Home ຂ່າວຕ່າງປະເທດ 73 ປີແຫ່ງການສ້າງສາພັດທະນາປະເທດຊາດຂອງ ສປ ຈີນ

73 ປີແຫ່ງການສ້າງສາພັດທະນາປະເທດຊາດຂອງ ສປ ຈີນ

0

ປີ 2022 ເປັນປີທີ່ ສປ ຈີນ ມີຫລາຍເຫດການທີ່ສໍາຄັນ ເປັນຕົ້ນແມ່ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູຸນິດຈີນ, ຊຶ່ງຈະຈັດຂຶ້ນໃນວັນທີ 16 ຕຸລາ 2022 ທີີ່ຈະມາເຖິງນີ້. ຈຸດປະສົງຂອງກອງປະຊຸມໃຫຍ່ຄັ້ງນີ້ແມ່ນເພື່ອຄົ້ນຄວ້າປຶກສາຫາລື ແລະ ຮັບ ຮອງເອົາບັນຫາທີ່ສໍາຄັນຂອງພັກ ແລະ ຂອງຊາດ, ກໍານົດທິດທາງແຜນການໃນໄລຍະ 5 ປີຕໍ່ໜ້າ ແລະ ໄລຍະຍາວ. ກອງປະຊຸມໃຫຍ່ຄັ້ງຂອງພັກກອມມູນິດຈີນຄັ້ງນີ້ ຈະມີຜູ້ແທນເຂົ້າຮ່ວມທັງໝົດ 2296 ສະຫາຍ, ຊຶ່ງເປັນຕົວແທນໃຫ້ແກ່ສະມາ ຊິກພັກກອມມູນິດຈີນຈໍານວນ 96 ລ້ານກວ່າສະຫາຍໃນທົ່ວປະເທດ. ກອງປະ ຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມຫມາຍຄວາມສຳຄັນ ເປັນຢ່າງຍິ່ງສຳລັບ ສປ ຈີນ ຈັດຂຶ້ນໃນທ່າມກາງບັນຍາກາດ ທີ່ພັກກອມ ມູນິດຈີນນໍາພາປວງຊົນທັງຊາດ ກ້າວເຂົ້າສູ່ການສ້າງປະເທດສັງຄົມນິຍົມທີ່ທັນ ສະໄໝຢ່າງຮອບດ້ານ ແລະ ມຸ່ງໜ້າສູ່ເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີສອງ ໃນການສ້າງ ສປ ຈີນ ໃຫ້ກາຍ ເປັນປະເທດຮັ່ງມີເຂັ້ມແຂງ, ມີປະຊາ ທິປະໄຕ ແລະ ສີວິໄລ, ສັງຄົມມີຄວາມປອງດອງ ແລະ ເປັນປະເທດທີ່ມີຄວາມທັນສະໄໝໃນໂອກາດສະຖາປະນາ ສປ ຈີນ ຄົບຮອບ 100 ປີ ໃນປີ 2049. ກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນເປັນ ເຫດການການເມືອງທີ່ສໍາຄັນຕໍ່ສະມາຊິກພັກ, ພະນັກງານ, ທະຫານ, ຕໍ່າຫລວດ ແລະ ປວງຊົນຊາວຈີນທຸກທົ່ວໜ້າ.

