Home ຂ່າວໜ້າໜຶ່ງ ສປປ ລາວ ເປີດໂຕແຜນດຳເນີນງານແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງເດັກສະບັບທຳອິດ

ສປປ ລາວ ເປີດໂຕແຜນດຳເນີນງານແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງເດັກສະບັບທຳອິດ

0

ແຜນດໍາເນີນງານແຫ່ງຊາດ 5 ປີ ສະບັບນີ້ໄດ້ຖືກພັດທະນາຂຶ້ນໂດຍການຮ່ວມມືລະຫວ່າງ ອົງການຢູນິເຊັບ, ສາທາລະນະລັດເກົາຫຼີ ແລະ ປະເທດອົດສະຕຣາລີ, ເເລະ ຈະຊ່ວຍລັດຖະບານເເຫ່ງ ສປປ ລາວ ໃນການເສີມສ້າງຄວາມສາມາດສໍາລັບການສະໜອງການບໍລິການປົກປ້ອງໃຫ້ເເກ່ເດັກທີ່ມີຄວາມສ່ຽງ.

ນະຄອນຫຼວງວຽງຈັນ, ວັນທີ 27 ມັງກອນ 2023 ໃນມື້ນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການຢູນີເຊັບ, ໄດ້ຈັດກອງປະຊຸມເປີດຕົວແຜນດຳເນີນງານແຫ່ງຊາດ 5 ປີ ສະບັບທຳອິດເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງເດັກໃນ ສປປ ລາວ, ເຊີ່ງແຜນດໍາເນີນງານແຫ່ງຊາດນີ້ຈະເປັນເອກະສານອ້າງອີງໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງຂອງພາກລັດ, ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ໃນການວາງ​ແຜນ​, ການ​ຈັດຕັ້ງປະ​ຕິ​ບັດ ເເລະ​ລະດົມຊັບພະຍາກອນ ເພື່ອປົກປ້ອງເດັກຈາກຄວາມຮຸນແຮງ, ການລ່ວງລະເມີດ ແລະ ການຂູດຮີດ.

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເເລະ ມີຄູ່​​ເຂົ້າ​ຮ່ວມງານຫຼາຍກ່ວາ 60 ​ຄົນ, ລວມເຖີງ ທ່ານ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈໍາ ສປປ ລາວ, ພະນະທ່ານ ຈອງ ຢອງ ຊູ, ເອກອັກຄະລັດຖະທູດ ຂອງ ສາທາລະນະລັດ ເກົາຫຼີ ປະຈຳ ສປປ ລາວ  ແລະ ທ່ານ ແດນ ເເຮວເດິນ, ຮອງເອກອັກຄະລັດຖະທູດ ຂອງ ປະເທດອົດສະຕາລີ ປະຈໍາ ສປປ ລາວ.

ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ກ່າວວ່າ: “ແຜນດໍາເນີນງານແຫ່ງຊາດສະບັບນີ້ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໃນໄລຍະແຕ່ປີ 2022 ຫາ ປີ 2026, ຢັ້ງຢືນເຖິງຄວາມເອົາໃຈໃສ່ຂອງລັດຖະບານ ແຫ່ງ ສປປ  ລາວ ຕໍ່ການປົກປ້ອງ  ແລະ ສົ່ງເສີມສິດທິຂອງເດັກທຸກຄົນໃນປະເທດລາວ ເຊິ່ງເປັນ​ສິ່ງ​ສຳຄັນທີ່ສຸດ​ຕໍ່​ການ​ຢູ່​ລອດ ​ແລະ​ ການ​ເຕີບ​ໂຕ​ຂອງ​ເຂົາເຈົ້າ​.” ທ່ານລັດຖະມົນຕີຍັງໄດ້ຮັບຮູ້ເຖິງການສະໜັບສະໜູນຈາກ ອົງການຢູນິເຊັບ, ສາທາລະນະລັດເກົາຫຼີ ແລະ ລັດຖະບານປະເທດອົດສະຕຣາລີ, ເຊິ່ງມີຄວາມສຳຄັນຫຼາຍຕໍ່ການພັດທະນາແຜນດຳເນີນງານແຫ່ງຊາດສະບັບນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງເດັກໃນ ສປປ ລາວ.

