Home ສຶກສາ ວິທະຍາໄລເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ສະເຫຼີມສະຫຼອງ 7 ຕຸລາ

ວິທະຍາໄລເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ສະເຫຼີມສະຫຼອງ 7 ຕຸລາ

0

ວິທະຍາໄລເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ (ວຕວມ-ວຮ) ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 28 ປີ (7 ຕຸລາ 1994- 7 ຕຸລາ 2022) ແລະ ສະຫຼຸບປີຮຽນ 2021-2022 ແລະ ແຜນພັດທະນາ ສົກຮຽນ 2022-2023 ຂຶ້ນໃນວັນທີ 6 ຕຸລານີ້ ທີ່ວິທະຍາໄລດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ແສງອາລຸນ ວົງພູທອນ ຜູ້ອຳນວຍການວິທະຍາໄລເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ, ມີບັນດາ ພະນັກງານ ຄູ-ອາຈານ, ນັກສຶກສາພາຍໃນ ວຕວມ-ວຮ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ທ່ານ ແສງອາລຸນ ວົງພູທອນ ໄດ້ກ່າວວ່າ: ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ມູນເຊື້ອຕໍໍ່ສູ້ ອັນອົງອາດກ້າຫານ ຂອງປະຊາຊົນ ພາຍໃຕ້ການນຳພາ ຂອງ ນາຍຄູ ຄຳ ນັ້ນ ພັກ ແລະ ລັດຖະບານ ຈຶ່ງໄດ້ກຳນົດເອົາວັນທີ 7 ຕຸລາ ຂອງທຸກໆປີ ເປັນ ວັນຄູແຫ່ງຊາດລາວ ຕະຫຼອດມາ. ການພັດທະນາຊັບພະຍາກອນມະນຸດ, ກ່ອນອື່ນຕ້ອງໄດ້ເອົາໃຈໃສ່ຕໍ່ການພັດທະນາການສຶກສາ ເພື່ອໃຫ້ການສຶກສາມີຄຸນນະພາບທີ່ດີ, ປັດໄຈຕົ້ນຕໍ ກໍແມ່ນຄູ-ອາຈານ ຍ້ອນວ່າ ຄູເປັນຜູ້ສິດສອນສົ່ງຄວາມຮູ້, ປຽບເໝືອນເປັນແມ່ຜູ້ທີສອງ, ສ້າງໃຫ້ນັກຮຽນມີສະຕິປັນຍາ, ກາຍເປັນຄົນຮູ້ຜູ້ດີ ແລະ ເປັນໜໍ່ແໜງຂອງປະເທດຊາດເພື່ອສືບຕໍ່ພາລະກິດປະຕິວັດໃນອະນາຄົດ.