ປີ 2022, ຍັງເປັນປີຄົບຮອບ 73 ປີຂອງການສະຖາປະນາ ສາທາລະລັດ ປະຊາຊົນຈີນ. ວັນທີ 01 ຕຸລາ 1949, ສາທາລະນະລັດ ປະຊາຊົນຈີນ ໄດ້ຮັບການສ້າງຕັ້ງຢ່າງເປັນທາງການ, ນັບແຕ່ວັນນັ້ນເປັນ ຕົ້ນມາປະຊາ ຊົນຈີນ ເປັນເຈົ້າຂອງປະເທດຢ່າງແທ້ຈິງ, ການສ້າງຕັ້ງລະບອບໃຫມ່ຍັງສະແດງໃຫ້ເຫັນເຖິງໄຊຊະນະອັນຍິ່ງໃຫຍ່ຂອງພະລະກິດປົດ ປ່ອຍຊາດ ປະຊາທິປະໄຕຢູ່ຈີນ, ເປັນມື້ໄຂສັງກາດໃຫມ່ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດໃນໄລຍະຕໍ່ມາ. ໃນໄລຍະ 73 ປີຜ່ານມາ, ພາຍໃຕ້ການຊີ້ນໍາ-ນໍາພາ ອັນປີຊາສາມາດ ແລະ ສະຫລາດຊ່ອງໃສຂອງພັກກອມ ມູນິດຈີນ ບວກໃສ່ກັບຄວາມເສຍສະ ຫລະ, ຄວາມເປັນແບບຢ່າງຂອງສະມາ ຊິກພັກ-ພະນັກງານ ແລະ ຄວາມອົດທົນພາກພຽງຂອງປະຊາຊົນຊາວຈີນບັນດາເຜົ່າ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ ສປ ຈີນ ໄດ້ຮັບຜົນສຳເລັດອັນຍິ່ງໃຫຍ່, ຊຶ່ງສະ ແດງອອກໃນບາງດ້ານ ເຊັ່ນ:

1. ບົດບາດຂອງ ສປ ຈີນ ພົ່ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ: ສປ ຈີນ ເປັນໜຶ່ງໃນ 5 ປະເທດສະມາຊິກຖາວອນ ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ, ສປ ຈີນ ໄດ້ໃຫ້ການສະ ໜັບສະໜູນວຽກງານຂອງອົງການຈັດຕັ້ງພາກພື້ນ ແລະ ສາກົນຢ່າງຫ້າວຫັນ, ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມສັນຕິ ພາບ ແລະ ການພັດທະນາຂອງມວນມະນຸດ. ແຕ່ລະປີ ສປ ຈີນ ປະກອບສ່ວນສໍາຄັນເຂົ້າໃນການຂະຫຍາຍຕົວຂອງເສດຖະກິດໂລກ ຊຶ່ງກວມອັດຕາສ່ວນເຖິງ 30%. ພ້ອມນັ້ນ, ສປ ຈີນ ຍັງໄດ້ໃຫ້ການຊ່ວຍເຫລືອເພື່ອການພັດທະນາແກ່ 160 ກວ່າປະເທດໃນໂລກ, ໄດ້ເຂົ້າເປັນສະມາຊິກຂອງອົງການຈັດຕັ້ງສາກົນ ແລະ ລົງນາມໃນສົນທິ ສັນຍາສາກົນ 600 ກວ່າສະບັບ, ລົງນາມໃນສົນ ທິສັນຍາຮ່ວມມືສອງຝ່າຍກັບຕ່າງປະເທດ ຈຳນວນ 27.000 ກວ່າສະບັບ. ນອກນັ້ນ, ບັນດາຂໍ້ລິເລິ່ມທີ່ ສປ ຈີນ ຍົກຂຶ້ນໂດຍສະເພາະຂໍລິເລິ່ມ“ໜຶ່ງແລວ, ໜຶ່ງເສັ້ນທາງ” , ຂໍ້ລິເລິ່ມຄວາມຫມັ້ນຄົງທົ່ວໂລກ ແລະ ຂໍ້ລິເລິ່ມອື່ນໆ ໄດ້ປະກອບສ່ວນສຳຄັນໃນການສົ່ງເສີມສັນຕິພາບ ແລະ ການພັດທະນາໃນພາກພື້ນ ແລະ ສາກົນ ຊຶ່ງໄດ້ຮັບການສະໜັບສະໜູນຈາກປະເທດຕ່າງໆໃນພາກພື້ນ ແລະ ສາກົນເປັນຢ່າງດີ.