ລະບົບປົກປ້ອງເດັກນັ້ນເເມ່ນປະກອບດ້ວຍບັນດາກົດໝາຍ, ນະໂຍບາຍ, ລະບຽບການ ແລະ ການບໍ􀁩ລິການທີ່ຈໍາເປັນໃນທຸກຂະແໜງການຂອງສັງຄົມ ເພື່ອສະໜັບສະໜູນການປ້ອງກັນ ແລະ ການແກ້􀁥ໄຂບັນຫາຄວາມສ􀁤ຽງທີ່ກ􀁤ຽວຂ້􀁥ອງກັບການປົກ    ປ້􀁥ອງເດັກ. ລະບົບປົກປ້ອງເດັກຍັງປະກອບດ້ວຍການພົວພັນປະສານງານລະຫວ່າງອົງປະກອບຕ່າງໆທີ່ກ່າວມາຂ້າງເທິງ ແລະ ພາກສ່ວນຕ່າງໆທີ່ຢູ່ໃນລະບົບປົກປ້􀁥ອງເດັກເຊັ່ນ: ເດັກນ້ອຍ, ຄອບຄົວ ແລະ ຊຸມຊົນ. ສໍາລັບບູລິມະສິດໃນການຈັດຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດນີ້ລວມມີການສ້າງຄວາມເຂັ້ມແຂງດ້ານກອບກົດໝາຍ ແລະ ນະໂຍບາຍທີ່ກ່ຽວຂ້ອງກັບເດັກ, ການພັດທະນາບຸກຄະລາກອນສັງຄົມສົງເຄາະ ແລະ ການສ້າງຄວາມອາດສາມາດຂອງຜູ້ໃຫ້ບໍລິການ, ການສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ ແລະ ຜູ້ເບິ່ງແຍງດູແລເດັກ, ແລະ ສ້າງໂອກາດໃຫ້ເດັກມີສ່ວນຮ່ວມໃນການຕັດສິນໃຈກ່ຽວກັບບັນຫາທີ່ມີຜົນກະທົບໂດຍກົງຕໍ່ເຂົາເຈົ້າ.

ພະນະທ່ານ ຈອງ ຢອງ ຊູ ໄດ້ກ່າວວ່າ: “ການເປີດຕົວແຜນດໍາເນີນງານແຫ່ງຊາດສະບັບນີ້ ແມ່ນອີງໃສ່ຄວາມເຂົ້າໃຈທີ່ເປັນອັນໜຶ່ງອັນດຽວກັນຂອງພວກເຮົາທີ່ວ່າ ເດັກນ້ອຍແມ່ນອະນາຄົດຂອງປະເທດ.  ຂ້າພະເຈົ້າຮູ້ສຶກປະທັບໃຈຫຼາຍທີ່ໄດ້ເຫັນ​ ສາທາລະນະລັດ ເກົາຫຼີ, ໂດຍຜ່ານອົງການຮ່ວມມືສາກົນຂອງສາທາລະນະລັດເກົາຫຼີ (KOICA), ເຮັດວຽກຄຽງຂ້າງກັບ ອົງການຢູນິເຊັບ ແລະ ບັນດາປະເທດທີ່ມີແນວຄວາມຄິດຄ້າຍກັນເຊັ່ນ ປະເທດອົດສະຕຣາລີ ເພື່ອຊ່ວຍ ສປປ ລາວ ພັດທະນາ ແລະ ປະຕິບັດແຜນດໍາເນີນງານແຫ່ງຊາດສະບັບນີ້ ເພື່ອຊ່ວຍໃນການປົກປ້ອງເດັກທຸກຄົນ”.

ທ່ານ ແດນ ເເຮວເດິນ ກໍ່ໄດ້ກ່າວວ່າ: “ອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ເຮັດວຽກກັບ ອົງການຢູນິເຊັບ ເພື່ອສະໜັບສະ    ໜູນລັດຖະບານເເຫ່ງ ສປປ ລາວ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການປົກປ້ອງສຳລັບເດັກທີ່ມີຄວາມສ່ຽງໃນຊຸມຊົນ ແລະ ການທົດລອງຈັດຕັ້ງປະຕິບັດຕົວແບບສໍາລັບການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງເດັກໃນຊຸມປີຜ່ານມາ ແລະ ໃນອະນາຄົດຂ້າງໜ້າ”.

