ້ງຊື່ໄວ້ວ່າໄລຍະອຳມະຣິທ ກໍ (Amrit Kaal) ໂດຍລັດຖະບານ, ເຊິ່ງປະຊາຊົນຄວນມີຄວາມພະຍາຍາມ ເພື່ອສາມາດບັນລຸເປົ້າໝາຍຂອງສັງຄົມ ບົນພື້ນຖານການພັດທະນາແບບມີສ່ວນນຮ່ວມໃນທົ່ວປະເທດ.

ການພົວພັນທາງດ້ານການທູດ ລະຫວ່າງສອງປະເທດເຮົາໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1956, ດ້ວຍ​ຄວາມ​ສະ​ໜິດ​ສະ​ໜົມ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ ແລະ​ ກັນ. ອິນເດຍ ແລະ ສປປ ລາວ ແມ່ນຄູ່ຮ່ວມມືບົນພື້ນຖານຄວາມສະເໝີພາບ, ເຄົາລົບອະທິປະໄຕຂອງຊາດ, ມີຜົນປະໂຫຍດຂອງປະຊາຊົນທັງສອງຝ່າຍ ເພື່ອກ້າວໄປສູ່ການພັດທະນາ. ການພົວພັນລະຫວ່າງອິນເດຍ ແລະ ສປປ ລາວ ໄດ້ຮັບການ​ເສີມ​ຂະຫຍາຍ​ຢ່າງ​ບໍ່​ຢຸດ​ຢັ້ງ ດ້ວຍ​ການ​ແລກປ່ຽນ​ການຢ້ຽມຢາມຂັ້ນສູງ. ໃນຖານະທີ່ເປັນປະເທດກຳລັງພັດທະນາ, ອິນເດຍໄດ້ຂະຫຍາຍການຊ່ວຍເຫລືອດ້ານການພັດທະນາໃຫ້ແກ່ປະເທດລາວ ໂດຍອີງໃສ່ຫລັກການຮ່ວມມື ພາກໃຕ້ ຫາ ພາກໃຕ້. ນາຍົກລັດຖະມົນຕີ ນາເລນດາ ໂມດິ ຢືນຢັນວ່າ ອິນເດຍໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ເປັນຄູ່ຮ່ວມມືໃນການພັດທະນາກັບ ສປປ ລາວ.

ໂຄງການຮ່ວມມືດ້ານການພັດທະນາຂອງອິນເດຍຢູ່ໃນ ສປປ ລາວ ໄດ້ຂະຫຍາຍຕົວໂດຍສະເພາະ ການສ້າງຄວາມເຂັ້ມແຂງໃຫ້ກັບພະນັກງານ-ລັດຖະກອນລາວໂດຍຜ່ານໂຄງການເຕັກນິກ ແລະ ເສດຖະກິດຂອງອິນເດຍ (ITEC) ແລະ ການໃຫ້ທຶນການສຶກສາໄລຍະຍາວສໍາລັບການສຶກສາຊັ້ນສູງ, ໂຄງການເຫັນຜົນໄວສໍາລັບການພັດທະນາເສດຖະກິດ-ສັງຄົມພາຍໃຕ້ການຊ່ວຍເຫລືອລ້າ, ໂຄງການໃຫ້ສິນເຊື່ອ ຫລື ເງິນກູ້ຢືມດ້ວຍອັດຕາດອກເບ້ຍຕໍ່າ, ສູນລາວ-ອິນເດຍ ສໍາລັບການຝຶກອົບຮົມພາສາອັງກິດ ແລະ ການພັດທະນາຜູ້ປະກອບການ ພ້ອມທັງໂຄງການອະນຸລັກມໍລະດົກ, ລວມທັງການຟື້ນຟູສະຖານທີ່ມໍລະດົກໂລກຂອງອົງການ ອຸຍເນັສໂກ ກໍຄື ວັດພູ ທີ່ສຳຫລວດ ແລະ ບູລະນະໂດຍຜູ້ຊ່ຽວຊານຈາກການສໍາຫລວດບູຮານຄະດີຂອງອິນເດຍ.

ໃນດ້ານການຄ້າ ແລະ ການລົງທຶນ ເຖິງແມ່ນວ່າການມີສ່ວນຮ່ວມຂອງພວກເຮົາຍັງມີໜ້ອຍ, ແຕ່ມັນກໍຍັງມີທີທ່າວ່າຈະເພີ່ມຂຶ້ນອີກ. ບໍລິສັດໄອທີຂອງອິນເດຍຫລາຍບໍລິສັດມີການເຄື່ອນໄຫວຢູ່ ສປປ ລາວ. ນອກ​ນີ້​ຍັງ​ມີ​ບາງ​ຂະ​ແໜງ​ການ​ອື່ນໆ​ອີກ ເຊັ່ນ​: ຂະແໜງກະ​ສິ​ກຳ ແລະ​ ເຄື່ອງ​ປະດັບ. ໃນຂະນະທີ່ສະພາບແວດລ້ອມທາງທຸລະກິດຂອງລາວດີຂຶ້ນ, ບໍລິສັດອິນເດຍນັບມື້ນັບມີຄວາມສົນໃຈທີ່ຈະມາລົງທຶນຢູ່ ສປປ ລາວ. ນີ້ເປັນສິ່ງທີ່ເຮັດໃຫ້ຂ້າພະເຈົ້າສາມາດຮັບຮູ້ໄດ້ວ່າ ການປະກອບສ່ວນຂອງສະມາຄົມຊາວອິນເດຍຈຳນວນໜ້ອຍໜຶ່ງຢູ່ລາວ ເປັນສິ່ງໜຶ່ງທີ່ໄດ້ສົ່ງເສີມສາຍພົວພັນມິດຕະພາບລາວ-ອິນເດຍ ແລໝັ້ນໃຈວ່າ ສາຍພົວພັນນີ້ຈະສືບຕໍ່ເຂັ້ມແຂງຍິ່ງຂຶ້ນໃນຊຸມປີຕໍ່ໜ້າ ດັ່ງຄຳຂວັນທີ່ວ່າ: “ອິນເດຍ ມີໄຊ ສປປ ລາວ ມີໄຊ ມິດຕະພາບລາວອິນເດຍໝັ້ນຍືນ”.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version