Home ຂ່າວພາຍໃນ ລົງກວດກາຄວາມພ້ອມຮອບດ້ານ ທາງດ້ານພາຫະນະ-ເຕັກນິກ ຮັບໃຊ້ແກ່ການຝຶກຊອ້ມກອບກູ້ໄພພິບັດຮ່ວມ 3 ກອງທັບ

ລົງກວດກາຄວາມພ້ອມຮອບດ້ານ ທາງດ້ານພາຫະນະ-ເຕັກນິກ ຮັບໃຊ້ແກ່ການຝຶກຊອ້ມກອບກູ້ໄພພິບັດຮ່ວມ 3 ກອງທັບ

0

ເພື່ອຮັບປະກັນຄວາມພ້ອມຮອບດ້ານ ທາງດ້ານວຽກງານພາຫະນະເຕັກນິກຮັບໃຊ້ໃຫ້ແກ່ການກະກຽມຄວາມພ້ອມ ໃຫ້ແກ່ການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ລາວ-ຫວຽດນາມ-ກຳປູເຈຍ) ທີ່ຈະໄດ້ຈັດຂຶ້ນໃນຕໍ່ໜ້ານີ້ທີ່ ວິທະຍາຄານພະລາທິການກອງທັບ (ອ່າງນ້ຳຫຸມ) ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ມີຄວາມຮັບປະກັນ ແລະ ມີຄວາມສະຫງົບປອດໄພ 100%.

ສະຫາຍ ພັນໂທ ວິນທອງ ໄຊຍະວົງ ຮອງຫົວໜ້າກົມເສນາເຕັກນິກກົມໃຫ່ຍເຕັກນິກກອງທັບ ໄດ້ໃຫ້ສຳພາດວ່າ: ວຽກງານເຕັກນິກ ເປັນວຽກງານໜຶ່ງທີ່ສຳຄັນ ແລະ ຈຳເປັນທີ່ຂາດບໍ່ໄດ້ ໃນການຮັບປະກັນທາງດ້ານພາຫະນະ-ເຕັກນິກ ແລະ ອຸປະກອນຮັບໃຊ້ໃຫ້ແກ່ການກະກຽມຄວາມພ້ອມເຂົ້າໃນການຝຶກຊ້ອມໄພພິບັດຮ່ວມ 3 ກອງທັບ (ລາວ-ຫວຽດນາມ-ກຳປູເຈຍ) ໃຫ້ມີຄວາມຮັບປະກັນ ແລະມີຄວາມປອດໄພ 100%, ພ້ອມທັງເປັນການເພີ່ມທະວີການພົວພັນຮ່ວມມືທາງດ້ານການກອບກູ້ໄພພິບັດຮ່ວມລະຫວ່າງ 3 ກອງທັບ ໃຫ້ນັບມື້ນັບມີຄວາມເຕີບໃຫ່ຍເຂັ້ມແຂງ ແລະ ສາມາດຕອບໂຕ້ໄພພິບັດເກີດຂຶ້ນໄດ້ຢ່າງທັນການ.

ນອກຈາກນີ້ຍັງເປັນການຝຶກຊ້ອມແລກປ່ຽນບົດຮຽນ ແລະ ປະສົບການຮ່ວມກັນທາງດ້ານວິຊາສະເພາະ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດໃຫ້ມີຄວາມຊໍານິຊໍານານ ໄຫວພິກໃນການກອບກູ້ຊ່ວຍເຫຼືອຜູ້ທີ່ປະສົບໄພພິບັດຕ່າງໆໄດ້ຢ່າງທັນການ, ເພື່ອສ້າງໃຫ້ພະນັກງານ-ນັກຮົບຂອງແຕ່ລະກອງທັບໃຫ້ມີຄວາມສາມາດໃນການປະສານສົມທົບໃນການກຽມພ້ອມກອບກູ້ໄພພິບັດຮ່ວມກັນໃນສະເພາະໜ້າ ແລະ ອະນາຄົດຂອງທັງ3 ກອງທັບ.

ສະຫາຍ ພັນໂທ ວິນທອງ ໄຊຍະວົງ ໃຫ້ຮູ້ຕື່ມວ່າ: ຜ່ານການລົງກກວດກາພາກສະໜາມຕົວຈິງ ທີ່ອ່າງນ້ຳຫຸມ ວິທະຍາຄານພະລາທິການກອງທັບ ໃນການກຽມຄວາມພ້ອມຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ໃນຄັ້ງນີ້ ເຫັນໄດ້ທາງດ້ານສະຖານທີ່, ພາຫະນະ-ເຕັກນິກ ແລະ ວຽກງານອື່ນໆທີ່ປິ່ນອ້ອມ ແມ່ນມີຄວາມຮັບປະກັນ ແລະ ມີຄວາມປອດໄພໄດ້ໂດຍພື້ນຖານ ເພື່ອເຮັດໃຫ້ການຝຶກຊ້ອມໄພພິບັດຮ່ວມ 3 ຝ່າຍ ລາວ-ຫວຽດນາມ-ກຳປູເຈຍ ໄດ້ຮັບຜົນສຳເລັດ.

ຂ່າວ-ພາບ: ຕຸ້ຍ ອິນທະວົງສ໌

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version