ໃນຊຸມປີທີ່ຜ່ານມານີ້, ສປປ ລາວ ໄດ້ສຸມຄວາມພະຍາຍາມເປັນພິເສດຕໍ່ການພັດທະນາ ແລະ ເສີມສ້າງລະບົບປົກປ້ອງເດັກ. ໃນເດືອນມັງກອນ 2022,  ກະຊວງ ຮສສ ກໍໄດ້ອອກ “ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການປົກປ້ອງ ແລະ ຊ່ວຍເຫຼືອເດັກ” ເຊິ່ງໄດ້ກໍານົດບົດບາດ, ຄວາມຮັບຜິດຊອບ ແລະ ຂັ້ນຕອນການເຮັດວຽກຂອງຄະນະກຳມະການປົກປ້ອງ ແລະ ຊ່ວຍເຫຼືອເດັກໃນຂັ້ນ​ຕ່າງໆ, ​ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ປະຕິບັດວຽກງານການ​ປົກ​ປ້ອງ ​ແລະ ການ​ຊ່ວຍ​ເຫຼືອ​ເດັກ​ໃນ​ທົ່ວ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ. ນອກນັ້ນ, ກະຊວງ ຮສສ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການຢູນີເຊັບ ເເລະ ທຶນຊ່ວຍເຫຼືອຈາກ ລັດຖະບານປະເທດອົດສະຕາລີ ໂດຍຜ່ານ ກະຊວງການຕ່າງປະເທດ ແລະ ການຄ້າຂອງປະເທດອົດສະຕາລີ (DFAT) ແລະ KOICA, ກໍໄດ້ຈັດຕັ້ງປະຕິບັດການທົດລອງຕົວແບບໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງເດັກຢູ່ແຂວງ ອັດຕະປື ແລະ ຊຽງຂວາງ, ເຊີ່ງຕົວແບບດັ່ງກ່າວຍັງມີໂອກາດຖືກຜັນຂະຫຍາຍໄປສູ່ເເຂວງອື່ນໆ ອີກເຊັ່ນດຽວກັນ.

ທ່ານ ດຣ. ເພຍ ເຣເບລໂລ ບຣິດໂຕ ກ່າວ: “ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຕໍ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ໄດ້ນໍາພາການສ້າງແຜນດໍາເນີນງານແຫ່ງຊາດເພື່ອສ້າງຄວາມເຂັ້ມແຂງເເກ່ລະບົບປົກປ້ອງເດັກ ສະບັບ ທໍາອິດຂອງ ສປປ ລາວ ນີ້, ເຊີ່ງໄດ້ຜ່ານຂະບວນການພັດທະນາທີ່ມີສ່ວນ​ຮ່ວມ​ໂດຍພາກສ່ວນທີ່ກ່ຽວຂ້ອງທັງ​ຫມົດ ​ລວມເຖີງ​ບັນດາເດັກ​ນ້ອຍ. ແຜນດັ່ງກ່າວຈະຮັບປະກັນວ່າບັນຫາຕ່າງໆກ່ຽວກັບການປົກປ້ອງເດັກນັ້ນຈະໄດ້ຮັບການແກ້ໄຂ ເເລະ ມັນຍັງເປັນ

ຂີດໝາຍອັນສຳຄັນສຳລັບລັດຖະບານເເຫ່ງ ສປປ ລາວ ໃນການບັນລຸເປົ້າໝາຍພັດທະນາແບບຍືນຍົງທີ່ກ່ຽວຂ້ອງກັບສິດທິເດັກ ແລະ ການຈັດຕັ້ງປະຕິບັດບັນດາຂໍ້ສະເໜີແນະຂອງຄະນະກໍາມະການສິດທິເດັກຂອງ ສປຊ ຕໍາການຈັດຕັງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກຂອງລາວ”. 

ສປປ ລາວ ເປັນປະເທດທຳອິດໃນພາກພື້ນ ທີ່ໄດ້ດຳເນີນຂະບວນການລະອຽດຮອບດ້ານໃນການສໍາ​ຫຼວດ​, ວາງ​ວິ​ໄສ​ທັດ​, ​ ​ວາງແຜນການ ​ແລະ ​ຮູບ​ແບບ ຂອງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງເດັກ ແລະ ການພັດທະນາບຸກຄະລາກອນສັງຄົມສົງເຄາະ. ຂະບວນການນີ້ລວມມີການເຮັດການປະເມີນລະບົບປົກປ້ອງເດັກໃນ ສປປ ລາວ ໃນປີ 2019, ການສ້າງຂໍ້ສະເໜີແນະເພື່ອສ້າງຄວາມເຂັ້ມແຂງເເກ່ລະບົບປົກປ້ອງເດັກ ໃນປີ 2020, ການສ້າງແຜນດໍາເນີນງານແຫ່ງຊາດເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການປົກປ້ອງເດັກ 2022-2026 ແລະ ຄໍາແນະນຳສໍາລັບການພັດທະນາບຸກຄະລາກອນສັງຄົມສົງເຄາະໃນ ສປປ ລາວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version