Home ຂ່າວຕ່າງປະເທດ ສ້າງຂະແໜງພິມຈຳໜ່າຍ ໃຫ້ກາຍເປັນພາກສ່ວນສຳຄັນຂອງຂະແໜງອຸດສາຫະກຳວັດທະນະທໍາ

ສ້າງຂະແໜງພິມຈຳໜ່າຍ ໃຫ້ກາຍເປັນພາກສ່ວນສຳຄັນຂອງຂະແໜງອຸດສາຫະກຳວັດທະນະທໍາ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອຂອງຂະແໜງພິມຈຳໜ່າຍປຶ້ມ ຫວຽດນາມ ຄົບຮອບ 70 ປີ (ວັນທີ 10/10/1952 – 10/10/2022), ໃນວັນທີ 10 ຕຸລາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບພະນັກງານຜູ້ອາວຸໂສ ແລະ ຜູ້ແທນດີເດັ່ນ 86 ທ່ານ ໃນຂົງເຂດພິມຈຳໜ່າຍປຶ້ມ.

ຂ່າວລະບຸວ່າ: ໃນການພົບປະ, ທ່ານ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ: ຂະແໜງພິມຈຳໜ່າຍ ແມ່ນຂະ ແໜງປະຈັນບານໃນແນວໂຮມດ້ານແນວຄິດ, ວັດທະນະທຳ ແລະ ພວກເຮົາຈະສ້າງພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນ ແລະ ມີບົດບາດຢ່າງໃຫຍ່ຫຼວງ. ໄປຄຽງຄູ່ກັນນັ້ນ, ເປົ້າ ໝາຍທີ່ເຮັດໃຫ້ວຽກງານນີ້ສຳເລັດໄດ້ ກໍແມ່ນບັນດາວິສາຫະກິດ ແລະ ນັກທຸລະກິດ ມີການປະກອບສ່ວນຊຸກຍູ້ໃນການພັດທະນາ. ໃນໄລຍະເວລາ 35 ປີແຫ່ງການປ່ຽນແປງໃໝ່ ແລະ ພິເສດ ໃນກອງປະຊຸມສູນກາງພັກ ຄັ້ງທີ 6 ຜ່ານມາ, ກໍໄດ້ປຶກສາຫາລືກ່ຽວກັບການສືບຕໍ່ຊຸກຍູ້ພາລະກິດຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ. ໃນນັ້ນ, ຍັງກຳນົດວ່າ ຖັນແຖວວິສາຫະກິດ, ນັກທຸລະກິດ ຍາມໃດກໍແມ່ນກຳລັງປະຈັນບານ ແລະ ນຳໜ້າ.

ທ່ານ ເວືອງດິ່ງເຫວ້ ຍັງເນັ້ນໜັກວ່າ: ຄວນສຸມໃສ່ວາງແຜນຜັງເຄືອຂ່າຍການສື່ສານ, ການກະຈາຍສຽງ – ໂທລະພາບ, ຂໍ້ມູນເອເລັກໂຕຣນິກ, ຮາກຖານພິມຈຳໜ່າຍໄລຍະ 2021 – 2023, ວິໄສທັດຮອດປີ 2050 ຂອງ ລັດຖະບານ; ສູ້ຊົນສ້າງຂະແໜງພິມຈຳໜ່າຍໃຫ້ກາຍເປັນພາກສ່ວນສຳຄັນຂອງຂະແໜງອຸດສາຫະກຳວັດທະນະທຳ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version