Home ຂ່າວຕ່າງປະເທດ ການນໍາເຂົ້າ-ສົ່ງອອກຂອງຈີນເພີ່ມຂຶ້ນ 9,5% ໃນ 10 ເດືອນທີ່ຜ່ານມາ

ການນໍາເຂົ້າ-ສົ່ງອອກຂອງຈີນເພີ່ມຂຶ້ນ 9,5% ໃນ 10 ເດືອນທີ່ຜ່ານມາ

0

ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້, ອົງການພາສີຈີນໄດ້ເປີດເຜີຍຂໍ້ມູນການຄ້າຕ່າງປະເທດຂອງຈີນທີ່ໄດ້ສືບຕໍ່ຮັກສາຈັງຫວະການເຕີບໂຕຢ່າງໝັ້ນທ່ຽງ ໂດຍອີງຕາມຂໍ້ມູນສະຖິຕິຂອງອົງການພາສີຈີນໃຫ້ຮູ້ວ່າ: ໄລຍະ 10 ເດືອນຂອງປີນີ້ ຍອດມູນຄ່າການນໍາເຂົ້າ-ສົ່ງອອກຂອງຈີນບັນລຸເຖິງ 34.620 ຕື້ຢວນ ເພີ່ມຂຶ້ນ 9,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໃນນັ້ນ, ການສົ່ງອອກບັນລຸເຖິງ 19.710 ຕື້ຢວນ, ການນໍາເຂົ້າບັນລຸເຖິງ 14.910 ຕື້ຢວນ ເພີ່ມຂຶ້ນ 13% ແລະ 5,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ.

ອາຊຽນສືບຕໍ່ເປັນຄູ່ການຄ້າໃຫຍ່ອັນດັບ 1 ຂອງຈີນ ຊຶ່ງໄດ້ກວມເອົາ 15,2% ຂອງຍອດມູນຄ່າການຄ້າຕ່າງປະເທດຂອງຈີນ. ທ່ານ ຫຼີຂຸຍເຫວີນ ຫົວໜ້າກົມສະຖິຕິ ແລະ ການວິເຄາະຂອງອົງການພາສີຈີນແຈ້ງໃຫ້ຮູ້ວ່າ: ນັບແຕ່ປີນີ້ເປັນຕົ້ນມາ, ໂດຍປະເຊີນກັບສະພາບແວດລ້ອມການຄ້າຕ່າງປະເທດທີ່ສັບສົນ ແລະ ໜັກໜ່ວງ, ຈີນໄດ້ປະສານສົມທົບການຄວບຄຸມການລະບາດຂອງພະຍາດໂຄວິດ-19 ກັບການພັດທະນາເສດຖະກິດ-ສັງຄົມຢ່າງມີປະສິດທິພາບສູງ, ນະໂຍບາຍຮັກສາຄວາມໝັ້ນທ່ຽງດ້ານເສດຖະກິດຢ່າງເປັນລະບົບ ກໍຄືມາດຕະການປິ່ນອ້ອມທີ່ກ່ຽວຂ້ອງໄດ້ເສີມຂະຫຍາຍບົດບາດຢ່າງຕໍ່ເນື່ອງ. ສົ່ງຜົນເຮັດໃຫ້ການຄ້າຕ່າງປະເທດຂອງຈີນສາມາດຕ້ານກັບຜົນກະທົບຈາກບັນດາປັດໄຈພາຍນອກໄດ້ ແລະ ຮັກສາການເຕີບໂຕຢ່າງໝັ້ນທ່ຽງ. ໃນໄລຍະ 10 ເດືອນຂອງປີນີ້, ການນໍາເຂົ້າ-ສົ່ງອອກຂອງຈີນໄດ້ເພີ່ມຂຶ້ນເກືອບ 10% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ພ້ອມກັນນີ້ ຍັງໄດ້ຍົກລະດັບດ້ານຂະ ໜາດ, ຄຸນນະພາບ ແລະ ຜົນປະໂຫຍດຢ່າງພ້ອມພຽງກັນຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version