Home ຂ່າວໜ້າໜຶ່ງ ໂຮງຮຽນກ້າວໜ້າ ເນັ້ນການຮຽນ-ການສອນເອົານັກຮຽນເປັນໃຈກາງ ຄູເປັນຫລັກ

ໂຮງຮຽນກ້າວໜ້າ ເນັ້ນການຮຽນ-ການສອນເອົານັກຮຽນເປັນໃຈກາງ ຄູເປັນຫລັກ

0

ຕະຫລອດໄລຍະຜ່ານມາ, ໂຮງຮຽນປະຖົມ ແລະ ມັດທະຍົມສົມບູນກ້າວໜ້າ ໄດ້ຖືສຳຄັນການຮຽນ-ການສອນທີ່ມີຄຸນນະພາບ, ເອົານັກຮຽນເປັນໃຈກາງໂດຍການເນັ້ນໃຫ້ນັກຮຽນສ່ວນຮ່ວມ, ມີຄວາມຄິດ, ຄວາມເຫັນ, ກ້າຖາມ-ກ້າຕອບ, ກ້າສະແດງອອກ ບໍ່ແມ່ນໃຫ້ຄູອະທິບາຍຝ່າຍດຽວ ເພື່ອໃຫ້ສອດຄ່ອງກັບຄຳຂວັນຂອງ ກະຊວງສຶກສາທິການ ແລະ ກິລາ ທີວ່າ: “ຮຽນໃຫ້ເກັ່ງ ເສັງໃຫ້ໄດ້ ນຳໃຊ້ໃຫ້ເປັນ”. ພ້ອມນັ້ນ ໂຮງຮຽນຍັງເນັ້ນໃຫ້ຄູ-ອາຈານ ຂຶ້ນຫ້ອງໄວລົງຊ້າເພື່ອເຮັດໃຫ້ການຮຽນ-ການສອນຢູ່ພາຍໃນໂຮງຮຽນເຕັມເມັດເຕັມໜ່ວຍ ແລະ ມີຄຸນນະພາບ.

ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 28 ປີ ທ່ານ ບຸນໄຫວ ຫລວງລາດ ຜູ້ອຳນວຍການໂຮງຮຽນປະຖົມ ແລະ ມັດທະຍົມສົມບູນກ້າວໜ້າ ທັງເປັນອາຈານສອນຄູພາສາອັງກິດໄດ້ໃຫ້ສຳພາດ ຕໍ່ນັກຂ່າວສຳນັກຂ່າວສານປະເທດລາວວ່າ: ປັດຈຸບັນ ໂຮງຮຽນກ້າວໜ້າ ໄດ້ເອົາໃຈໃສ່ດ້ານການຮຽນ-ການສອນ ເພື່ອເຮັດໃຫ້ນັກຮຽນໄດ້ຮັບຄວາມຮູ້ຫລາຍທີ່ສຸດ, ສ້າງນັກຮຽນໃຫ້ເຂົາເຈົ້າຝຶກຝົນຫລໍ່ຫລອມຕົນເອງຮັບການສຶກສາໃຫ້ຄົບ 5 ຫລັກມູນຂອງການສຶກສາ. ສະເພາະວັນຄູແຫ່ງຊາດປີນີ້ ໂຮງຮຽນໄດ້ຈັດກິດຈະກໍາສະເຫລີມສະຫລອງຢ່າງຄຶກຄື້ນ ເພື່ອຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນຄູ ແລະ ສະ ຫລຸບຜົນງານໃນໜຶ່ງປີຜ່ານມາ, ພ້ອມທັງຍ້ອງຍໍຄູ ແລະ ນັກຮຽນ ທີ່ມີຜົນງານດີເດັ່ນໃນການສອນດີ, ສອນເກັ່ງ, ຮຽນດີຮຽນເກັ່ງ ເພື່ອເປັນບົດຮຽນໃຫ້ແກ່ຄູ ແລະ ນ້ອງນັກຮຽນ ໄດ້ສືບຕໍ່ເອົາໃຈໃສ່ຮັກສາມູນເຊື້ອ ແລະ ເປັນບົດຮຽນໃຫ້ແກ່ຮຸ່ນຕໍ່ໆໄປ. ພ້ອມນັ້ນ, ທ່ານ ບຸນໄຫວ ຫລວງລາດ ຍັງໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ, ຄວາມໝາຍຄວາມສຳຄັນຂອງວັນຄູແຫ່ງຊາດ ເຊິ່ງຄູປຽບເໝືອນແມ່ພິມຂອງຊາດ, ເປັນບຸກຄົນທີ່ມີຄວາມສຳຄັນທີ່ສຸດ ຕໍ່ການພັດທະນາປະເທດຊາດ ກໍຄື ພັດທະນາຊັບພະຍາກອນມະນຸດ ເປັນຜູ້ຖ່າຍທອດວິຊາຄວາມຮູ້ ໃຫ້ກັບຄົນໃນແຕ່ລະຍຸກແຕ່ລະສະໄໝ ກໍຄື ນັກຮຽນ, ນັກສຶກສາ ໃນແຕ່ລະລຸ້ນ ໄດ້ມີຄວາມຮູ້ຄວາມສາມາດ ມີວິຊາອາຊີບທີ່ດີ.

