Home ຂ່າວຕ່າງປະເທດ ປິດກອງປະຊຸມວິສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

ປິດກອງປະຊຸມວິສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພາຍຫຼັງເຮັດວຽກຢ່າງເຄັ່ງຄັດ, ເຂັ້ມງວດ, ມີຄວາມຮັບຜິດຊອບ, ໃນວັນທີ 9 ມັງກອນ ຜ່ານມາ, ກອງປະຊຸມວິສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ປິດລົງຢູ່ຫໍສະພາແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ. ໂດຍການເຂົ້າຮ່ວມຂອງ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານ ຫງວຽນຊວັນຟຸກ ປະທານປະເທດ ແລະ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ; ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ເປັນປະທານກອງປະຊຸມ.

ຂ່າວລະບຸວ່າ: ທ່ານ ເວືອງດິ່ງເຫວ້ ກ່າວຄຳເຫັນໃນພິທີປິດກອງປະຊຸມ ວ່າ: ກອງປະຊຸມໄດ້ສຳເລັດທຸກລາຍການທີ່ໄດ້ວາງອອກ. ສະພາແຫ່ງຊາດໄດ້ຮັບຮອງເອົາຮ່າງກົດໝາຍ 1 ສະບັບ ວ່າດ້ວຍການກວດ, ປິ່ນປົວພະຍາດ (ສະບັບປັບປຸງ) ແລະ ມະຕິ 3 ສະບັບ ຄື: ມະຕິວ່າດ້ວຍການດັດປັບແຜນການກູ້ຢືມທຶນ ປີ 2022 ຂອງທ້ອງຖິ່ນຕ່າງໆ, ປັບປຸງຮ່າງແຜນລາຍຈ່າຍງົບປະມານປົກກະຕິປະຈຳປີ 2021 ບ້ວງເງິນຊ່ວຍເຫຼືອຂອງຕ່າງປະເທດ, ດັດປັບຮ່າງແຜນງົບປະມານທີ່ຍັງເຫຼືອປີ 2021 ຂອງ ກົມໃຫຍ່ພາສີ ແລະ ກົມໃຫຍ່ສ່ວຍສາອາກອນ; ພ້ອມທັງໃຫ້ສັດຕະຍາບັນແຕ່ງຕັ້ງຮອງນາຍົກລັດຖະມົນຕີ 2 ທ່ານ ຄື: ທ່ານ ເຈິ່ນຮົ່ງຮ່າ ແລະ ທ່ານ ເຈິ່ນລິວກວາງ. ທ່ານເນັ້ນໜັກວ່າ: ສະພາແຫ່ງຊາດໄດ້ພິຈາລະນາ, ຕົກລົງ 5 ໝວດບັນຫາໃຫຍ່, ສຳຄັນ ແລະ ຮີບດ່ວນທີ່ກອງປະຊຸມວິສາມັນເທື່ອທີ 2 ນີ້ ຈະປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຫຼາຍຢ່າງໃນຕົວຈິງ. ພ້ອມທັງ, ສ້າງປະຖົມປັດໄຈສຳຄັນເພື່ອປະຕິບັດໜ້າທີ່ປີ 2030 ແລະ ໃນຊຸມປີຕໍ່ໄປ.

ໂດຍໃຫ້ຂໍ້ສັງເກດກ່ຽວກັບສະພາບການຢູ່ພາຍໃນ ແລະ ທົ່ວໂລກ ໃນປີ 2023, ທ່ານ ເວືອງດິ່ງເຫວ້ ຖືວ່າ: ຍັງມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ. ສະນັ້ນ, ທຸກຂັ້ນ, ທຸກກະຊວງ, ຄະນະ, ຂະແໜງການ, ອຳນາດການປົກຄອງທ້ອງຖິ່ນ, ປະຊາຄົມວິສາຫະກິດ ແລະ ປະຊາຊົນທຸກຖ້ວນໜ້າ ຕ້ອງສືບຕໍ່ພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ຖືການພັດທະນາວັດທະນະທຳທຽບເທົ່າກັບເສດຖະກິດ, ການເມືອງ, ສັງຄົມ… ຕັດສິນໃຈປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ແຜນການພັດທະນາເສດຖະກິດ – ສັງຄົມ ປີ 2023 ນັບແຕ່ຕົ້ນປີ, ຕົ້ນເດືອນຂອງປີໃໝ່ຢ່າງມີໄຊ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version