2. ເສດຖະກິດ ສປ ຈີນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ: ໃນໄລຍະທີ່ລະບອບໃຫມ່ໄດ້ຮັບການສ້າງຕັ້ງໃນເບື້ອງຕົ້ນ, ເສດຖະກິດ ສປ ຈີນ ມີຄວາມຫລ້າຫລັງ, ປະຊາຊົນມີຄວາມທຸກຍາກ ຍ້ອນໄດ້ຮັບຜົນສະທ້ອນຈາກສົງຄາມ ແລະ ການປິດລ້ອມຈາກພາຍນອກ. ຜ່ານການສ້າງສາພັດທະນາປະເທດຊາດມາ ເປັນເວລາ 70 ກວ່າປີ, ສປ ຈີນ ກາຍເປັນປະເທດມະຫາອໍານາດທາງດ້ານເສດ ຖະກິດ ອັນດັບທີສອງຂອງໂລກຮອງຈາກສະຫະລັດອາເມລິກາ, ລວມຍອດຜະ ລິດຕະພັນພາຍໃນ(GDP) ໃນປີ 2021 ຂອງ ສປ ຈີນ ມີທັງຫມົດ 114.367 ຕື້ຢວນ. ສປ ຈີນ ເປັນປະເທດຜູ້ຜະລິດລາຍໃຫຍ່ອັນດັບໜຶ່ງຂອງໂລກ, ເປັນປະເທດຄູ່ຄ້າລາຍໃຫຍ່ຂອງໂລກ ແລະ ເປັນຕະຫລາດທີ່ໃຫຍ່ທີ່ສຸດຂອງໂລກ. ປັດຈຸບັນ, ສປ ຈີນ ມີສາຍພົວພັນທາງດ້ານການຄ້າກັບ 130 ກວ່າປະເທດໃນໂລກ, ປີ 2021 ມູນຄ່າສິນຄ້ານໍາເຂົ້າ-ສົ່ງອອກ ບັນລຸ 39.100 ຕື້ຢວນ.

3. ຊີວິດການເປັນຢູ່ຂອງປະຊາຊົນຈີນໄດ້ຮັບການປັບປຸງຍົກລະດັບເປັນກ້າວໆມາ: 70 ປີກ່ອນໜ້ານີ້, ຊີວິດການເປັນຢູ່ຂອງປະຊາຊົນຈີນ ມີຄວາມທຸກຍາກລໍາບາກ, ກໍາລັງການຜະລິດກໍບໍ່ສູງ, ສະ ຫວັດດີການສັງຄົມກໍມີຄວາມຈຳກັດ. ປັດຈຸບັນ ປະຊາຊົນຈີນ ຈຳນວນຮ້ອຍລ້ານຄົນຫລຸດຜົ້ນອອກຈາກຄວາມທຸກຍາກ, ການປະກັນສຸຂະພາບກວມເອົາ 1,3 ຕື້ກວ່າຄົນ(ຮອດທ້າຍປີ 2021), ສປ ຈີນ ກາຍ ເປັນປະເທດທີ່ມີລະບົບປະກັນສັງຄົມທີ່ໃຫຍ່ທີ່ສຸດໃນໂລກ. ພ້ອມນັ້ນ, ຈໍານວນຜູ້ທີ່ມີລາຍຮັບປານກາງ ທີ່ມີລາຍຮັບປະມານ 2.000-5.000 ຢວນ/ເດືອນ ກວມເອົາ 1/3 ຂອງພົນລະເມືອງທັງຫມົດ, ເມື່ອຮອດປີ 2030 ຈະເພີ່ມຂຶ້ນເປັນ 50% ຂອງພົນລະເມືອງ. ປັດຈຸບັນ ປະຊາຊົນຊາວຈີນມີຊີວິດການເປັນຢູ່ທີ່ດີ, ມີຄວາມຜາສຸກ ແລະ ມີຄວາມເພີ່ງພໍໃຈ, ກຳລັງການຊື້ກໍນັບມື້ນັບສູງ.

