Home ຂ່າວພາຍໃນ ຄະນະຜູ້ແທນ ກຕສ ສປປ ລາວ ສໍາເລັດການຢ້ຽມຢາມ ບໍລິສັດ ໄປສະນີ ສສ ຫວຽດນາມ

ຄະນະຜູ້ແທນ ກຕສ ສປປ ລາວ ສໍາເລັດການຢ້ຽມຢາມ ບໍລິສັດ ໄປສະນີ ສສ ຫວຽດນາມ

0

ເມື່ອບໍ່ດົນມານີ້, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ຣິທິກອນ ພູມມະສັກ, ປະທານບໍລິສັດ ໄປສະນີ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ບໍລິສັດ ໄປສະນີ ສສ ຫວຽດນາມ, ທີ່ນະຄອນຫລວງ ຮ່າໂນ້ຍ, ໂດຍມີ ທ່ານ ຫງວຽນ ຫາຍ ແທງ (Nguyễn Hải Thanh), ປະທານບໍລິສັດ ໄປສະນີ ຫວຽດນາມ ພ້ອມດ້ວຍຄະນະໃຫ້ກຽດຕ້ອນຮັບ.

ທ່ານ ຫງວຽນ ຫາຍ ແທງ ໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ວຽກງານການຮ່ວມມືລະຫວ່າງ ຫວຽດ ນາມ-ລາວ ໃນໄລຍະປີ 2022 ທີ່ໄດ້ອຳນວຍຄວາມສະ ດວກໃນຫລາຍດ້ານ ໂດຍສະເພາະ ວຽກງານຜັນຂະຫຍາຍ ແລະ ກໍ່ສ້າງຈຸດຂົນສົ່ງຢູ່ຊາຍແດນ ນໍ້າພາວ-ເກົາແຈ່ວ ແລະ ເປັນເສນາທິການໃຫ້ຄໍາປຶກສາທາງດ້ານເອເລັກໂຕຣນິກ ລະຫວ່າງ ລາວ-ຫວຽດນາມ-ໄທ ຊຶ່ງໄດ້ມີການລົງນາມເຊັນບົດບັນທຶກໃນເດືອນມິຖຸນາ ທີ່ຜ່ານມາ, ເປັນເອກະສານທີ່ມີຄວາມໝາຍສໍາຄັນທີ່ເຮັດ ໃຫ້ການຜັນຂະຫຍາຍວຽກ ງານໄປສະນີ ໂດຍສະເພາະ ແມ່ນການເປີດກວ້າງທາງດ້ານການເງິນໄປສະນີ ແລະ ດ້ານການຄ້າເອເລັກໂຕຣນິກ.

ຫລັງຈາກນັ້ນ, ທ່ານ ຣິທິກອນ ພູມມະສັກ ປະທານບໍລິສັດ ໄປສະນີ ລາວ ກໍສະແດງຄວາມຂອບໃຈ ທີ່ການຮ່ວມມືລະຫວ່າງ ໄປສະນີ ລາວ-ຫວຽດນາມ ຕັ້ງແຕ່ເຊັນບົດບັນທຶກໃນເດືອນ ມິຖຸນາ ທີ່ຜ່ານມາ ວຽກງານໄປສະນີລາວກໍມີຄວາມເຂັ້ມຂຸ້ນພໍສົມຄວນ ໂດຍສະເພາະການເປີດດ່ານຊາຍແດນສາກົນ ເຮັດໃຫ້ວຽກງານໄປສະນີມີຄວາມສະ ດວກສະບາຍຍິ່ງຂຶ້ນ ເປັນບາດກ້າວທີ່ສໍາຄັນໃນການຮ່ວມ ມືໄລຍະໃໝ່ ແລະ ໃນເດືອນ ກໍລະກົດ ທີ່ຜ່ານມາ, ໄປສະນີ ຫວຽດນາມ ກໍໄດ້ສົ່ງຊ່ຽວຊານ 3 ທ່ານ ໄປ ສປປ ລາວ ເພື່ອຊ່ວຍຍົກລະດັບການດໍາເນີນທຸລະກິດ, ຊ່ວຍວຽກງານໄອທີ ແລະ ການບໍລິການໃຫ້ກັບໄປສະນີ ລາວ. ໃນເວລາອັນມໍ່ໆນີ້ ກໍຫວັງຢ່າງຍິ່ງວ່າພວກເຮົາຈະໄດ້ຮ່ວມມືກັນທາງດ້ານການຄ້າເອເລັກໂຕຣນິກ (E-commerce) ແລະ ວຽກ ງານການຂົນສົ່ງ (Logistic). ໃນໂອກາດນີ້, ທ່ານ ຣິທິກອນ ພູມມະສັກ ກໍໄດ້ສະເໜີ ບໍລິສັດ ໄປສະນີ ຫວຽດ ນາມ ໃຫ້ຊ່ວຍເຫລືອທາງດ້ານການຂົນສົ່ງພັດສະດຸ ໄປສະ ນີ ລາວ ໄປຕ່າງປະເທດ ໂດຍຜ່ານ ໄປສະນີ ຫວຽດນາມ, ສະເໜີໃຫ້ແລກປ່ຽນຖອດຖອນບົດຮຽນການຄຸ້ມຄອງວຽກງານໄປສະນີ ແລະ ຈັດຝຶກອົບຮົມເພື່ອຍົກລະດັບຄວາມຮູ້ຂອງບຸກຄະລາກອນ.

