Home ສຶກສາ ມສ ວຽງຈັນ ສະຫຼຸບສົກຮຽນ 2021-2022 ພ້ອມສະຫຼອງວັນຄູແຫ່ງຊາດ

ມສ ວຽງຈັນ ສະຫຼຸບສົກຮຽນ 2021-2022 ພ້ອມສະຫຼອງວັນຄູແຫ່ງຊາດ

0

ໂຮງຮຽນ ມສ ວຽງຈັນ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 28 ປີ ເມື່ອວັນທີ 5 ຕຸລາ ຜ່ານມາ ທີ່ໂຮງຮຽນດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ໄຊຍະເດດ ຊົງມີໄຊ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ສົມພຽນ ໄຊຍະເດດ ປະທານສະພາໂຮງຮຽນ, ພ້ອມດ້ວຍຄະນະອໍານວຍການໂຮງຮຽນ, ບັນດາແຂກທີ່ຖືກເຊີນຈາກພາກສ່ວນຕ່າງໆ, ພະນັກງານບໍານານ, ພໍ່ແມ່ຜູ້ປົກຄອງ ແລະ ນ້ອງນັກຮຽນຢ່າງພ້ອມພຽງ.

ໂອກາດດັ່ງກ່າວ, ທ່ານ ທອນພັນ ອຸໄລທອນ ຜູ້ອໍານວຍການໂຮງຮຽນ ມສ ວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງຮຽນ ມສ ວຽງຈັນ ໄດ້ຈັດຕັ້ງປະຕິບັດການຮຽນການສອນ ໃນສົກຮຽນ 2021-2022, ໄລຍະການສິດສອນ-ຮໍ່າຮຽນ ໂດຍສ່ວນຫຼາຍສິດສອນແບບອອນລາຍຜ່ານທາງວອດແອບ (Whats App), Zoom Google meeting ໂດຍເລີ່ມຮຽນພາກຮຽນ I ແມ່ນວັນທີ 1 ກັນຍາ 2021 ຫາ ວັນທີ 7 ມັງກອນ 2022 ໄດ້ສອບເສັງພາກຮຽນ ໃນວັນທີ 17 ຫາ 21 ມັງກອນ 2022 ແລະ ສອນພາກຮຽນ II ໃນວັນທີ 31 ມັງກອນ 2022 ຫາ 13 ພຶດສະພາ 2022 ໄດ້ສອບເສັງພາກຮຽນ 23-27 ພຶດສະພາ 2022, ສອບເສັງຄືນ ມ.1, ມ.2, ມ.3, ມ.5 ແລະ ມ.6 ໃນວັນທີ 30 ພຶດສະພາ ຫາ ວັນທີ 3 ມິຖຸນາ 2022, ສອບເສັງຈົບ ມ.4 ໃນວັນທີ 6 ຫາ 8 ກໍລະກົດ 2022 ແລະ ສອບເສັງຈົບ ມ.7 ໃນວັນທີ 14-16 ກໍລະກົດ 2022 ແລະ ມີນັກຮຽນສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ.4) ໄດ້ໃບປະກາດແດງ ຈໍານວນ 1 ຄົນ, ມ.7 ຈໍານວນ 9 ຄົນ, ຍິງ 6 ຄົນ, ນັກຮຽນເກັ່ງຮອບດ້ານຄະແນນ 7 ຂຶ້ນໄປທຸກວິຊາ ມ.4 ມີ 192 ຄົນ ແລະ ມ.7 ມີ 411 ຄົນ, ພິເສດນັກຮຽນທີ່ໄດ້ຮັບປະກາດສະນີຍະບັດແດງ ຈໍານວນ 9 ຄົນ ແລະ ນັກຮຽນເກັ່ງອັນດັບທີ 3 ລະດັບຊາດວິຊາຟີຊິກສາດ ແມ່ນໄດ້ຮັບທຶນການສຶກສາຕໍ່ທີ່ມະຫາວິທະຍາໄລແຫ່ງຊາດ.

ນອກຈາກນັ້ນ, ຜູ້ເຂົ້າຮ່ວມໃນພິທີ ໄດ້ຮັບຟັງການເລົ່ານຄືນມູນເຊື້ອປະຫວັດຄວາມເປັນມາຂອງນາຍຄູຄຳ ແລະ ມູນເຊື້ອຂອງວັນຄູແຫ່ງຊາດ ຄົບຮອບ 28 ປີ (7 ຕຸລາ 1994 ຫາ ວັນທີ 7 ຕຸລາ 2022) ພ້ອມທັງໄດ້ມີການມອບໃບຍ້ອງຍໍໃຫ້ແກ່ພະນັກງານຄູອາຈານ ແລະ ນ້ອງນັກຮຽນທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານການຮຽນການສອນພາຍໃນໂຮງຮຽນ ສອນດີ-ສອນເກັ່ງ ແລະ ຮຽນດີ-ຮຽນເກັ່ງອີກດ້ວຍ.

ໂດຍ ບົວລະພາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version