Home ຂ່າວການເມືອງ ນາຍົກລັດຖະມົນຕີ ສສ ຫວຽດນາມ ຕ້ອນຮັບປະທານສະມາຄົມມິດຕະພາບລາວ-ຫວຽດນາມ ຂັ້ນສູນກາງ

ນາຍົກລັດຖະມົນຕີ ສສ ຫວຽດນາມ ຕ້ອນຮັບປະທານສະມາຄົມມິດຕະພາບລາວ-ຫວຽດນາມ ຂັ້ນສູນກາງ

0

ໃນໂອກາດທີ່ໄດ້ນໍາຄະນະຜູ້ແທນຂັ້ນສູງ ແຫ່ງ ສສ ຫວຽດນາມ ເດີນທາງຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ແຕ່ວັນທີ 11-12 ມັງກອນ 2023, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ, ໃນຕອນແລງຂອງວັນທີ 11 ມັງກອນ 2023.

ໂອກາດນີ້, ສະຫາຍ ບໍ່ວຽງຄຳ ວົງດາລາ ໄດ້ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ພ້ອມດ້ວຍຄະນະ ໃນຄັ້ງນີ້ ຖືເປັນການປະ ກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນ, ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມອ້າຍນ້ອງ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດຂອງປະຊາຊົນຫວຽດນາມອ້າຍນ້ອງ ໃນພາລະກິດສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດພາຍໃຕ້ການນໍາພາອັນສະຫລາດສ່ອງໃສຂອງ ພັກກອມມູນິດຫວຽດນາມ. ພ້ອມນີ້, ສະຫາຍ ບໍ່ວຽງຄຳ ວົງດາລາ ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດ ບັນດາກິດຈະກໍາສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ຂອງສະມາຄົມມິດຕະພາບລາວ-ຫວຽດນາມ, ໃນນັ້ນ ພິເສດແມ່ນໄດ້ຮ່ວມກັບສະມາຄົມມິດຕະພາບ ຫວຽດນາມ-ລາວ ຈັດບຸນມະໂຫ ລານມິດຕະພາບ ປະຊາຊົນສອງປະເທດລາວ ແລະ ຫວຽດນາມ ຄັ້ງທີ 5, ຈັດພິມວາລະສານສະບັບພິເສດ “ສອງຟາກສາຍພູຫລວງ ຕາເວັນອອກ ແລະ ຕາເວັນຕົກ” ແລະ ກິດຈະກໍາອື່ນໆ. ພ້ອມນັ້ນ, ຍັງໄດ້ຢືນຢັນຈະຮ່ວມກັບສະມາຄົມມິດຕະພາບ ຫວຽດນາມ-ລາວ ເຄື່ອນໄຫວຕາມພາລະບົດບາດ ເພື່ອສຶກສາອົບຮົມປະຊາຊົນ ຂອງສອງປະເທດ ໂດຍສະເພາະ ຮຸ່ນສືບທອດໄດ້ສຶກສາຮຽນຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບສາຍພົວພັນອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານຂອງສອງປະເທດ ເພື່ອໃຫ້ເຂົາເຈົ້າເປັນເຈົ້າການປົກປັກຮັກສາ, ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນ ທີ່ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ໄດ້ສ້າງ ແລະ ການນຳແຕ່ລະຮຸ່ນ ໄດ້ຮ່ວມກັນຖະໜຸຖະໜອມ ປົກປັກຮັກສາ ແລະ ເສີມຂະຫຍາຍມາແລ້ວນັ້ນ ໃຫ້ໝັ້ນຄົງຂະໜົງແກ່ນຕະຫລອດຊົ່ວກາລະນານ.

ໂອກາດດຽວກັນນີ້, ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ ແລະ ຫວຽດນາມ ທີ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍເປັນກ້າວໆຕະຫລອດມາ ສະເພາະ ການພົວພັນຮ່ວມມື ລະຫວ່າງ ສະມາຄົມມິດຕະພາບ ຫວຽດນາມ-ລາວ ແລະ ສະມາຄົມມິດຕະພາບ ລາວ-ຫວຽດນາມ, ພ້ອມທັງໄດ້ໃຫ້ທິດຊີ້ນໍາ ສອງສະມາຄົມມິດຕະ ພາບ ສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ, ປະຕິບັດພາລະບົດບາດ ແລະ ຈັດຕັ້ງປະຕິບັດວຽກງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນຕື່ມ ເພື່ອປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ອ້າຍນ້ອງ ກໍຄື ລະຫວ່າງ ສອງສະມາຄົມມິດຕະພາບ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ.

ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version