Home ບຸນປະເພນີ ບຸນນະມັດສະຖານພະທາດຫລວງວຽງຈັນ

ບຸນນະມັດສະຖານພະທາດຫລວງວຽງຈັນ

0

ບໍ່ວ່າຊາດໃດໃນໂລກໜ່ວຍນີ້ ຍ່ອມມີປະເພນີ ແລະ ຄວາມເຊື່ອກັນທັງນັ້ນ ຊຶ່ງສຳລັບຊາດລາວເຮົາແລ້ວ ກໍຍ່ອມມີສິ່ງດັ່ງກ່າວສະຖິດ ຢູ່ໃນຈິດໃຈຕະຫລອດມາ ຈາກເຊັ່ນຄົນນີ້ສູ່ເຊັ່ນຄົນນີ້ ຈົນບໍ່ ສາມາດ ຕັດແຍກອອກໄດ້, ແຕ່ຖ້າຫາກວ່າ ຄວາມເຊື່ອນັ້ນແຕະຕ້ອງ ຫລື ກົດໜ່ວງ ຄວາມຈະເລີນກ້າວໜ້າ ທັງໃນການທຳມາຫາກິນ, ການສ້າງການສາແລ້ວຍ່ອມປະຖິ້ມ, ຂະນະດຽວກັນ ຖ້າຄວາມເຊື່ອນັ້ນ ເປັນສິ່ງທີ່ດີງາມມີລັກສະນະຊາດ ລັກສະນະມະຫາຊົນແລ້ວ ຍ່ອມໄດ້ຮັບການປົກປັກຮັກສາ, ສົ່ງເສີມໃຫ້ກ້າວໜ້າ ຂະຫຍາຍຕົວຕໍ່ໄປ ດັ່ງບຸນນະມັດສະການ ພະທາດຫລວງ ທີ່ພວກເຮົາໄດ້ພ້ອມພາກັນ ປະຕິ ບັດພິທີກຳຕ່າງໆມາໃນແຕ່ລະປີ.

ເຖິງວ່າປີນີ້ ສະພາບການລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ເບົາບາງລົງ ເອື້ອອຳນວຍໃຫ້ເຮົາ ຈັດ ກິດຈະກຳມ່ວນຊື່ນກວ່າ 2 ປີຜ່ານມາ ທາງພັກ-ລັດ, ກໍຄືອຳນາດການປົກຄອງ ນະຄອນ ຫລວງວຽງຈັນກໍບໍ່ໄດ້ ປະຮີດໃຫ້ໝອງຄອງໃຫ້ເສົ້າ ໂດຍໄດ້ຈັດບຸນນະມາດສະການ ພະທາດຫລວງ ໃຫ້ຄຶກຄື້ນ ທັງຮັກສາໄດ້ຮີດ ຄອງປະເພນີ, ເອກະລັກອັນດີງາມຂອງຊາດ ໃຫ້ຍືນຍົງຕະຫລອດໄປ.

ການຈັດບຸນນະມັດສະການພະທາດຫລວງວຽງຈັນປີນີ້ຈັດຂຶ້ນໃນໄລຍະ 5ວັນ ວັນທີ 04-08 ພະຈິກ ຊຶ່ງໃນນັ້ນຈະມີ ທັງພິທີທາງສາສະໜາ, ການແຫ່ຜາສາດເຜິ້ງ ຈາກຈາກເມືອງຕ່າງໆ ໃນນະຄອນ ຫລວງວຽງຈັນ ຊຶ່ງປີໜີການແຫ່ຜາສາດເຜິ້ງ ຈະພິເສດກວ່າທຸກປີ ເພາະຈະມີການ ເຮັດຜາສາດເຜິ້ງໃຫຍ່ກວ່າທຸກປີ , ມີພິທີໃສ່ບາດ, ພິທີແຫ່ຄີ ແລະ ຕີຄີ, ພິທີວຽນທຽນ, ພິທີຈຸດບັ້ງໄຟບູຊາ ພະທາດ ຫລວງວຽງຈັນ ແລະ ການຄົບງັນມ່ວນຊື່ນອື່ນໆ ຕາມຮີດຄອງປະເພນີລາວ, ລວມທັງການການວາງສະແດງ ແລະ ຈຳໜ່າຍສິນຄ້າ ປະເພດກະສິກຳ-ອຸດວາຫະກຳ ຢູ່ທີ່ເດີ່ນພະທາດຫລວງ ນະຄອນຫລວງ ວຽງຈັນ.