ທ່ານ ບຸນໄຫວ ຫລວງລາດ ໄດ້ກ່າວຕື່ມວ່າ: ກ່ອນຈະເກີດມີໂຮງຮຽນປະຖົມ ແລະ ມັດທະຍົມ ສົມບູນກ້າວໜ້າ ແມ່ນເກີດຈາກຄວາມມັກຮັກໃນອາຊີບຄູ ເຊິ່ງຕົນເອງໄດ້ເລີ່ມເປັນຄູ ແລະ ສິດສອນມາແຕ່ປີ 1976 ຈົນມາຮອດປັດຈຸບັນ ໄດ້ກາຍມາເປັນເຈົ້າຂອງໂຮງຮຽນ ກໍຄື ຜູ້ອຳນວຍການໂຮງຮຽນປະຖົມ ແລະ ມັດທະຍົມສົມບູນກ້າວໜ້າ ແຕ່ເຖິງວ່າຈະເປັນຜູ້ອຳນວຍການແລ້ວກໍຕາມຕົນເອງຍັງສືບຕໍ່ສິດສອນພາສາອັງກິດໃຫ້ກັບນັກຮຽນຢູ່ເນື່ອງຈາກວ່າອາຊີບຄູ ໄດ້ຊຶມຊັບເຂົ້າໄປໃນສາຍເລືອດເຮັດໃຫ້ການສິດສອນໃນແຕ່ລະຄັ້ງມີຄວາມສຸກ ເຫັນນັກຮຽນໄດ້ຮັບຄວາມຮູ້ກໍຍິ່ງມີຄວາມພາກພູມໃຈ.

ໃນໂອກາດດັ່ງກ່າວ ນັກຮຽນພາຍໃນໂຮງຮຽນກ້າວໜ້າຫລາຍຄົນ ໄດ້ສະແດງຄວາມພາກພູມໃຈ ແລະ ຮູ້ບຸນຄູນຕໍ່ຄຸນງາມຄວາມດີຂອງຄູ-ອາຈານ ໃນຂອບເຂດທົ່ວປະເທດ ກໍຄື ບັນດາຄູ-ອາຈານພາຍໃນໂຮງຮຽນກ້າວໜ້າ ທີ່ໄດ້ສຸມທຸກກຳລັງແຮງເຂົ້າໃນການສິດສອນເຮັດໃຫ້ນັກຮຽນທຸກຄົນມີຄວາມກະຕືລືລົ້ນ ແລະ ຕັ້ງໃຈສຶກສາຮໍ່າຮຽນຢ່າງເປັນປົກກະຕິ ແລະ ພ້ອມທັງອວຍພອນ ໃຫ້ຄູ-ອາຈານໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບເຂັ້ມແຂງມີພະລານາໄມສົມບູນສືບຕໍ່ເປັນກຳລັງແຮງສິດສອນນ້ອງນັກຮຽນ-ນັກສຶກສາ ໃຫ້ກາຍເປັນບຸກຄະລາກອນ ມີຄຸນນະພາບ ເພື່ອປະກອບສ່ວນພັດທະນາປະເທດຊາດໃຫ້ຈະເລີ່ນຮຸ່ງເຮືອງໃນຕໍ່ໜ້າ.

ໂຮງຮຽນປະຖົມ ແລະ ມັດທະຍົມ ສົມບູນກ້າວໜ້າ ມີຄູ-ອາຈານ ທັງໝົດ 50 ກວ່າຄົນ, ມີ 30 ກວ່າຫ້ອງ, ສາມາດຮອງຮັບນັກຮຽນໄດ້ທັງໝົດ 1.700 ກວ່າຄົນ, ນອກຈາກສອນຕາມຫລັກສູດທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກແລ້ວ, ໂຮງຮຽນຍັງໄດ້ເນັ້ນໜັກການຮຽນ-ການສອນພາສາອັງກິດເພີ່ມຕື່ມສໍາລັບຊັ້ນປະຖົມສຶກສາ. ພ້ອມນັ້ນ ໂຮງຮຽນຍັງມີນະໂຍບາຍ ສຳລັບນັກຮຽນທີ່ຮຽນເກັ່ງ ເຊັ່ນ: ສອບເສັງໄດ້ໃບປະກາດແດງ ແມ່ນຈະໄດ້ຮຽນຟີ (ບໍ່ໄດ້ເສຍຄ່າຮຽນໝົດປີ), ເສັງໄດ້ອັນດັບ 1 ຂັ້ນນະຄອນຫລວງ ແມ່ນຈະບໍ່ໄດ້ຈ່າຍຄ່າຮຽນ, ເສັງໄດ້ອັນດັບ 1 ຂັ້ນເມືອງ ຫລຸດຄ່າຮຽນ 50% ແລະ ເກັ່ງຮອບດ້ານຫລຸດຄ່າຮຽນ 10%.

ຂ່າວ-ພາບ: ກິດຕາ

Medialaos MMD

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version