Home ຂ່າວໜ້າໜຶ່ງ ສປປ ລາວ ຈະນຳໃຊ້ລົດຕູ້ເຢັນຂົນສົ່ງວັກຊິນ ເພື່ອຍົກສູງອັດຕາປົກຄຸມການໃຫ້ວັກຊີນກັນພະຍາດໃນເຂດຊົນນະບົດ

ສປປ ລາວ ຈະນຳໃຊ້ລົດຕູ້ເຢັນຂົນສົ່ງວັກຊິນ ເພື່ອຍົກສູງອັດຕາປົກຄຸມການໃຫ້ວັກຊີນກັນພະຍາດໃນເຂດຊົນນະບົດ

0

ວັນທີ 7 ມັງກອນ 2023 ທີ່ແຂວງອັດຕະປື ລັດຖະບານຍີ່ປຸ່ນ ໄດ້ມອບລົດຕູ້ເຢັນຂົນສົ່ງວັກຊີນ ຈໍານວນ 2 ຄັນ (RVTV)  ໃຫ້ແກ່ລັດຖະບານ ສປປ ລາວ ໂດຍຜ່ານອົງການຢູນິເຊບ ເພື່ອສະໜັບສະໜູນໂຄງການໃຫ້ວັກຊີນກັນພະຍາດ ແລະ ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ ແຂວງ ເຊກອງ ແລະ ແຂວງ ອັດຕະປື. ນີ້​ແມ່ນ​ຄວາມ​ພະ​ຍາ​ຍາມ​ຫລ້າ​ສຸດ​ ຂອງ​ລັດ​ຖະ​ບານ ​ໃນ​ການສະໜອງການ​ບໍລິການ​ວັກ​ຊີ​ນໃຫ້ທົ່ວເຖິງ ​ຢູ່​ໃນ ສ​ປ​ປ ລາວ ແລະ ປັບປຸງວຽກງານການໃຫ້ວັກຊີນກັນພະຍາດແບບປົກກະຕິ ​ເພື່ອໃຫ້ບັນລຸເປົ້າໝາຍ.

ພະນະທ່ານ ໂກບາຢາຊິ ເຄນນິຈິ Kobayashi Kenichi, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ມອບລົດຕູ້ເຢັນຂົນສົ່ງວັກຊີນ ດັ່ງກ່າວໃຫ້ແກ່ ພະນະທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ເຊີ່ງພິທີດັ່ງກ່າວໄດ້ຈັດຂື້ນ ທີ່ແຂວງອັດຕະປື.

ພະນະທ່ານ ປອ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ​ກະຊວງ​ສາທາລະນະ​ສຸກ​ ໄດ້ກ່າວ​ວ່າ: “ຮອດປະຈຸບັນນີ້ ປະຊາກອນລາວ ຫລາຍກ່ວາ 85 ເປີເຊັນ ໄດ້ຮັບວັກຊີນກັນພະຍາດໂຄວິດ-19 ເຂັມທີ່ໜື່ງ ສະແດງໃຫ້ເຫັນວ່າຂະບວນການໃຫ້ວັກຊີນກັນພະຍາດໂຄວິດ-19 ຢູ່ ສປປ ລາວ ແມ່ນປະສົບຜົນສຳເລັດໃນລະດັບໜື່ງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ກໍ່ຍັງມີບາງ​ເມືອງ​ໃນແຂວງ​ພາກ​ໃຕ້​​ທີ່ຍັງ​ບໍ່​ທັນ​ບັນລຸ​ເປົ້າ​ໝາຍ​ ​ເນື່ອງ​ຈາກຄວາມຫຍຸ້ງຍາກດ້ານພູມສັນຖານ ​ແລະ ​ເສັ້ນທາງ​ຄົມມະນາຄົມ.” ທ່ານຍັງກ່າວຕື່ມອີກວ່າ “ຂໍຂອບໃຈ ລັດຖະບານປະເທດຍີ່ປຸ່ນ ທີ່ມອບລົດຂົນສົ່ງວັກຊີນຈໍານວນ 2 ຄັນ ໃຫ້ແກ່ລັດຖະບານ ສປປ ລາວ ໂດຍຜ່ານອົງການຢູນິເຊບ. ປະຈຸບັນນີ້, ກະຊວງສາທາລະນະສຸກສາມາດຂົນສົ່ງວັກຊີນໄປເຂດຫ່າງໄກສອກຫຼີກ ຂອງປະເທດໄດ້ຢ່າງປອດໄພ ແລະ ມີປະສິດທິພາບ”.

