Home ຂ່າວໜ້າໜຶ່ງ ສະຖາບັນຂົງຈື ສາມາດສ້າງບຸກຄະລາກອນອອກຮັບໃຊ້ສັງຄົມໄດ້ຫຼາຍກວ່າ 28 ພັນຄົນ

ສະຖາບັນຂົງຈື ສາມາດສ້າງບຸກຄະລາກອນອອກຮັບໃຊ້ສັງຄົມໄດ້ຫຼາຍກວ່າ 28 ພັນຄົນ

0

ເນື່ອງໃນໂອກາດສະເຫຼີມສະຫຼອງຫຼອງວັນຄູແຫ່ງຊາດ ຄົບຮອບ 28 ປີ (ວັນທີ 7 ຕຸລາ 1994 – ວັນທີ 7 ຕຸລາ 2022) ທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສຳພາດວ່າ: ຄູ ຄືຜູ້ທີ່ສ້າງບຸກຄະລາກອນທີ່ມີຄຸນນະພາບອອກຮັບໃຊ້ສັງຄົມ ເພື່ອປະກອບ ສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ກໍຄື ພັດທະນາຊັບພະຍາກອນມະນຸດຂອງຊາດ ໃຫ້ມີຄວາມຈະເລີນກ້າວໜ້າ.

ທ່ານ ຄຳຮຸ່ງ ຈັນທະວົງ ໄດ້ກ່າວວ່າ: ສະຖາບັນຂົງຈື ມີການຮຽນ-ການສອນພາສາຈີນ 6 ລະດັບພື້ນຖານ, ນັບແຕ່ສ້າງຕັ້ງສະຖາບັນເປັນຕົ້ນມາ ສາມາດສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ໄດ້ທັງໝົດ 28.701 ຄົນ ຍິງ 13.340 ຄົນ ມີຫ້ອງຮຽນຂົງຈື ຢູ່ລາວ 5 ແຫ່ງ ຄື: ຢູ່ ມ.ສ ສາທິດ, ມ.ສ ວຽງຈັນ, ມ.ສ ຊົນເຜົ່າກິນນອນວັງວຽງ, ສະຖາບັນການເມືອງ-ການປົກຄອງທ່າງ່ອນ ແລະ ຢູ່ວິທະຍຸກະຈາຍສຽງແຫ່ງຊາດລາວ; ໂດຍໄດ້ສ້າງບຸກຄະລາກອນຢູ່ຫ້ອງຮຽນຂົງຈືໄດ້ 5.291 ຄົນ; ພ້ອມນີ້, ທາງສະຖາບັນຍັງໄດ້ສົ່ງຄູ-ອາຈານ ໄປສິດສອນພາສາຈີນຕາມອົງກອນຂອງລັດ ແລະ ຝຶກອົບຮົບໃຫ້ຄູທ້ອງຖິ່ນ ໄດ້ 293 ຄົນ ຊຶ່ງແມ່ນພາລະບົດບາດ ແລະ ໜ້າທີ່ຂອງສະຖາບັນຂົງຈື ໃນການປະກອບສ່ວນວຽກງານສ້າງບຸກຄະລາກອນ ທີ່ຕອບສະໜອງໃຫ້ແກ່ສັງຄົມ. ນອກຈາກນັ້ນ ສະຖາບັນຂົງຈື ໄດ້ຖືກກຳນົດຢູ່ໃນສັນຍາການຈັດຕັ້ງປະຕິບັດ ຄູ່ຮ່ວມຊາຕາກຳດຽວກັນຂອງ ສອງຊາດ ລາວ-ຈີນ ໃນມາດຕາສີ່ຂໍ້ສອງ ໂດຍມີໜ້າທີ່ໃນການພັດທະນາບຸກຄະລາກອນມະນຸດ ໃນການຮັບໃຊ້ໃນໂຄງການທີ່ສຳຄັນຂອງລັດຖະບານ ເປັນຕົ້ນແມ່ນໂຄງການທາງລົດໄຟ, ໂຄງການທາງດ່ວນ ແລະ ໂຄງການທີ່ສຳຄັນອື່ນໆອີກ.

ທ່ານໄດ້ໃຫ້ຮູ້ອີກວ່າ: ສະຖາບັນຂົງຈືມີໜ້າທີ່ເປັນເສນາທິການ ໃຫ້ແກ່ຄະນະອະທິການຂອງມະຫາວິທະຍາໄລແຫ່ງຊາດ ໂດຍສະເພາະແມ່ນວຽກງານການພັດທະນາ, ການຮຽນ-ການສອນ, ການພັດທະນາບຸກຄະລາກອນ, ການຍາດແຍ່ງເອົາການຊ່ວຍເຫຼືອຈາກທາງລັດຖະບານຈີນ ແລະ ໄດ້ເປັນຂົວຕໍ່ເລື່ອງວຽກງານການສຶກສາຂອງມະຫາວິທະຍາໄລແຫ່ງຊາດ ແລະ ສປ ຈີນ ຊຶ່ງສະຖາບັນຂົງຈືແມ່ນສ້າງຕັ້ງຂຶ້ນບົນພື້ນຖານການຮ່ວມມື ຂອງມະຫາວິທະຍາໄລແຫ່ງຊາດ ສປປ ລາວ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ.

ໂອກາດນີ້ ເນື່ອງໃນວັນຄູແຫ່ງຊາດ ຄົບຮອບ 28 ປີ ຊຶ່ງເປັນວັນຂອງບັນດາຄູ-ອາຈານ ຜູ້ຖ່າຍທອດຄວາມຮູ້, ໃນນາມຄູ ໃນນາມສ່ວນຕົວ ຂໍອວຍພອນການນຳພັກ-ລັດ ຜູ້ບໍລິຫານການສຶກສາທຸກພາກສ່ວນ ຄູລາວ ແລະ ຄູຕ່າງປະເທດ ທີ່ກໍາລັງປະຕິບັດໜ້າທີ່ໃນຂອບເຂດທົ່ວປະເທດ ຈົ່ງປະສົບແຕ່ຄວາມສຸກ ມີສຸຂະພາບແຂງແຮງ ປະສົບຜົນສຳເລັດໃນໜ້າທີ່ການງານ ມີຜົນສໍາເລັດທຸກປະການ.

ໂດຍ: ຍຸພິນທອງ, ພາບ: ວັນເພັງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version