ທ່ານຍັງໄດ້ກ່າວລາຍງານຫຍໍ້ໃຫ້ຮູ້ຕື່ມວ່າ: ໃນສົກຮຽນ 2021-2022 ມີນັກສຶກສາທັງໝົດ 968 ຄົນ ຍິງ 395 ຄົນ, ການຈັດຕັ້ງການຮຽນ-ການສອນໄດ້ເລີ່ມຕົ້ນໃນວັນທີ 25 ຕຸລາ 2021 ສໍາລັບນັກສຶກສາ ປີ 2, 3 ພາກປົກກະຕິ, ນັກສຶກສາ ປີ 1 ຊັ້ນກາງ, ຊັ້ນສູງ ເລີ່ມຕົ້ນຮຽນ ວັນທີ 21 ທັນວາ 2021 ແລະ ນັກສຶກສາຊັ້ນສູງຕໍ່ເນື່ອງ ແມ່ນເລີ່ມຕົ້ນວັນທີ 3 ມັງກອນ 2022, ໄດ້ຈັດຕັ້ງການຮຽນ-ການສອນ ແບ່ງອອກເປັນ 2 ພາກຮຽນ, ສໍາລັບນັກສຶກສາພາກປົກກະຕິ ສ່ວນນັກສຶກສາຊັ້ນສູງຕໍ່ເນື່ອງ ແມ່ນໄດ້ຈັດຕັ້ງການຮຽນ-ການສອນ ເປັນ 3 ພາກຮຽນ, ພ້ອມດຽວກັນນີ້ຍັງໄດ້ສົ່ງນັກສຶກສາເຂົ້າຮ່ວມການແຂ່ງຂັນສີມືແຮງງານຢູ່ວິທະຍາໄລເຕັກນິກ ແຂວງວຽງຈັນ, ນຳສົ່ງນັກສຶກສາປີສຸດທ້າຍ ຊັ້ນກາງ ແລະ ຊັ້ນສູງ ລົງຝຶກງານ ມີຈຳນວນທັງໝົດ 297 ຄົນ ຍິງ 129 ຄົນ, ໄດ້ຈັດຕັ້ງນໍາພານັກສຶກສາຊັ້ນສູງ ແລະ ຊັ້ນສູງຕໍ່ເນື່ອງຂຽນບົດສຶກສາໂຄງການຈົບຊັ້ນ ໄດ້ 100%, ມີນັກສຶກສາທັງໝົດ 297 ຄົນ ຍິງ 129 ຄົນ ໄດ້ຮັບໃບປະກາສະນີຍະບັດ ໄດ້ 100%, ໃນນັ້ນນັກສຶກສາຮຽນດີ-ຮຽນເກັ່ງ ທີ່ໄດ້ຄະແນນ 3,20 ຂຶ້ນໄປ, ມີທັງໝົດ: 73 ຄົນ ຍິງ 37 ຄົນ ໄດ້ 24,57%, ໄດ້ປັບປຸງຫຼັກສູດຊັ້ນກາງ, ຊັ້ນສູງໃຫ້ເປັນໂມດູນ ໃນສາຂາວິຊາຊີບຕ່າງໆພາຍໃນໂຮງຮຽນ.

ສຳລັບສົກຮຽນ 2022-2023 ຈະພ້ອມກັນສືບຕໍ່ປະຕິບັດແຜນພັດທະນາວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ແຕ່ປີ 2020-2025 ແລະ ແຜນພັດທະນາວິທະຍາໄລ ເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ໄລຍະ 5 ປີ (2020-2025); ສືບຕໍ່ປັບປຸງ ແລະ ພັດທະນາຫຼັກສູດການຮຽນ-ການສອນໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ, ຊຸກຍູ້ສົ່ງເສີມຄູໃຫ້ມີລະດັບວິຊາສະເພາະ, ຄຸນນະພາບການຮຽນ-ການສອນ, ສົ່ງເສີມ ແລະ ຊ່ວຍເຫຼືອນັກສຶກສາໃຫ້ມີຄວາມຮູ້, ມີຄວາມສາມາດ ແລະ ມີຄຸນສົມບັດໃນການປະຕິບັດວຽກງານໃຫ້ມີວຽກເຮັດງານທຳພາຍຫຼັງສຳເລັດການສຶກສາ ໂດຍສະເພາະປະຕິບັດການຮຽນ-ການສອນໃຫ້ສອດຄ່ອງກັບ 3 ລັກສະນະ 5 ຫຼັກມູນຂອງການສຶກສາ ແລະ 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາ.

ໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 28 ປີນີ້, ໃນນາມຕາງໜ້າ ໃຫ້ຄະນະພັກ, ຄະນະອຳນວຍການ ແລະ ໃນນາມສ່ວນຕົວຂໍອວຍພອນໄຊອັນປະເສີດມາຍັງບັນດາທ່ານ ຄູ-ອາຈານ, ພະນັກງານອາວຸໂສ, ນັກຮຽນ, ນັກສຶກສາຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານທຸກປະການ.

ນ້ຳໃຈວັນທີ 7 ຕຸລາ ໝັ້ນຍືນ!

ຂ່າວ-ພາບ: ວັນເພັງ

Medialaos MMD

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version