ພາຫະນະດັ່ງກ່າວນີ້ ໄດ້ມີການຈັດຊື້ທັງໝົດຈໍານວນ 3 ຄັນ ແລະ ຈະມອບໃຫ້ ແຂວງອັດຕະປື, ເຊກອງ ແລະ ສະຫວັນນະເຂດ ເພື່ອນໍາໃຊ້ ເຂົ້າໃນການປັບປຸງວຽກງານໃຫ້ວັກຊີນກັນພະຍາດໃນເມືອງທີ່ມີຄວາມສ່ຽງສູງ. ສໍາລັບແຂວງສະຫວັນນະເຂດແມ່ນຈະມອບໃຫ້ໃນໄວໆນີ້. ລົດຕູ້ເຢັນຂົນສົ່ງວັກຊີນ (RVTVs) ແມ່ນຍານພາຫະນະຂົນສົ່ງວັກຊີນທີ່ມີຄຸນນະພາບ ຕາມມາດຕາຖານຂອງອົງການອະນາໄມໂລກ (WHO). ເປັນລົດທີ່ສາມາດຂົນສົ່ງວັກຊີນໄດ້ຢ່າງປອດໄພຢູ່ໃນອຸນຫະພູມລະຫວ່າງ 2-8 ອົງສາ °C. ດ້ວຍຄວາມສາມາດໃນການເດີນທາງໃນເຂດທີ່ຄວາມຫຍຸ້ງຍາກ ລົດຕູ້ເຢັນຂົນສົ່ງວັກຊີນ (RVTV) ນີ້ ສາມາດຮັກສາຄວາມເຢັນຈົນກ່ວາຈະຮອດຈຸດສຸດທ້າຍຂອງລະບົບຕ່ອງໂສ້ຄວາມເຢັນ ຊຶ່ງແມ່ນໂຮງໝໍນ້ອຍ.

ພະນະທ່ານ ໂກບາຢາຊິ ເຄນນິຈິ Kobayashi Kenichi ເອກອັກຄະລັດຖະທູດຍີ່ປຸ່ນ ໄດ້ກ່າວວ່າ: “ໃນ ສປປ ລາວ ໂດຍສະເພາະ ຢູ່ເຂດຫ່າງໄກ ສອກຫລີກ ປະຊາຊົນປະສົບກັບຄວາມຫຍຸ້ງຍາກ ທາງດ້ານການຂົນສົ່ງວັກຊີນ ຈາກສູນກາງ ຍ້ອນສະພາບປັດໃຈດ້ານພູມສັນຖານ ແລະ ຂາດ ອຸປກອນທີ່ຈໍາເປັນ” ທ່ານຍັງໄດ້ກ່າວຕື່ມອີກວ່າ: “ໃນການຮັບມືກັບສິ່ງທ້າທາຍເຫຼົ່ານີ້, ລັດຖະບານຍີ່ປຸ່ນໄດ້ຕັດສິນໃຈຈັດຕັ້ງປະຕິບັດໂຄງການນີ້ທັນທີຫຼັງຈາກການປະກາດການແຜ່ລະບາດຂອງຂອງພະຍາດໂຄວິດ-19, ໂດຍອີງໃສ່ແນວຄວາມຄິດແມ່ນເພື່ອສ້າງຄວາມສະດວກໃນການຈັດສົ່ງວັກຊີນໃຫ້ທຸກໆຄົນທີ່ຕ້ອງການວັກຊີນ. ພວກ​ເຮົາ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ຄວາມ​ປາ​ຖະ​ໜາ​ອັນ​ແຮງ​ກ້າ​ຂອງ​ພວກ​ເຮົາ​ໃນ​ການ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ກັບ​ປະ​ຊາ​ຄົມ​ສາ​ກົນ ແລະ ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ຄື ອົງການຢູນິເຊບ”.

ລັດຖະບານຍີ່່ປຸ່ນໄດ້ໃຫ້ການສະໜັບສະໜູນ ໂຄງການ​ສັກ​ຢາ​ກັນ​ພະຍາດ ຕັ້ັງແຕ່ໄລຍະເລີ່ມຕົ້ນ. ການສະໜັບສະ ໜູນ ລົດຕູ້ເຢັນຂົນສົ່ງວັກຊີນ (RVTV) ໃນຄັ້ງນີ້ ກໍ່ແມ່ນໜຶ່ງໃນການສະໜັບສະໜູນ ທີ່ມີມູນຄ່າເຖິງ 1.1 ລ້ານໂດລາສະຫະລັດ ຈາກລັດຖະບານຍີ່ປຸ່ນ ໃນການຈັດຊຶ້ ຕູ້ເຢັນເກັບຮັກສາວັກຊີນ ຈຳນວນ 697 ໜ່ວຍ, ຖົງພາຍເກັບວັກຊີນ ຈຳນວນ 500 ໜ່ວຍ ແລະ ກ່ອງເກັບຄວາມເຢັນ ຈຳນວນ 100 ກ່ອງ ໂດຍຜ່ານ ອົງການຢູນິເຊບ. ຊຶ່ງບັນດາອຸປະກອນດັ່ງກ່າວກໍ່ໄດ້ແຈກຢາຍ ແລະ ຕິດຕັ້ງສຳເລັດ ເພື່ອໃຊ້ໃນການປັບປຸງລະບົບຕ່ອງໂສ້ລະບົບເຢັນໃຫ້ດີຂື້ນ

