Home ຂ່າວກິລາ IOC ຢືນຢັນນັກກິລາຣັດເຊຍ, ອູແກຣນ ສາມາດເຂົ້າຮ່ວມງານກິລາໂອລິມປິກ 2024 ໄດ້

IOC ຢືນຢັນນັກກິລາຣັດເຊຍ, ອູແກຣນ ສາມາດເຂົ້າຮ່ວມງານກິລາໂອລິມປິກ 2024 ໄດ້

0

ວັນທີ 26 ມັງກອນ 2023, ຄະນະກຳມະການໂອລິມປິກສາກົນ (IOC) ໄດ້ອອກຖະແຫຼງການກ່ຽວກັບສະຖານະຂອງນັກກິລາຈາກປະເທດຣັດເຊຍ ແລະ ເບລາຣຸດ ວ່າຈະສາມາດເຂົ້າຮ່ວມການແຂ່ງຂັນມະຫະກໍາກິລານານາຊາດຕ່າງໆ ຫຼັງຈາກນີ້ຫຼືບໍ່ ໂດຍສະເພາະແມ່ນງານກິລາໂອລິມປິກປີ 2024 ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງໃນປີໜ້າ. IOC ອອກຖະແຫຼງການວ່າ: ຈະບໍ່ມີນັກກິລາຄົນໃດຖືກຫ້າມເຂົ້າຮ່ວມການແຂ່ງຂັນໃນມະຫະກໍານານາຊາດ ຈາກປຶ້ມຜ່ານແດນທີ່ພວກເຂົາຖືຢູ່ ການທີ່ນັກກິລາຈາກຣັດເຊຍ ແລະ ເບລາຣູດກັບຄືນສູ່ການແຂ່ງຂັນກິລານານາຊາດ. ໂດຍສະເພາະ ໃນ ໂອລິມປິກ ເກມສ໌ ປີ 2024 ແຕ່ນັກກິລາເຫຼົ່ານັ້ນຕ້ອງບໍ່ນໍາເອົາງານມະຫະກໍາກິລາແຫ່ງມວນມະນຸດຊາດໄປກ່ຽວຂ້ອງກັບສົງຄາມ ໃນຂະນະທີ່ການແຂ່ງຂັນຈະຕ້ອງແຂ່ງຢູ່ໃນທີມທີ່ເປັນກາງ ບໍ່ໄດ້ແຂ່ງຂັນໃນຖານະເປັນນັກກິລາຂອງປະເທດຕົວເອງ ທັງໃນຮອບຄັດເລືອກ ແລະ ຮອບມະຫະກໍາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version