ໄດ້ມີການເລົ່າຂານກັນໃນທຳມະບົດວ່າ: ເມື່ອພະພິກສຸຊາວເມືອງໂກສຳພີ ວິວາດກັນ ແລະ ພະຜູ້ມີພະພາກ ມາຕັກເຕືອນແລ້ວ ກໍຍັງບໍ່ຟັງ, ພະອົງຈຶ່ງສະເດັດ ໄປຈຳພັນສາປ່າລັກຂີຕະວັນ ໂດຍມີ ຊ້າງ ແລະ ລີງເປັນຜູ້ອຸປະຖາກ ເຊິ່ງຊ້າງເປັນຜູ້ຕົ້ມນ້ຳຖວາຍ, ສ່ວນຮັງເຜິ້ງທີ່ພະອົງຄັ້ນ ເອົາສັນແລ້ວ ຈຶ່ງມີຜູ້ຄິດເຫັນປະໂຫຍດ ໂດຍເອົາຂີ້ເຜິ້ງ ມາເຮັດທຽນຖວາຍ. ແນວໃດກໍດີ, ຖ້າເອົາພຽງແຕ່ ຂີ້ເຜິ້ງ ໄປຖວາຍ ແລະ ມາເບິ່ງເຫັນວ່າ ຄືບໍ່ເປັນສິ່ງສຳຄັນ ຈິ່ຶງໄດ້ອຸສາເຮັດເປັນຕົ້ນໂດຍການປະດັບຕົກແຕ່ງໃຫ້ງາມແລ້ວກໍຫາມ ແຫ່ໄປຖວາຍ ຈົນຖືເປັນປະເພນີສືບມາເທົ່າທຸກມື້ນີ້. ສ່ວນຕົ້ນດອກເຜິ້ງນັ້ນ ກໍຄືຜາສາດເຜິ້ງ ໂດຍການເຮັດເປັນຕົ້ນ ດັ່ງຂັ້ນຕອນ ການເຮັດຕໍ່ໄປນີ້: ເອົາກາບກ້ວຍ ມາແທງເປັນລາຍ ຫລື ເອີ້ນວ່າແທງຍວກ ຈາກນັ້ນກໍແອ້ມ ແລະ ມຸງ ໂດຍກາບກ້ວຍ. ເມື່ອໄດ້ດັ່ງປະສົງແລ້ວ ກໍຕົ້ມເຜິ້ງ ໃຫ້ເປື່ອຍ ແລ້ວຈູ້ມເປັນດອກ ຫລື ເຮັດເປັນແຜ່ນ ຈາກນັ້ນ ກໍສຽບຕິດກາບກ້ວຍ ທັງໝົດນີ້ ເມື່ອລວມກັນແລ້ວ ຈຶ່ງມີຊື່ວ່າຕົ້ນດອກເຜິ້ງ. ສຳລັບເຄື່ອງປະດັບນັ້ນກໍມີຜ້າແພ, ກັບໄຟ, ເຈ້ຍ, ສໍ, ຝ້າຍ, ເງິນ ຄຳ ນຳໄປແຫ່ ແລະ ຖວາຍພ້ອມກັນ. ເວົ້າແລ້ວ, ການເຮັດຕົ້ນດອກເຜິ້ງ ຫລື ຜາສາດເຜິ້ງນີ້ ກໍເພື່ອອຸທິດ ໃຫ້ຍາດຕິໂກໂຫຕິກາກໍມີເພື່ອແກ້ບວງສວງແດ່ ແລະ ບະບົນຕ່າງໆ ນາໆ ກໍໄດ້.

ສ່ວນການແຫ່ຜາສາດເຜິ້ງຈາກວັດສີເມືອງ ໄປສູ່ພະທາດຫລວງນັ້ນ ກໍເນື່ອງຈາກວ່າ ວັດສີເມືອງ ເປັນຫລັກບ້ານຫລັກເມືອງ ຂອງປະເທດລາວເຮົາ, ເປັນການສະເຫລີມສະຫລອງ ຫລື ນະມັດສະການພະທາດຫລວງ ແລະ ກໍເປັນການປະຕິບັດສືບທອດກັນມານັ້ນເອງ.

ເນື້ອໃນ: ຂປລ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version