Home ບຸນປະເພນີ ບຸນຊ່ວງເຮືອທີ່ເມືອງຂວາປີນີ້ຈັດຂຶ້ນຢ່າງຄຶກຄື້ນພາຍຫລັງໂຈະ 2 ປິ

ບຸນຊ່ວງເຮືອທີ່ເມືອງຂວາປີນີ້ຈັດຂຶ້ນຢ່າງຄຶກຄື້ນພາຍຫລັງໂຈະ 2 ປິ

0

ວັນທີ 11 ຕຸລາ 2022 ນີ້, ອົງການປົກຄອງເມືອງຂວາ ໄດ້ຈັດງານບຸນຊ່ວງເຮືອປະຈຳປີ 2022 ເຊິ່ງມີການນຳຂອງແຂວງເມືອງອ້ອມຂ້າງ ພ້ອມດ້ວຍມວນຊົນ ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫລວງຫລາຍ.

ທຸກປີພໍເຖິງມື້ຂຶ້ນ 15 ຄໍ່າເດືອນ 11 ປະຊາຊົນບັນດາເຜົ່າເມືອງຂວາ ທີ່ຢູ່ລຽບສາຍນ້ຳອູ ໄດ້ນຳເອົາເຮືອຊ່ວງຂອງຕົນເຂົ້າຮ່ວມແຂ່ງເພື່ອສະແດງເຖິງພາລະກຳລັງຂອງນັກສີພາຍເຮືອຊ່ວງ, ຄວາມສາມັກຄີລະຫວ່າງບ້ານຕໍ່ບ້ານພາຍໃນເມືອງ ພ້ອມທັງເປັນການບູຊາພະຍານາກຕາມຮີດຄອງປະເພນີ ເພື່ອປົກປັກຮັກສາບ້ານເມືອງ ໃຫ້ມີຄວາມຈະເລີນຮຸ່ງເຮືຶອງ ແລະ ຢູ່ເຢັນເປັນສຸກຕະຫລອດໄປ. ສຳລັບ 2 ປີຜ່ານມາປະຊາຊົນເມືອງຂວາ ບໍ່ໄດ້ຈັດບຸນຊ່ວງເຮືອ ຍ້ອນສະພາບການລະບາດຂອງພະຍາດໂຄວິດ-​19 ຈຶ່ງເຮັດພຽງຄອບໄຂ່ວສາຍນ້ຳຕາມປະເພນີເທົ່ານັ້ນ. ພາຍຫລັງລັດຖະບານໄດ້ເປີດປະເທດເຕັມຮູບແບບເພື່ອຕ້ອນຮັບນັກທ່ອງທ່ຽວ ອົງການປົກຄອງເມືອງ ຈຶ່ງຕົກລົງຈັດບຸນຊ່ວງເຮືອຂຶ້ນອີກຄັ້ງເພື່ອຊຸກຍູ້ດ້ານການທ່ອງທ່ຽວຂອງເມືອງໃຫ້ມີຄວາມເບີກບານມ່ວນຊື່ນ ແລະມີຄວາມເຂັ້ມແຂງ.

ສຳລັບການແຂ່ງປີນີ້ ແມ່ນອົງການປົກຄອງບ້ານສົບກາຍ ເປັນເຈົ້າພາບ ໂດຍມີເຮືອຊ່ວງເຂົ້າຮ່ວມແຂ່ງຂັນທັງໝົດ 11 ລຳຄື:

1.ເຮືອຊ່ວງ ບ້ານເມືອງຂວາ

2.ບ້ານໂພໄຊເໜືອ

3.ບ້ານໂພໄຊໃຕ້

4.ບ້ານໂພນໄຊ

5.ບ້ານສະຫລອງໄຊ

6.ບ້ານຫາດເດືອ

7.ບ້ານນາຕູ່ນ

8.ບ້ານທ່າບັກ

9.ບ້ານຫ້ວຍຍາງ

10.ບ້ານສົບອັດ

11.ບ້ານສົບກ່າຍ​

ເຊິ່ງເຮືອດັ່ງກ່າວແມ່ນມາຈາກບັນດາບ້ານ ພາຍໃນເມືອງຂວາ.

ພາບ-ຂ່າວ: ແສງຄຳ ສາລີວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version