4. ພື້ນຖານໂຄງລ່າງໄດ້ຮັບການປັບປຸງກໍ່ສ້າງຢ່າງມະຫັດສະຈັນ: ໃນໄລຍະທີ່ປະເທດຊາດຫາກໍ່ໄດ້ຮັບການປົດປ່ອຍ, ພື້ນຖານໂຄງລ່າງຍັງບໍ່ທັນສະໄໝ. ພາຍໃຕ້ຄວາມພະຍາຍາມ ແລະ ຄວາມເອົາໃຈ ໃສ່ໃນການກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງຂອງພັກ ແລະ ລັດຖະ ບານຈີນມາເປັນເວລາ 70 ກວ່າປີ ຕາມສຸພາສິດຂອງຈີນທີ່ວ່າ “ຢາກຮັ່ງມີ ກ່ອນອື່ນໝົດຕ້ອງສ້າງຫົນທາງ”. ປັດຈຸບັນ ສປ ຈີນ ເປັນປະເທດທີ່ມີເສັ້ນທາງດ່ວນ ແລະ ທາງລົດໄຟທີ່ຍາວທີ່ສຸດໃນໂລກ. ນອກນັ້ນ, ລະບົບອິນເຕີເນັດ, ໂຮງຫມໍ, ໂຮງ ຮຽນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆກໍໄດ້ຮັບການປັບປຸງຍົກລະດັບໃຫ້ດີຂຶ້ນເປັນກ້າວໆມາ.

5. ວິທະຍາສາດ ແລະ ເຕັກໂນໂລຊີໄດ້ຮັບການພັດທະນາແບບກ້າວກະໂດດ. ພາຍຫລັງທີ່ ສປ ຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ຮັບການຈໍາກັດ ແລະ ປິດລ້ອມຈາກພາຍນອກ ຊຶ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີຂອງຈີນ. ຮອດປັດຈຸບັນ ສປ ຈີນ ມີຜົນສໍາເລັດໃນການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໂດຍສະເພາະເຕັກນິດທາງດ້ານອາວະກາດ, ການກໍ່ສ້າງລົດໄຟຄວາມໄວສູງ, ລະບົບດາວທຽມ, ລະບົບອິນເຕີເນັດ ແລະ ອື່ນໆ ຊຶ່ງປະກອບສ່ວນສໍາຄັນໃນການສົ່ງເສີມການພັດທະນາຂອງມວນມະນຸດ.

ຜົນສຳເລັດອັນຫຍິ່ງໃຫຍ່ທີ່ພັກ, ລັດຖະບານ ແລະ ປະຊາຊົນຊາວຈີນ ຍາດມາໄດ້ໃນໄລຍະ 70 ກວ່າປີຜ່ານມານັ້ນ ແມ່ນຍ້ອນຄວາມອົດທົນພາກພຽງ ແລະ ຄວາມສະຫລຽວສະຫລາດຂອງປະຊາຊົນຊາວຈີນ ພາຍໃຕ້ການຊີ້ນຳ-ນໍາພາຂອງພັກກອມມຸຍນິດຈີນ ທີ່ຍຶດໝັ້ນໃນຫລັການພັກນຳພາ, ຍຶດຫມັ້ນໃນການເດີນຕາມເສັ້ນທາງທີ່ແທດເຫມາະກັບສະພາບການຕົວຈິງຂອງ ສປ ຈີນ, ຍຶດໝັ້ນໃນຫລັກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ຍຶດຫມັ້ນໃນຫລັກ ການພັດທະນາທີ່ຖືເອົາປະຊາຊົນເປັນໃຈກາງ. ການເຕີບໃຫຍ່ຂະຫຍາຍຕົວຂອງ ສປ ຈີນ ໄດ້ປະກອບສ່ວນອັນສຳຄັນໃນການສົ່ງເສີມສັນຕິພາບໂລກ ແລະ ການພັດທະນາຂອງມວນມະນຸດ.

(ຄົ້ນຄວ້າຮຽບຮຽງໂດຍ: ໂຄງການຄົ້ນຄວ້າຮ່ວມ ລາວ – ຈີນ, ສະຖາບັນການຕ່າງປະເທດ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version