Home ຂ່າວໜ້າໜຶ່ງ ສະຫລອງວັນໄຊຊະນະ ຂອງການປະຕິວັດ ກູບາ ຄົບຮອບ 64 ປີ

ສະຫລອງວັນໄຊຊະນະ ຂອງການປະຕິວັດ ກູບາ ຄົບຮອບ 64 ປີ

0

ສະຖານເອກອັກຄະລັດຖະທູດ ກູບາ ປະຈຳ ສປປ ລາວ ຈັດພິທີ ສະເຫລີມສະຫລອງ ວັນໄຊຊະ ນະຂອງການປະຕິວັດກູບາ ຄົບຮອບ 64 ປີ ໃນວັນທີ 10 ມັງກອນ 2023 ໂດຍມີ ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ, ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ມີບັນດາລັດຖະມົນຕີ, ຮອງລັດຖະ ມົນຕີ, ຫົວໜ້າກົມ, ຮອງກົມ, ທູຕານຸທູດ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໂອກາດນີ້, ທ່ານນາງ ແອນນາ ເອເທີ ວຽນ ວານ ເດສ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດກູບາ ປະຈຳ ສປປ ລາວ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອ ແລະ ໄຊຊະນະຂອງການປະຕິວັດກູບາ ໃນໄລຍະຜ່ານມາ, ພ້ອມທັງຍົກໃຫ້ເຫັນ ສິ່ງທ້າທາຍ, ຂໍ້ຫຍຸ້ງຍາກ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ກູບາ ໃນໄລຍະຜ່ານມາ. ໃນປີ 2022 ທີ່ຜ່ານມາ, ກູບາ ໄດ້ປຜະເຊີນໜ້າກັບຫລາຍບັນຫາທ້າທາຍ ແລະ ຫຍຸ້ງຍາກ ຢູ່ພາຍໃນປະເທດ ແລະ ສະພາບການສາກົນທີ່ສັບສົນ ເຮັດໃຫ້ ກູບາ ບໍ່ສາມາດບັນລຸແຜນພັດທະນາແຫ່ງຊາດ ຕາມຄາດໝາຍ.

ໃນນັ້ນ, ກູບາ ໄດ້ຜະເຊີນກັບເຫດການທີ່ຮ້າຍແຮງ ເຊັ່ນ: ອຸບັດເຫດແກັດລະເບີດຢູ່ໂຮງແຮມ Saratoga ຢູ່ນະຄອນຫລວງລາຮາວານ, ໄຟໄໝ້ສາງເກັບນໍ້າມັມເຊື້ອໄຟ ຢູ່ແຂວງມາຕາງສັດ ແລະ ພະຍຸເຮີລິເຄນ ອ່ຽງ ທີ່ພັດຜ່ານພາກກາງ ແລະ ພາກເໜືອຂອງ ກູບາ ທີ່ຮ້າຍແຮງ, ບວກໃສ່ການລະບາດຂອງພະຍາດ ໂຄວິດ-19 ເຮັດໃຫ້ ກູບາ ໄດ້ຮັບຜົນກະທົບຢ່າງໜັກ, ແຕ່ເຖິງຢ່າງໃດກໍຕາມ ບັນຫາດັ່ງກ່າວ, ກໍບໍ່ໄດ້ເຮັດໃຫ້ ສ ກູບາ ທໍ້ຖອຍ ໃຈ. ກູບາ ໄດ້ຊຸກຍູ້ການພັດທະນາບັນດາໂຄງການ ແນໃສ່ຊອກຫາຊ່ອງທາງແກ້ໄຂບັນຫາເສດຖະກິດ-ສັງຄົມ ທີ່ຕ້ອງ ໄດ້ແກ້ໄຂຢ່າງໄວ ໂດຍສະເພາະໂຄງການຊຸກຍູ້ການຜະລິດສະບຽງອາຫານ ແລະ ໂພຊະນາການ, ຍຸດທະສາດ ເພື່ອໃຫ້ບັນລຸຄວາມໝັ້ນຄົງໄຟຟ້າແຫ່ງຊາດ, ການພັດທະນາຍຸດທະສາດເພື່ອຄວບຄຸມ ແລະ ຕ້ານການແພ່ລະບາດ ຂອງພະຍາດໂຄວິດ-19 ດ້ວຍວັກຊິນ 3 ຊະນິດທີ່ ນັກວິທະຍາສາດກູບາ ເປັນຜູ້ຄິດຄົ້ນໄດ້ ແລະ ອື່ນໆ. ພ້ອມນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນແຜນການພັດທະນາເສດຖະກິດ ໃນປີ 2023 ເຊິ່ງໄດ້ກໍານົດເປົ້າໝາຍ ທີ່ມີຄວາມສຳຄັນ ເພື່ອຜະເຊີນໜ້າກັບທຸກບັນຫາຂອງເສດຖະກິດແຫ່ງຊາດ, ພ້ອມທັງສືບຕໍ່ຊຸກຍູ້ການສ້າງຄວາມ ສາມາດ ແລະ ສະພາບແວດລ້ອມດ້ານສະຖາບັນ ໃຫ້ມີຄວາມຄືບໜ້າຢ່າງມີປະສິດທິຜົນ ແລະ ກ້າວໜ້າຕາມຮູບ ແບບການພັດທະ ນາເສດຖະກິດ-ສັງຄົມ.

