Home ຂ່າວໜ້າໜຶ່ງ ປະທານປະເທດ ອວຍພອນປີໃໝ່ສາກົນ 2023 ເຖິງປວງຊົນລາວທັງຊາດ

ປະທານປະເທດ ອວຍພອນປີໃໝ່ສາກົນ 2023 ເຖິງປວງຊົນລາວທັງຊາດ

0

ໃນວັນທີ 30 ທັນວາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູງກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ອ່ານຄຳອວຍພອນປີໃໝ່ສາກົນ 2023 ເຖິງປວງຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄ.ສ 2022, ຕ້ອນຮັບປີໃໝ່ ຄ.ສ 2023.

ທ່ານ ທອງລຸນ ສີສຸລິດ ໄດ້ກ່າວວ່າ: ພີ່ນ້ອງຮ່ວມຊາດ ທີ່ຮັກເເພງທັງຫລາຍ, ປີ ຄ.ສ 2022 ທີ່ຜ່ານມານັ້ນ, ພວກເຮົາໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ ໂດຍສະເພາະແມ່ນຍັງສືບຕໍ່ມີຜົນກະທົບຈາກການແພ່ລະບາດ ຂອງພະຍາດໂຄວິດ-19 ແລະ ບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດການເງິນທີ່ໜັກໜ່ວງກໍຕາມ, ແຕ່ດ້ວຍຄວາມເປັນນໍ້າໜຶ່ງໃຈດຽວຂອງທົ່ວພັກ ທົ່ວລັດ ແລະ ທົ່ວປວງຊົນລາວ ທັງຊາດ ແລະ ການສະໜັບສະໜູນຊ່ວຍເຫລືອຂອງເພື່ອນມິດສາກົນ ພວກເຮົາຈຶ່ງສາມາດແກ້ໄຂບັນຫາເຫລົ່ານັ້ນໄດ້ໂດຍພື້ນຖານ, ສາມາດສະກັດກັ້ນ ແລະ ປະຄັບປະຄອງບໍ່ໃຫ້ເກີດວິກິດການທີ່ຮ້າຍແຮງມາໄດ້, ອັນໄດ້ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເສດຖະກິດຄ່ອຍໆ ໄດ້ຮັບການຟື້ນຕົວຂຶ້ນຢ່າງຕໍ່ເນື່ອງ, ເຊິ່ງເປັນການສ້າງເງື່ອນໄຂຫລາຍດ້ານ ທີ່ຈະເຮັດໃຫ້ເສດຖະກິດ ຂອງປະເທດພວກເຮົາໄດ້ມີພື້ນຖານຈຳນວນໜຶ່ງ ເພື່ອເປັນທ່າແຮງກ້າວຂຶ້ນໃນປີຕໍ່ໄປ.

ປີໃໝ່ 2023 ນີ້, ພວກເຮົາຍັງຈະໄດ້ສືບຕໍ່ຜ່ານຜ່າບັນດາສິ່ງທ້າທາຍ ແລະ ອຸປະສັກດັ່ງກ່າວຕື່ມອີກ. ສະນັ້ນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງປວງຊົນລາວທຸກຖ້ວນໜ້າ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງພ້ອມກັນສຸມທຸກສະຕິປັນຍາ, ເຫື່ອແຮງ ແລະ ກຳລັງໃຈ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງພວກເຮົາ ໃຫ້ບັນລຸຈຸດໝາຍທີ່ໄດ້ວາງໄວ້, ນໍາເອົາປະເທດຊາດຂອງພວກເຮົາ ໄປສູ່ບາດກ້າວໃໝ່ຂອງການພັດທະນາ, ເຮັດໃຫ້ປະຊາຊົນ ມີຄວາມຜາສຸກຮົ່ມເຢັນ, ສັງຄົມນັບມື້ນັບມີຄວາມສະຫງົບ ເເລະ ສີວິໄລຢ່າງບໍ່ຢຸດຢັ້ງ.

ໃນໂອກາດຕ້ອນຮັບປີໃໝ່ ຄ.ສ 2023 ນີ້, ຂ້າພະເຈົ້າຂໍຕາງໜ້າການນຳພັກ, ລັດ ແລະ ໃນນາມສ່ວນຕົວ ຂໍສົ່ງຄຳອວຍພອນໄຊອັນປະເສີດມາຍັງປວງຊົນລາວທຸກຖ້ວນໜ້າ ທັງຢູ່ພາຍໃນປະເທດ ແລະ ຢູ່ຕ່າງປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ສືບຕໍ່ປະຕິບັດໜ້າທີ່ຂອງຕົນໃຫ້ມີຜົນສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າ ເພື່ອພັດທະນາປະເທດຊາດຂອງພວກເຮົາ ໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.

ຂໍໃຫ້ການສະເຫລີມສະຫລອງປີໃໝ່ສາກົນ ປີ 2023 ນີ້ຈົ່ງເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມສະຫງົບ ສັນຕິ ແລະ ປອດໄພທຸກປະການ ດ້ວຍເທີ້ນ, “ໂຊກດີ ປີໃໝ່ 2023”.

ຂ່າວ:ທະນູທອງ

ພາບ: ອ່າຍຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version