Home ຂ່າວພາຍໃນ ກອງພັນໃຫຍ່ 661 ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ກອງພັນໃຫຍ່ 661 ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

0

ວັນທີ 17 ສິງຫາ 2022 ຜ່ານມານີ້, ກອງພັນໃຫຍ່ 661 ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອ 2 ວັນປະຫວັດສາດຂອງຊາດຄື: ວັນຍຶດອໍານາດ ທົ່ວປະເທດ ສປປ ລາວ ຄົບຮອບ 67 ປີ (23 ສິງຫາ 1955-23 ສິງຫາ 2022) ແລະ ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 31 ປີ (15 ສິງຫາ 1991-15 ສິງຫາ 2022), ໂດຍການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ພັນເອກ ຄຳປານ ແພງພັນ ເລຂາຄະນະພັກຫົວໜ້າການເມືອງກອງພັນໃຫຍ່ 661, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ພະເເນກການ, ກອງພັນນ້ອຍ, ພ້ອມດ້ວຍພະນັກງານ-ນັກຮົບທົ່ວກົມກອງເຂົ້າຮ່ວມ

ການປາຖະກະຖາຄັ້ງນີ້, ສະຫາຍພັນເອກ ຄຳປານ ແພງພັນ ໄດ້ທົບທວນຄືນຄວາມເປັນມາ ຂອງວັນທີ 23 ສິງຫາ ແມ່ນໝາກຜົນຂອງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວທີ່ເຕັມໄປດ້ວຍຄວາມພິລະອາດຫານ, ການເສຍສະຫຼະຊີວິດເລືອດເນື້ອຂອງປະຊາຊົນລາວບັນດາເຜົ່າບໍ່ຈັກວ່າເທົ່າໃດ, ແມ່ນໝາກຜົນຂອງການນຳໃຊ້ສາມບາດຄ້ອນຍຸດທະສາດບຸກໂຈມຕີສັດຕູແລະການໝູນໃຊ້ທິດສະດີມາກ-ເລນິນຢ່າງປະດິດສ້າງ, ແທດເໝາະກັບຈຸດພິເສດ,ສະພາບເງື່ອນໄຂຂອງປະເທດລາວ, ເປັນການໄຂສັງກາດໃໝ່ອັນສະຫວ່າງສະໄຫວທີ່ປະຊາຊົນລາວກໍຄືຊາວນະຄອນຫຼວງວຽງຈັນໄດ້ມີຄວາມເປັນເອກະລາດ, ມີອຳນາດອະທິປະໄຕ, ເປັນເຈົ້າຕົນເອງ, ເປັນເຈົ້າຂອງປະເທດຊາດຢ່າງສະຫງ່າອົງອາດ, ພາຍຫຼັງໄດ້ຮັບໄຊຊະນະໃນການຍຶດອຳນາດສຳເລັດການໂຄ່ນລົ້ມລະບອບສັກດີນາລ່າເມືອງຂຶ້ນທັງແບບເກົ່າແລະໃໝ່, ສ້າງຕັ້ງລະບອບສາທາລະນະລັດປະຊາທິປະໄຕປະຊາຊົນລາວແລ້ວການປະຕິວັດລາວໄດ້ກ້າວສູ່ໄລຍະໃໝ່ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ .

ພ້ອມນັ້ນ ຍັງໄດ້ຍົກໃຫ້ເຖິງຄວາມສຳຄັນຂອງວັນລັດຖະທຳມະນູນແຫ່ງສປປ ລາວ, ເຊິ່ງໄດ້ຖືກຮັບຮອງໃນກອງປະຊຸມຄັ້ງທີ VI ຂອງສະພາປະຊາຊົນສູງສຸດໃນຊຸດທີ II ປີ 1991 ແລະໄດ້ປະກາດໃຊ້ໃນວັນທີ 15 ສິງຫາ 1991 ມາຮອດປີ 2003 ກອງປະຊຸມສະພາຊຸດທີ V ໄດ້ຮັບຮອງເອົາການປັບປຸງລັດຖະທຳມະນູນສະບັບດັ່ງກ່າວໃຫ້ຄົບຖ້ວນແລະສົມບູນກວ່າເກົ່າ, ການປະກາດໃຊ້ລັດຖະທຳມະນູນແມ່ນມີຄວາມໝາຍຄວາມສຳຄັນຫຼາຍຕໍ່ປະເທດຊາດເພາະວ່າລັດຖະທຳມະນູນແມ່ນກົດໝາຍພື້ນຖານສຳຄັນຂອງຊາດໃນການຫັນແນວທາງປ່ຽນແປງໃໝ່ຢ່າງຮອບດ້ານທີ່ມີຫຼັກການຂອງພັກປະຊາຊົນປະຕິວັດລາວ, ເຊິ່ງການປະກາດໃຊ້ລັດຖະທໍາມະນູນເປັນເຫດການການເມືອງທີ່ສຳຄັນຂອງຊາດທັງເປັນຂີດໝາຍໃໝ່ໃນການຫັນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍແລະສ້າງໃຫ້ເປັນລັດແຫ່ງກົດໝາຍເທື່ອລະກ້າວ, ມັນໄດ້ສ່ອງແສງໃຫ້ເຫັນເຖິງລັກສະນະທາດແທ້ແລະການເຕີບໃຫຍ່ຂະຫຍາຍຕົວຂອງລະບອບປະຊາທິປະໄຕປະຊາຊົນລາວພາຍໃຕ້ການນຳພາອັນຖືກຕ້ອງຂອງພັກປະຊາຊົນປະຕິວັດລາວທັງເປັນການຢືນຢັນຕໍ່ໂລກກ່ຽວກັບຄວາມເປັນເອກະລາດແລະຜືນແຜ່ນດິນອັນຄົບຖ້ວນ.

ຂ່າວ, ພາບ: ລຸນທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version