ພ້ອມນີ້, ທ່ານນາງ ແອນນາ ເອເທີ ວຽນ ວານ ເດສ ຍັງໄດ້ຍົກໃຫ້ເຫັນ ການພົວພັນກັບ ສປປ ລາວ ໂດຍສະເພາະໃນປີ 2022 ສອງຝ່າຍໄດ້ມີການພົບປະແບບທາງໄກຮ່ວມກັນ ລະຫວ່າງ ການນຳຂັ້ນສູງທັງສາຍ ພັກ-ລັດ, ອົງການຕຸລາການ ແລະ ນິຕິບັນຍັດ. ນອກຈາກນັ້ນ, ການພົວພັນຂອງປະຊາຊົນໄດ້ເຂົ້າສູ່ລວງເລິກ ກໍຄື ການ ແລກປ່ຽນຄະນະຜູ້ແທນຮ່ວມກັນ, ກູບາ ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ ຮ່ວມກັບ ສປປ ລາວ ພາຍຫລັງ ທີ່ໄດ້ມີການລົງນາມສັນຍາຮ່ວມໃນໂອກາດທີ່ ທ່ານນາຍົກລັດຖະມົນຕີ ແຫ່ງ ສ ກູບາ ຢ້ຽມຢາມ ສປປ ລາວ ໃນ ເດືອນຕຸລາ 2022 ຜ່ານມາ. ພ້ອມນັ້ນ, ກູບາ ຍັງຈະເອົາໃຈໃສ່ໃນການຮັກສາສາຍພົວພັນທີ່ມີມູນເຊື້ອຖານອ້າຍ ນ້ອງທີ່ເກີດຢູ່ຖໍ້າເມືອງວຽງໄຊ ເຊິ່ງເປັນສະຖານທີ່ທຳອິດທີ່ທີມແພດກູບາ ມາປະຈຳຢູ່ ສປປ ລາວ. ຄຽງຄູ່ກັນນັ້ນ, ພວກເຮົາຈະຕ້ອງໄດ້ສືບຕໍ່ຊຸກຍູ້ບັນຫາທີ່ຍັງຄົງຄ້າງ ລະຫວ່າງ ສອງປະເທດຂອງພວກເຮົາ ເພື່ອເປັນການເສີມຂະ ຫຍາຍ ແລະ ຮັດແໜ້ນການພົວພັນສອງຝ່າຍ ແລະ ແນໃສ່ການກະກຽມສະເຫລີມສະຫລອງ 50 ປີ ແຫ່ງການ ສ້າງຕັ້ງສາຍພົວພັນການທູດລະຫວ່າງ ກູບາ ແລະ ສປປ ລາວ ໃນປີໜ້າ.

ຂ່າວ-ພາບ: ທະນູທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version