ໃນຕອນທ້າຍ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ກ່າວສະແດງຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມາຢ້ຽມຢາມບໍລິສັດ ໄປສະນີ ຫວຽດນາມ ຊຶ່ງເປັນບໍລິສັດໜຶ່ງທີ່ມີຊື່ສຽງທີ່ສຸດຂອງຫວຽດນາມ ເຫັນໄດ້ວ່າ ການເຄື່ອນໄຫວພົວພັນວຽກງານຕັ້ງແຕ່ເຊັນບົດບັນທຶກໃນເດືອນມິຖຸນາ ທີ່ຜ່ານມານັ້ນ ແມ່ນມີຄວາມຫ້າວຫັນເປັນບາດກ້າວໃໝ່ສົມຄວນ ເຫັນໄດ້ຈາກການວາງສະແດງຂອງ Post Mart ປັດຈຸບັນ, ແພລດຟອມດັ່ງກ່າວກໍເຮັດໃຫ້ບໍລິສັດ ໄປສະນີ ຫວຽດນາມ ປະສົບຜົນສໍາເລັດເກີນຄາດ ໝາຍ. ພ້ອມນີ້ ໄດ້ສະແດງຄວາມຫວັງວ່າ ບໍລິສັດ ໄປສະນີ ຫວຽດນາມ ຈະຖ່າຍທອດບົດຮຽນດັ່ງກ່າວໃຫ້ແກ່ໄປສະນີ ລາວ. ທ່ານໄດ້ກ່າວຕື່ມວ່າ: ແນ່ນອນວ່າໃນຍຸກອຸດສາຫະກໍາຄັ້ງທີ 4, ການຫັນເປັນເຕັກໂນໂລຊີດິຈິຕ໋ອນຂອງ ສປປ ລາວ ແມ່ນມີຄວາມຈໍາເປັນ, ໃນນັ້ນ ວຽກງານໄປສະນີຈຶ່ງມີຄວາມສໍາຄັນທີ່ສຸດ ແລະ ກໍຫຍຸ້ງຍາກໃນເວລາດຽວກັນ ຈຶ່ງຂໍສະເໜີໃຫ້ພວກທ່ານເອົາໃຈໃສ່ຊ່ວຍ ເປັນຕົ້ນແມ່ນ ດ້ານເຕັກນິກ, ເຕັກໂນໂລຊີ ແລະ ການພັດທະນາບຸກຄະລາກອນ ເພື່ອຄວາມເຂັ້ມແຂງ ແລະ ກ້າວເຂົ້າສູ່ສາກົນໄປດ້ວຍກັນ.

ສປປ ລາວ ເອງກໍເປັນປະເທດປິດ, ການຫັນເປັນດິຈິ ຕ໋ອນ ເພື່ອຫັນປະເທດໃຫ້ເຊື່ອມໂຍງກັບທຸກປະເທດ, ນອກຈາກເລື່ອງເຕັກໂນໂລຊີແລ້ວ ວຽກງານການຂົນສົ່ງ ກໍມີຄວາມສໍາຄັນ. ນອກຈາກດ່ານຊາຍແດນສາກົນລາວ-ຫວຽດນາມ ນໍ້າພາວ-ເກົາແຈ່ວທີ່ປະສົບຜົນສໍາເລັດດີແລ້ວ ພວກເຮົາຕ້ອງຫາທ່າແຮງອື່ນອີກ ເປັນຕົ້ນແມ່ນດ່ານຊາຍແດນ ນາເພົ້າ-ຈາລໍ, ແດນສະຫວັນ-ລາວບາວ, ພູເກືອ-ເບີອີ ໂອກາດພັດທະນາຍັງມີຫລາຍ ແລະ ໃນນາມປີ 2022 ທີ່ເປັນປີສາມັກຄີມິດຕະພາບລາວ-ຫວຽດນາມນີ້, ຂໍອວຍພອນໃຫ້ການຮ່ວມມືລະຫວ່າງໄປສະນີຫວຽດ ນາມ-ລາວ ຈົ່ງປະສົບຜົນສໍາເລັດ, ຍາດໄດ້ຜົນງານໃໝ່ຫລວງຫລາຍກວ່າເກົ່າ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ມິດຕະພາບໃນການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ ນັບມື້ນັບເກີດດອກອອກຜົນ.

ພິເສດ, ໃນໂອກາດທີ່ທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມບໍລິສັດ ໄປສະນີ ຫວຽດນາມ ໃນຄັ້ງນີ້ ທ່ານ ຫງວຽນ ຫາຍ ແທງ, ປະທານບໍລິສັດ ໄປສະນີ ຫວຽດນາມ ພ້ອມດ້ວຍຄະນະອໍານວຍການ ຈຶ່ງຂໍມອບທຶນການສຶກສາປະລິນຍາໂທ ທາງດ້ານໄອທີ ມູນຄ່າ 252.300.000 ກີບ (15.000 ໂດລາສະຫະລັດ) /ຄົນ ລວມ 2 ທຶນ ລວມມູນຄ່າ 504.600.000 ກີບ (30.000 ໂດລາສະຫະລັດ) ເປັນຂອງຂວັນທີ່ແສນພິເສດ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະປະ ຕິບັດໜ້າທີ່ວຽກງານທີ່ວາງໃຫ້ໄວ້ຢ່າງເຂັ້ມງວດ ໃຫ້ໄດ້ໝາກຜົນທີ່ສຸດ.

ຮູບພາບ ແລະ ຂ່າວ: ຈັນທະຈັກ ຫລວງລາດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version