Home ຂ່າວດ່ວນ ຟຟລ ເອົາໃຈໃສ່ສ້ອມແປງຢ່າງທັນການ-ຮັບປະກັນການສະໜອງໄຟຟ້າ

ຟຟລ ເອົາໃຈໃສ່ສ້ອມແປງຢ່າງທັນການ-ຮັບປະກັນການສະໜອງໄຟຟ້າ

0

ລັດວິສາຫະກິດໄຟຟ້າລາວ (ຟຟລ), ກໍຄື ໄຟຟ້າລາວໃນທຸກສາຂາ ຍາມໃດກໍໄດ້ໃຫ້ຄວາມສໍາຄັນ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໂດຍສະເພາະການຮັບປະກັນໃຫ້ມີໄຟຟ້າພຽງພໍ ໃນການຕອບສະໜອງໃຫ້ແກ່ປະຊາຊົນລາວບັນດາເຜົ່າ ໃຫ້ໄດ້ມີໄຟຟ້າໃຊ້ໄດ້ຢ່າງເປັນປົກກະຕິ ລວມທັງການເອົາໃຈໃສ່ວຽກງານການສ້ອມແປງໃຫ້ທັນສະພາບການ ຊຶ່ງເມື່ອບໍ່ດົນຜ່ານມາ ເຟສບຸກແຟນເພສ ສາຂາໄຟຟ້າ ນວ1 ກໍໄດ້ເຜີຍແຜ່ເຫດເສົາໄຟລົ້ມ ເຮັດໃຫ້ໄຟຟ້າດັບເປັນວົງກວ້າງ ແຕ່ ໄຟຟ້າ ນວ1 ກໍໄດ້ສ້ອມແປງຢ່າງທັນການ ໃນມື້ນັ້ນເລີຍ ໂດຍໃຊ້ເວລາພຽງປະມານ 7 ຊົ່ວໂມງ ສ້ອມແປງສຳເລັດ ຮັບປະກັນໃຫ້ປະຊາຊົ ນໄດ້ມີໄຟຟ້າໃຊ້ຢ່າງເປັນປົກກະຕິ.

ໃນເພສ ສາຂາໄຟຟ້າ ນວ1 ໄດ້ເຜີຍຂໍ້ມູນກ່ຽວກັບເຫດການດັ່ງກ່າວວ່າ: ໃນວັນທີ 13 ສິງຫາ 2022 ເວລາ 10:30 ໂມງ ເກີດເຫດເສົາໄຟລົ້ມ ແລະ ຫັກຈໍານວນ 5 ຕົ້ນ, ຄອນສາຍຫັກ ແລະ ດອກກັນໄຟແຕກ ທີ່ບ້ານໂນນຫວາຍ ເມືອງໄຊເສດຖາ ແລະ ເກີດໄຟດັບເປັນບໍລິເວນກວ້າງ ເຂດບ້ານເມືອງນ້ອຍ, ຄໍາສະຫວາດ, ໂນນຄໍ້ ແລະ ບ້ານໂພນທັນ ເຂດບຶງທາດຫຼວງ ເມືອງໄຊເສດຖາ ຊຶ່ງສາເຫດເກີດຈາກມີໂຄງການຈົກຮ່ອງລະບາຍນ້ຳ ໃກ້ກັບແລວເສົາໄຟ 12 ແມັດ ເຮັດໃຫ້ແຮງດຶງຂອງເສົາໄດ້ຮັບຜົນກະທົບ ແລະ ການຊົງໂຕເສົາບໍ່ໄດ້ດີ. ດັ່ງນັ້ນ, ຟຟລ ສາຂາໄຟຟ້ານະຄອນຫຼວງ 1 ຫ້ອງການຄຸ້ມຄອງລະບົບ ແລະ ບໍລິການ ຈຶ່ງໄດ້ອອກປະຕິບັດວຽກສ້ອມແປງລະບົບຕາຂ່າຍສຸກເສີນ ໂດຍໄດ້ຕັ້ງເສົາໄຟ 12 ແມັດ ໃໝ່ແທນເສົາລົ້ມ ຈໍານວນ 5 ຕົ້ນ; ພ້ອມທັງປະກອບຄອນສາຍ ຈຳນວນ 9 ຄອນ ແລະ ໃສ່ດອກກັນໄຟຂາຕັ້ງຈຳນວນ 15 ດອກ; ເຄັ່ງສາຍຄືນຈົນສຳເລັດ ແລະ ປ່ອຍໄຟປົກກະຕິເວລາ 18:30 ໂມງ ໃນວັນດຽວກັນ ຊຶ່ງໃຊ້ເວລາປະຕິບັດວຽກ ຢູ່ 7 ຊົ່ວໂມງ.

ຕໍ່ເຫດການຄັ້ງດັ່ງກ່າວນັ້ນ, ສາຂາໄຟຟ້າ ນວ1 ກໍໄດ້ຂໍຄວາມຮ່ວມມືນຳບັນດາໂຄງການ, ຜູ້ປະກອບການ ແລະ ພໍ່ແມ່ປະຊາຊົນທຸກທ່ານ ຖ້າຫາກມີການກໍ່ສ້າງໃກ້ກັບສາຍຕາຂ່າຍໄຟຟ້າ ກະລຸ ນາແຈ້ງໃຫ້ທາງໄຟຟ້າລາວຮັບຊາບນຳດ້ວຍ ເພື່ອຫາວິທີປ້ອງກັນບັນຫາກ່ຽວກັບໄຟຟ້າຂັດຂ້ອງຊ່ວຍກັນ. ພ້ອມທັງ, ຂໍຄວາມຮ່ວມມືວ່າ ຫາກພົບບັນຫາກ່ຽວກັບໄຟຟ້າ, ໄຟຕົກ-ໄຟບໍ່ພໍ ກໍໃຫ້ແຈ້ງສາຍດ່ວນໄຟຟ້າລາວ 1199 ໄດ້ຕະຫຼອດ 24 ຊົ່ວໂມງ.

(ຂ່າວ: ສຸກສະຫວັນ, ຂໍ້ມູນຈາກເພສ: ສາຂາໄຟຟ້າ ນວ1)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version