Home ຂ່າວການເມືອງ ແລກປ່ຽນພາກປະຕິບັດທີ່ດີໃນການຈັດຕັ້ງປະຕິບັດສົນທິສັນຍາພາກພື້ນ ແລະ ສາກົນ ກ່ຽວກັບການຕ້ານອາຊະຍາກຳຂ້າມຊາດ

ແລກປ່ຽນພາກປະຕິບັດທີ່ດີໃນການຈັດຕັ້ງປະຕິບັດສົນທິສັນຍາພາກພື້ນ ແລະ ສາກົນ ກ່ຽວກັບການຕ້ານອາຊະຍາກຳຂ້າມຊາດ

0

ໃນລະຫວ່າງວັນທີ 12-13 ຕຸລາ 2022, ກະຊວງການຕ່າງປະເທດ (ກົມສົນທິສັນຍາ ແລະ ກົດໝາຍ) ພາຍໃຕ້ການສະໜັບສະໜູນຈາກກອງທຶນພິເສດການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຈັດກອງປະຊຸມຝຶກອົບຮົມພາກພື້ນ ກ່ຽວກັບ ການສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກການຮ່ວມມື ແລະ ພາກປະຕິບັດທີ່ດີໃນການຈັດຕັ້ງປະຕິບັດສົນທິສັນຍາພາກພື້ນ ແລະ ສາກົນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ແລະ ອະນຸສັນຍາທີ່ກ່ຽວຂ້ອງ ໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ 08 ແຂວງພາກເໜືອ ຊຶ່ງກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 12 ຕຸລາ 2022, ທີ່ ນະຄອນ ຫຼວງພະບາງ, ແຂວງ ຫຼວງພະບາງ ພາຍໃຕ້ການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະ ເທດ ແລະ ມີການເຂົ້າຮ່ວມກ່າວຄຳເຫັນໂດຍ ທ່ານ ຫຼີ້ ຈື້ກົ່ງ (Li Zhigong), ກົງສຸນໃຫຍ່ ແຫ່ງ ສປ ຈີນ ປະຈໍາ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ມີນັກວິທະຍາກອນຈາກສູນກາງທີ່ມາຈາກ ກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ຜູ້ຕາງໜ້າຈາກສາທາລະນະລັດ ສະຫະພາບມຽນມາ ແລະ ຣາຊະອານາຈັກໄທ ໃນຫົວຂໍ້ທີ່ພົວພັນກັບວຽກງານການຮ່ວມມືພາກພື້ນ ແລະ ສາກົນ ໃນການຕ້ານ ແລະ ສະກັດກັ້ນ ອາຊະຍາກຳຂ້າມຊາດທີ່ີມີການ ຈັດຕັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 90 ທ່ານ (ຍິງ 20 ທ່ານ).

ຈຸດປະສົງຂອງກອງປະຊຸມຝືກອົບຮົມໃນຄັ້ງນີ້ ເພື່ອແລກປ່ຽນຄຳຄິດເຫັນ, ບົດຮຽນ ແລະ ແລກປ່ຽນ ພາກປະຕິບັດທີ່ດີໃນການຈັດຕັ້ງປະຕິບັດສົນທິສັນຍາພາກພື້ນ ແລະ ສາກົນ ກ່ຽວກັບການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ລວມທັງການຊ່ວຍເຫຼືອຊຶ່ງກັນ ແລະ ກັນທາງດ້ານກົດ ໝາຍໃນບັນຫາອາຍາ ລະຫວ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພ້ອມທັງເປັນຂໍ້ມູນໃນການຈັດ ຕັ້ງປະຕິບັດ ແລະ ການຮ່ວມມືລະຫວ່າງບັນດາປະເທດດັ່ງກ່າວໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ລວມທັງການຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງດ້ານກົດໝາຍໃນບັນຫາອາຍາໃນປັດຈຸບັນ ແລະ ອານາຄົດ, ສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ເສີມຂະຫຍາຍການຮ່ວມມືທີ່ດີກັບບັນດາປະ ເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພາຍໃຕ້ສົນທິສັນຍາທີ່ໄດ້ເປັນພາຄີຮ່ວມກັນ ແລະ ເປັນການຍົກລະ ດັບຄວາມຮູ້ຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງ ສປປ ລາວ ໃນການຮ່ວມມືກັບປະເທດອ້ອມຂ້າງໃນວຽກງານການສະກັດກັ້ນ ແລະ ຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງໃຫ້ມີປະສິດທິ ພາບ, ປະສິດທິຜົນ ແລະ ໄດ້ຮັບປະຜົນໂຫຍດຮ່ວມກັນ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version