Home ຂ່າວໜ້າໜຶ່ງ ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງ​ພົນ​ທີ 4 ຄົບຮອບ 40 ປີ

ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງ​ພົນ​ທີ 4 ຄົບຮອບ 40 ປີ

0

ພິທີ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງ​ພົນ​ທີ 4 ຄົບຮອບ 40 ປີ ( 7 ພະຈິກ 1982-7 ພະ ຈິກ 2022) ໄດ້​ຈັດຂຶ້ນ​ຢ່າງເປັນທາງການ ແລະ ຄຶກ​ຄື້ນ​ ໃນ​ວັນ ​ທີ 7 ພະຈິກ 2022 ນີ້, ຢູ່ທີ່​ສະໜາມກິລາ​ກອງ​ພົນ​ທີ 4 ໂດຍ​ ການ​ເຂົ້າ​ຮ່ວມ​ຂອງ ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນຍາ​ລາດ ກຳມະການ​ກົມ​ການເມືອງສູນ​ກາງ​ພັກ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ມີ​ບັນດາ​ສະຫາຍ​ການ​ນຳ​ກະຊວງ​ປ້ອງ​ກັນປະເທດ, ການ​ນຳ​ແຂວງ​ສະຫວັນ​ນະ​ເຂດ, ແຂວງ​ຄຳ​ມ່ວນ , ແຂວງ​ໄຊ​ສົມບູນ, ຫົວໜ້າ​ກົງ​ສູນ​ໃຫຍ່ ສສ ຫວຽດນາມ ປະຈຳ​ແຂວງ​ສະຫວັນ​ນະ​ເຂດ, ຕາງໜ້າ​ກອງ​ບັນຊາ​ການ​ທະຫານ​ເຂດ 4, ກອງ​​ພົນ 968, ກອງ​ບັນຊາການທະຫານ​ແຂວງ​ກວາງ​ຈິ ​ສສ ຫວຽດ ນາມ, ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ​ປະຕິວັດ​ອາວຸໂສ​ບຳນານ, ນາຍ ແລະ ພົນທະຫານ​ກອງ​ພົນ​ທີ 4 ພ້ອມ​ດ້ວຍ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ, ມວນ​ຊົນ​ຊາວ​ແຂວງ​ສະຫວັນ​ນະ​ເຂດ​ເຂົ້າ​ຮ່ວມ. ໃນ​ພິທີ ສະຫາຍ ພົນ​ຈັດຕະວາ ສົມ​ຈິດ ກິດ​ຕິ​ຍະ​ລາດ ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ​ກອງ​ພົນ​ທີ 4 ໄດ້​ກ່າວ​ບົດ​ປາ​ໄສ ຍົກ​ໃຫ້​ເຫັນ​ປະຫວັດ​ຄວາມ​ເປັນ​ມາ, ມູນເຊື້ອ​ແຫ່ງ​ການ​ກຳເນີດ, ເຕີບ​ໃຫຍ່​ຂະຫຍາຍຕົວ ແລະ ເຮັດ​ສຳເລັດ​ໜ້າທີ່ຂອງ​ກອງ​ພົນ​ທີ 4 ໃນ​ຕະຫຼອດ​ໄລຍະ 40 ທີ່​ຜ່ານ​ມາ, ເຊິ່ງ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ​ທີ 4 ແຕ່​ລະ​ຮຸ່ນໄດ້​ເອົາໃຈໃສ່​ຊີ້​ນຳ-ນຳພາ, ພະນັກງານ-ນັກຮົບອອກແຮງ​ເຄື່ອນ​ ໄຫວ​ຈັດ​ຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ, ທັງ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ, ທັງ​ເຄື່ອນ​ໄຫວ​ສູ້​ຮົບ ແລະ ປັບປຸງ​ກໍ່ສ້າງ​ກຳລັງ​ໃຫ້​ເຂັ້ມແຂງ​ໜັກ​ແໜ້ນ, ທຸກ​ການເຄື່ອນໄຫວ​ຕໍ່ສູ້​ໃນ​ແຕ່​ລະ​ບັ້ນ​ຮົບ​ລ້ວນ​ແຕ່​ໄດ້​ຮັບ​ໄຊຊະນະ​ຢ່າງ​ອົງອາດ​ກ້າຫານ, ຍິ່ງ​ຕີ​ກໍ​ຍິ່ງ​ໄດ້​ຮັບ​ໄຊຊະນະ, ຍິ່ງ​ຕີ​ກໍຍິ່ງ​ມີ​ບົດຮຽນ ແລະ ເຕີບ​ໃຫຍ່​ເຂັ້ມແຂງ​ໃນ​ທຸກ​ດ້ານ​. ຈາກ​ຜົນງານ​ໄຊຊະນະ​ທີ່​ຍາດ​ມາ​ໄດ້​ໃນ​ຕະຫຼອດ​ໄລຍະ 