ເພື່ອຮັບປະກັນໃຫ້ວັກຊີນມີຄຸນນະພາບໄດ້ຢ່າງຕໍ່າໃນໄລຍະ 5 ຫາ 7 ປີ ທ່ານ ດຣ ເພຍ ເຣເບລໂລ ບຣິດໂຕ Dr Pia Rebello Britto, ຜູ້ຕາງຫນ້າຂອງອົງການຢູນິເຊບ ໄດ້ກ່າວວ່າ: “ໂຄງການ​ສັກ​ຢາ​ກັນ​ພະຍາດ​ຮອບ​ປົກກະຕິ ​ໄດ້​ຊ່ວຍ​ຊີວິດ​ຄົນ​ຫຼາຍ​ລ້ານ​ຄົນໃນທົ່ວໂລກ ​ໃຫ້​ເດັກ​ມີ​ການ​ເລີ່ມຕົ້ນຂອງ​ຊີວິດ​ທີ່​ດີ​ທີ່​ສຸດ. ແຕ່ສັງເກດເຫັນວ່າ, ໃນໄລຍະທົດສະວັດທີ່ຜ່ານມາ ແມ່ນຍັງຢູ່ໃນສະພາບທີ່ມີຄວາມສ່ຽງ ຍ້ອນວ່າອັດຕາການຮັບວັກຊີນ ຍັງບໍ່ທັນເຖິງລະດັບຄາດໝາຍຖ້າທຽບໃສ່ໂຕເລກກ່ອນການແຜ່ລະບາດ.” ທ່ານຍັງ​ໄດ້​ກ່າວຕື່ມອີກວ່າ “ຍ້ອນການສະໜັບສະໜູນຂອງລັດຖະບານຍີ່ປຸ່ນ, ພວກເຮົາກຳລັງດໍາເນີນວຽກງານນີ້ ດ້ວຍການນຳໃຊ້ວິທີການປະດິດສ້າງໃໝ່ ເພື່ອນຳເອົາວັກຊີນໄປໃຫ້ເດັກນ້ອຍ ບໍ່ວ່າເຂົາເຈົ້າຈະຢູ່ບ່ອນໃດກໍ່ຕາມ ແລະໃຫ້ເຂົາເຈົ້າໄດ້ວັກຊີນທີ່ຢູ່ໃນສະພາບທີ່ປອດໄພ. ພວກເຮົາຈະເລັ່ງລັດ ວຽກງານສັກຢາກັນພະຍາດ ຮອບປົກກະຕິ ແລະ ຂະຫຍາຍການສັກວັກຊີນໂຄວິດ-19 ໃຫ້ເຂົ້າເຖິງເຂດທີ່ຫ່າງໄກສອກຫລີກທີ່ສຸດ.”

ຄະນະ​ນຳ​ຂັ້ນ​ສູງ ຈາກ​ກະຊວງ​ສາທາລະນະ​ສຸກ, ລັດຖະບານ​ຍີ່ປຸ່ນ, ອົງການ​ອະນາ​ໄມ​ໂລກ ​ແລະ ອົງການຢູນິເຊບ ກຳລັງ​ຢ້ຽມຢາມ 4 ​ແຂວງ​ພາກ​ໃຕ້​ຄື: ສາລະ​ວັນ, ​ເຊ​ກອງ, ອັດ​ຕະປື ​ແລະ ​ຈໍາປາ​ສັກ ແຕ່ວັນທີ່ 3 ຫາ 10 ມັງກອນ 2023. ຄະນະນຳ ໄດ້ລົງຢ້ຽມຢາມໂຮງໝໍແຂວງ ແລະ ໂຮງໝໍເມືອງ ໃນບາງເມືອງທີ່ຫຍຸ້ງຍາກ ເພື່ອສຶກສາຮັບຮູ້ເຂົ້າໃຈຂໍ້ບົກຜ່ອງ ແລະ ສິ່ງທ້າທາຍໃນການໃຫ້ບໍລິການ ແລະ ຕິດຕາມຄວາມຄືບໜ້າຂອງວຽກງານການສັກວັກຊີນປ້ອງກັນພະຍາດໂຄວິດ-19.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version