ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ພິທີໄຂສົກຮຽນໃໝ່ສົກ 2022-2023 ຈັດຂຶ້ນໃນວັນທີ 1 ກັນຍາ 2022 ນີ້, ທີ່ສະໂມສອນພະແນກ ສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ບຸນແທນ ທີແກ້ວ ເຈົ້າເມືອງໄຊຍະບູລີ, ມີບັນດາການນໍາຂອງແຂວງ, ເມືອງ, ມີອໍານວຍການໂຮງຮຽນທັງພາກລັດ ແລະ ເອກະຊົນ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ທ່ານ ອ່ອນຕາ ພົມມະຈິດ ຫົວໜ້າພະແນກ ສືກສາທິການ ແລະ ກິລາແຂວງ ໄດ້ ລາຍງານການກຽມຄວາມພ້ອມໃຫ້ແກ່ການໄຂສົກຮຽນໃໝ່ ວ່າ: ກ່ອນໄຂສົກຮຽນໃໝ່ແມ່ນໄດ້ປຸກລະດົມພໍ່ແມ່ຜູ້ປົກຄອງນຳເອົາເດັກນັກຮຽນມາເຂົ້າຮຽນໃຫ້ໄດ້ຕາມຄາດໝາຍ, ພ້ອມທັງບູລະນະສ້ອມແປງອາຄານສະຖານທີ່ຮໍ່າຮຽນໃຫ້ສະອາດ ແລະ ພຽງພໍ ພ້ອມທັງໃຫ້ເລີ່ມຮັບນັກຮຽນແຕ່ວັນທີ 25 ສິງຫາ 2022 ເປັນຕົ້ນໄປ. ສໍາລັບສົກຮຽນນີ້ທົ່ວແຂວງ ມີໂຮງຮຽນອະນຸບານ-ລ້ຽງເດັກ 321 ແຫ່ງ, ໃນນີ້ພາກເອກະຊົນ 19 ແຫ່ງ, ຄາດວ່າມີນັກຮຽນ(ລ້ຽງເດັກ) 1.508 ຄົນ, ຍິງ 701 ຄົນ, ລ້ຽງເດັກ ເອກະຊົນ 444 ຄົນ, ຍິງ 195 ຄົນ; ນັກຮຽນອະນຸບານ 16.220 ຄົນ, ຍິງ 5948 ຄົນ, ນັກຮຽນອະນຸບານເອກະຊົນ 1.499 ຄົນ, ຍິງ 710 ຄົນ; ມີໂຮງຮຽນປະຖົມສຶກສາທັງໝົດ 398 ແຫ່ງ ໃນນີ້ພາກເອກະຊົນ 13 ແຫ່ງ, ຄາດວ່າມີນັກຮຽນ 37.633 ຄົນ, ຍິງ 18.498 ຄົນ; ໂຮງຮຽນມັດທະຍົມ 102 ແຫ່ງ, ໃນນີ້ ຊັ້ນມັດທະຍົມຕອນຕົ້ນ 38 ແຫ່ງ, ມັດທະຍົມສົມບູນ 64 ແຫ່ງ(ເປັນໂຮງຮຽນມັດທະຍົມສົງ 6 ແຫ່ງ, ຕອນຕົ້ນ 4 ແຫ່ງ), ຄາດວ່າມີນັກຮຽນ 33.871ຄົນ ຍິງ 16.948 ຄົນ.

ທ່ານ ພົງສະຫວັນ ສິດທະວົງ ໄດ້ກ່າວວ່າ: ວັນທີ 1 ກັນຍາ 2022 ແມ່ນວັນໄຂສົກຮຽນໃໝ່ສົກຮຽນ 2022-2023, ຈຸດປະສົງ ກໍເພື່ອປະກາດໃຫ້ທົ່ວສັງຄົມຮັບຮູ້ວ່າ ແຂວງໄຊຍະບູລີ ກໍຄື ເມືອງໄຊຍະບູລີ ໄດ້ເລີ່ມຕົ້ນດໍາເນີນການຮຽນ-ການສອນຢ່າງເປັນທາງການ, ສ້າງທຸກເງື່ອນໄຂເພື່ອຈັດການຮຽນ-ການສອນ ໃຫ້ທ່ວງທັນກໍານົດເວລາ ແລະ ຖືກຕ້ອງຕາມກົດໝາຍການສຶກສາວາງອອກ, ອີກດ້ານໜຶ່ງ ກໍເພື່ອເປັນການສ້າງເງື່ອນໄຂກະຕຸກຊຸກຍູ້ໃຫ້ຜູ້ບໍລິຫານການສຶກສາ-ກິລາ, ຄູ-ອາຈານ, ທຸກການຈັດຕັ້ງ, ທຸກພາກສ່ວນເສດຖະກິດ-ສັງຄົມ ເອົາໃຈໃສ່ເຮັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບ ຮັບປະກັນໃຫ້ນັກຮຽນ-ນັກສຶກສາ ໄດ້ເຂົ້າຮຽນ ນັບແຕ່ວັນໄຂສົກຮຽນໃໝ່ນີ້ເປັນຕົ້ນໄປ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

Medialaos MMD

LEAVE A REPLY

Please enter your comment!
Please enter your name here