Home ສຶກສາ ອອປສ ຕ້ອນຮັບ ຄູອາຈານ-ນັກສຶກສາຂອງຄະນະນິຕິສາດ ແລະ ລັດຖະສາດ ມຊ

ອອປສ ຕ້ອນຮັບ ຄູອາຈານ-ນັກສຶກສາຂອງຄະນະນິຕິສາດ ແລະ ລັດຖະສາດ ມຊ

0

ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ​ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ສົມເດດ ແກ້ວວົງສັກ ຮອງຄະນະບໍດີ ຝ່າຍວິຊາການຂອງຄະນະນິຕິສາດ – ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ​ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາຂອງຄະນະນິຕິສາດ – ລັດທະສາດ ຈາກ ມຊ ຈຳນວນ​ 50​ ກວ່າຄົນ ໃນວັນທີ 11​ ມັງກອນ ນີ້ ທີ່ຫ້ອງປະຊຸມໃຫຍ່ຂອງອົງການດັ່ງກ່າວໂດຍມີບັນດາທ່ານຫົວໜ້າກົມຕິດຕາມກວດກາການດໍາເນີນຄະດີອາຍາ,​ ກົມຕິດຕາມກວດກາການດໍາເນີນຄະດີແພ່ງ, ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ແລະ ຫົວໜ້າກົມຕິດຕາມກວດກາທົ່ວໄປ ຈາກ​ ອອປສ​ ເຂົ້າຮ່ວມ.

ການລົງມາເຄື່ອນໄຫວທັດສະນະສຶກສາໃນຄັ້ງນີ້ ຄູ-ອາຈານ ແລະ ນັກສຶກສາໄດ້ແລກປ່ຽນບົດຮຽນ ທາງດ້ານວິຊາການຈາກຄະນະວິຊາການ ຂອງ ອອປສ ເປັນຕົ້ນແມ່ນໄດ້ຮັບຮູ້ພາລະບົດບາດ ແລະ ໜ້າທີ່ຂອງ ອອປສ ໃນການຕິດຕາມກວດກາປະຕິບັດກົດໜາຍ ແລະ ໄດ້ແລກປ່ຽນບົດຮຽນ ຈາກກົມວິຊາການຈໍານວນໜຶ່ງ ເພື່ອນໍາໄປໝູນໃຊ້ເຂົ້າໃນຫຼັກສູດເພື່ອເຮັດໃຫ້ ການຮຽນ – ການສອນ ທາງດ້ານທິດສະດີໃນຫ້ອງຮຽນ ແລະ ພາກປະຕິບັດວຽກງານຕົວຈິງ ໃຫ້ມີຄວາມສອດຄ່ອງກັນຫຼາຍຂຶ້ນ ເວົ້າລວມ, ເວົ້າສະເພາະ ການຮຽນ – ການສອນ ທາງດ້ານວິຊາການກົດໝາຍເປັນຕົ້ນພາກວິຊາກົດໜາຍອາຍາ. ທັງນີ້ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ນັກສຶກສາ ພາກວິຊາກົດໝາຍອາຍາ ໃຫ້ມີຄວາມຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໃນພາກປະຕິບັດຕົວຈິງ.

ຈາກນັ້ນ,​ ທ່ານຮອງຫົວໜ້າ ອອປສ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານຮອງຄະນະບໍດີ, ຄູ-ອາຈານ ແລະ ນັກສຶກສາ ທີ່ໃຫ້ຄວາມສໍາຄັນໃນການເລືອກເອົາ ອອປສ ເປັນສະຖານທີ່ສຶກສາ ແລະ ແລກປ່ຽນບົດຮຽນອັນສໍາຄັນ ເພື່ອເປັນການຊຸກຍູ້ການຮຽນ – ການສອນ ໃຫ້ມີຄຸນນະພາບສູງຂຶ້ນ, ປະກອບສ່ວນໃນການສ້າງນັກກົດໜາຍ ອອກມາຮັບໃຊ້ສັງຄົມ ຕາມແນວທາງຂອງພັກ – ລັດຖະບານໃຫ້ໄດ້ທາງປະລິິິິິິິິມານ ແລະ ຄຸນນະພາບ.

(ຂ່າວ-​ພາບ: ວັນເພັງ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version