40 ປີຜ່ານມາ, ພັກ-ລັດຖະບານ ແລະ ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ໃຫ້ການ​ຍ້ອງຍໍ​ທັງ​ກົມ​ກອງ​ລວມ​ໝູ່ ແລະ ບຸກຄົນ​ເປັນ​ຈຳນວນ​ຫຼວງຫຼາຍ. ໃນ​ນີ້ກົມ​ກອງ​ລວມ​ໝູ່​ໄດ້​ຮັບ​ນາມມະຍົດ​ກອງ​ວິລະ​ຊົນ 1 ກົມ​ກອງ, ໄດ້​ຮັບ​ການ​ປະດັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ I ຈຳນວນ 1 ກົມ​ກອງ, ບຸກຄົນ​ໄດ້​ຮັບ​ນາມມະຍົດ​ວິລະ​ຊົນ​ແຫ່ງ​ຊາດ​ມີ 1 ສະຫາຍ, ນັກຮົບ​ແຂ່ງຂັນ 5 ສະຫາຍ, ກົມ​ກອງ​ລວມ​ໝູ່ ແລະ ບຸກຄົນ​ໄດ້​ຮັບ​ຫຼຽນ​ໄຊ​ແຮງ​ງານ, ຫຼຽນ​ກາ​ປະເພດ​ຕ່າງໆ 3.434 ໜ່ວຍ, ໃບ​ຍ້ອງຍໍ​ປະເພດ​ຕ່າງໆ 10.801 ໃບ. ສະເພາະ​ກອງ​ພົນ​ທີ 4 ໄດ້​ຮັບ​ນາມມະຍົດ​ທຸງ​ໄຊຊະນະ​ເລີດ 1 ຜືນ, ທຸງໄຊ​ພິລະ​ອາດ​ຫານ 1 ຜືນ, ຫຼຽນ​ໄຊ​ອິດສະຫຼະ​ຊັ້ນ II ຈຳນວນ 1 ໜ່ວຍ, ຊັ້ນ III ຈຳນວນ 1 ໜ່ວຍ, ຫຼຽນ​ໄຊ​ແຮງ​ງານ​ຊັ້ນ II ຈຳນວນ 4 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 3 ໜ່ວຍ, ຫຼຽນ​ໄຊ​ພິລະ​ອາດ​ຫານ ​ຊັ້ນ I ຈຳນວນ 1 ໜ່ວຍ ແລະ ຫຼຽນ​ໄຊ​ພິລະ​ອາດ ​ຫານ ​ຊັ້ນ II ຈຳນວນ 2 ໜ່ວຍ ​ຢ່າງ​ສົມ​ກຽດ. ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງ​ພົນ​ທີ 4 ຄົບຮອບ 40 ປີ ຍັງ​ໄດ້​ປະດັບ​ຫຼຽນ​ໄຊ​ພິລະ​ອາດ​ຫານ​ຊັ້ນ II ໃຫ້​ກົມ​ກອງ​ລວມ​ໝູ່ 9 ກົມ​ກອງ, ຊັ້ນ III 48 ກົມ​ກອງ, ໃບ​ຍ້ອງຍໍ​ກະຊວງ​ປ້ອງ​ກັນ​ປະເທດ 23 ກົມ​ກອງ, ໃບ​ຍ້ອງຍໍ​ກົມ​ໃຫຍ່​ການ ເມືອງ​ກອງທັບ 14 ກົມ​ກອງ ໂດຍການ​ປະດັບ​ຂອງ ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາລາດ ພ້ອມ​ດ້ວຍ​ຄະນະ​ຕາມ​ລຳດັບ. ໃນ​ພິທີ​ອັນ​ມີ​ຄວາມ​ໝາຍສຳຄັນ​ນີ້, ບັນດາ​ຜູ້​ເຂົ້າ​ຮ່ວມໄດ້ຮັບ​ຊົມ​ການ​ເດີນ​ຂະ​ບວນ​ສວນສະໜາມ​ຈາກ​ກ້ອນ​ກຳລັງ​ຂອງບັນ ດາ​ກົມ​ກອງ​ໃນ​ທົ່ວ​ກອງ​ພົນທີ 4, ຊົມ​ການສະແດງ​ໂດດ​ຈ້ອງ​ຈາກ​ກອງພັນ​ໃຫຍ່ 703, ຊົມ​ ການສະແດງ​ສິລະ​ປະ-ວັນນະ ຄະດີ ຈາກ​ຄະນະ​ສິລະ​ປະ​ສະໝັກ​ຫຼິ້ນ ແລະ ຊົມ​ການສະແດງ​ຫັດກາຍ​ມວຍ​ຕີ​ພິເສດ, ມວຍ​ສືບ​ຂ່າວ​ຂອງ​ພະນັກງານ-ນັກຮົບກອງ​ພົນ​ທີ 4 ທີ່​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ມູນເຊື້ອ​ແຫ່ງ​ການ​ກຳເນີດ, ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ກອງ​ພົນ​ທີ 4 ໃນ​ຕະຫຼອດ​ໄລຍະ 40 ທີ່​ຜ່ານ​ມາ ດ້ວຍ​ບັນຍາກາດ​ຟົດຟື້ນ​ເບີກບານ​ມ່ວນຊື່ນ.

ຂ່າວ;ພາບ: ໜັງສືພີມກອງທັບປະຊາຊົນລາວ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version