Home ຂ່າວຕ່າງປະເທດ ສີລັງກາ ຈະດຶງດູດນັກທ່ອງທ່ຽວເກືອບ 1 ລ້ານເທື່ອຄົນໃນປີນີ້

ສີລັງກາ ຈະດຶງດູດນັກທ່ອງທ່ຽວເກືອບ 1 ລ້ານເທື່ອຄົນໃນປີນີ້

0

ຕາມ​ຂ່າວ​ຈາກ​ ຊິນ​ຮວາ, ວັນ​ທີ5​ ຕຸລາ​ນີ້, ອົງການ​ທ່ອງ​ທ່ຽວສີ​ລັງກາຄາດ​ການ​ວ່າ: ສີ​ລັງກາ ຕັ້ງ​ເປົ້າໝາຍດຶງ​ດູດນັກ​ທ່ອງ​ທ່ຽວຢ່າງ​ໜ້ອຍ 972.475ຄົນ ພາຍ​ໃນ​ທ້າຍ​ປີ​ນີ້. ຂະນະ​ທີ່ສີລັງກາ​ ພວມດຳ​ເນີນ​ການ​ຟື້ນ​ຟູສູ່​ສະພາວະປົກກະຕິ ຫລັງ​ຈາກປະ​ເຊີນກັບ​ຄວາມບໍ່​ໝັ້ນຄົງທາງ​ເສດຖະກິດ ​ແລະ ການ​ເມືອງ​ໃນ​ໄລຍະ​ຜ່ານ​ມາ.

ສໍາ​ລັບ​ ຈຳນວນນັກ​ທ່ອງ​ທ່ຽວ​ຂາ​ເຂົ້າໄລຍະ​ເດືອນ​ມັງກອນ-ກັນຍາຕ່ຳ​ກວ່າ ຄາດ​ຄະເນໄວ້​ໂດຍ​ຕົວ​ເລກ​ນັ້ນຄ່ອຍ​ເພີ່ມ​ຂຶ້ນ ​ໂດຍ​ສະ​ເພາະ​ໃນ​ເດືອນ​ກັນຍາມີ​ຈຳນວນນັກ​ທ່ອງ​ທ່ຽວຂາ​ເຂົ້າ 29.802 ​ເທື່ອ​ຄົນ ຫລັງ​ຈາກຫລຸດຜ່ອນຂໍ້​ຈຳກັດການ​ເດີນທາງທີ່​ບັງຄັບ​ໃຊ້ໃນ​ໄລຍະ​ຜ່ານ​ມາ. ຂະນະ​ທີ່ ປະ​ເທດ​ຄູ່​ແຂ່ງ ​ເຊັ່ນ: ມາວ​ດີ​ບ ຮອງ​ຮັບ​ນັກ​ທ່ອງ​ທ່ຽວລາຍ​ເດືອນຫລາຍ​ກວ່າ 100.000ຄົນ ​ໃນ​ໄລຍະ​2-3​ ເດືອນ​ຜ່ານ​ມາ ສ່ວນຈຳນວນນັກ​ທ່ອງ​ທ່ຽວຂອງ​ສີ​ລັງກາຢູ່​ລະຫວ່າງ 30.000-60.000 ​ເທື່ອຄົນ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version