Home ຂ່າວພາຍໃນ ປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ

ປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ

0

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອ ປະຫວັດຄວາມເປັນມາຂອງ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ 20 ປີ (9 ກັນຍາ 2002 – 9 ກັນຍາ 2022) ຂຶ້ນໃນວັນທີ 5 ຕຸລາ ນີ້ ທີ່ ສຊປລ ໂດຍການໃຫ້ກຽດປາຖະກະຖາ ຂອງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ໂດຍມີ ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີຄະນະບໍລິຫານງານຊາວໜຸ່ມຈາກບັນດາກະຊວງ-ອົງການ ແລະ ພະນັກງານທົ່ວ ສຊປລ ເຂົ້າຮ່ວມ.

ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງການສ້າງຕັ້ງນັກຮົບເກົ່າ ຢູ່ໃນໂລກ ແລະ ອົງການສະຫະພັນນັກຮົບເກົ່າ ຢູ່ ສປປ ລາວ, ໂດຍໄດ້ເລົ່າເຖິງຄວາມເປັນມາຊາດລາວ ວິລະຊົນພິລະອາດຫານ, ສືບທອດມູນເຊື້ອການຕໍ່ສູ້ບໍ່ຍອມຈຳນົນຂອງບັນພະບູລຸດ ຜູ້ອາດຫານຕ້ານກັບຈັກກະພັດຜູ້ຮຸກຮານ ໂດຍພາຍໃຕ້ການນຳພາຂອງບັນດາວິລະບູລຸດຜູ້ເກັ່ງກ້າທັງຫຼາຍ ແລະ ການຕໍ່ສູ້ກູ້ຊາດຕ້ານການລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ແລະ ການຕໍ່ສູ້ຕ້ານສົງຄາມຮຸກຮານ, ປະຫວັດການກຳເນີດຂອງສະຫະພັນນັກຮົບເກົ່າ (ສນຮລ), ຄວາມສຳຄັນ ແລະ ຄວາມຈໍາເປັນພາວະວິໄສໃນການສ້າງຕັ້ງ ສນຮລ ແລະ ທັດສະນະຂອງພັກປະຊາຊົນ ປະຕິວັດລາວ ຕໍ່ກັບສະຫະພັນນັກຮົບເກົ່າ, ຜົນງານ ແລະ ການເຕີບໃຫຍ່ຂອງ ສນຮລ ຕະຫຼອດ 20 ປີ ໃຕ້ຮົ່ມທຸງຂອງພັກ ແລະ ທິດທາງໃນຕໍ່ໜ້າໃນການເສີມຂະຫຍາຍທາດແທ້ມູນເຊື້ອ ຂອງນັກຮົບເກົ່າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ເປັນການສຶກສາອົບຮົມຄົນຮຸ່ນໜຸ່ມ; ປະຕິບັດບົດບາດເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງນັກຮົບເກົ່າຕາມແນວທາງ, ແຜນນະໂຍບາຍຂອງພັກ-ລັດ; ປຸກລະດົມຖັນແຖວນັກຮົບເກົ່າປະກອບສ່ວນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ; ປະຕິບັດໜ້າທີ່ໃນການປຸກລະດົມສະມາຊິກນັກຮົບເກົ່າສ້າງເສດຖະກິດ, ແກ້ໄຂຊີວິດການເປັນຢູ່, ແກ້ໄຂຄວາມທຸກຍາກ ແລະ ພັດທະນາພື້ນຖານໂຄງລ່າງຂອງ ສນຮລ; ຮ່ວມມືພົວພັນກັບຕ່າງປະເທດ ແລະ ສາກົນ.

ສະຫາຍກ່າວອີກວ່າ: ເພື່ອສືບທອດຮ່ຳຮຽນເອົາມູນເຊືື້ອດັ່ງກ່າວ ພາຍໃຕ້ຮົ່ມທຸງຂອງພັກ, ຊາວໜຸ່ມ, ພະນັກງານຂອງພັກ-ລັດ ຕ້ອງໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ຮັກລະບອບໃໝ່ ປະຊາທິປະໄຕ, ຮັກວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ, ຂອງປະຊາຊົນລາວບັນດາເຜົ່າ, ຖ່າຍທອດຄວາມຮູ້, ຄວາມເຂົ້າໃຈ, ບົດຮຽນ, ປະສົບການ ແລະ ມູນເຊື້ອປະຕິວັດ, ນໍ້າໃຈຮັກຊາດອັນດີງາມຂອງນັກຮົບເກົ່າໃຫ້ແກ່ຄົນຮຸ່ນຫຼັງ, ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫ່ວາງປະຊາຊົນບັນດາເຜົ່າກັບປະຊາຊົນບັນດາປະເທດໃນພາກພື້ນ ແລະ ທົ່ວໂລກ; ສືບຕໍ່ເພີ່ມທະວີການໂຄສະນາສຶກສາອົບຮົມ, ເປັນຕົ້ນຄົນຮຸ່ນໜຸ່ມໃຫ້ຮ່ຳຮຽນເອົາແບບຢ່າງອັນດີງາມ, ຄຸນສົມບັດສິນທຳປະຕິວັດ, ນ້ຳໃຈຮັກຊາດ, ນ້ຳໃຈເສຍສະຫຼະໃນພາລະກິດປະຕິວັດຂອງນັກຮົບເກົ່າ.

(ຂ່າວ-ພາບ: ວັນເພັງ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version