Home ຂ່າວດ່ວນ ຕຳຫລວດ ຂຶ້ນບັນຊີເປົ້າໝາຍອາຊະຍາກຳ551 ແຫລ່ງ ມ້າງແກ້ງຢາເສບຕິດ 2.253 ລາຍ

ຕຳຫລວດ ຂຶ້ນບັນຊີເປົ້າໝາຍອາຊະຍາກຳ551 ແຫລ່ງ ມ້າງແກ້ງຢາເສບຕິດ 2.253 ລາຍ

0

ຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ຕໍາຫລວດ ກະຊວງປ້ອງກັນຄວາມສະຫງົບ ປກສ ໄດ້ຈັດກອງປະຊຸມສະຫລຸບວຽກງານຊາວໜຸ່ມ ປະຈໍາ 6 ເດືອນຕົ້ນປີ 2022 ແລະ ມອບໃບຢັ້ງຢືນ 4 ບຸກ ໃຫ້ໜ່ວຍຊາວໜຸ່ມ ທີ່ຂຶ້ນກັບຊາວໜຸ່ມກົມໃຫຍ່ຕໍາຫລວດ ເຊິ່ງຈັດຂຶ້ນໃນວັນທີ 16 ສິງຫາ 2022, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພຈົວ ນິລະວົງ ເຈືອງຕະວະລາດ ຮອງຫົວຫນ້າກົມໃຫຍ່ຕຳຫລວດ ຜູ້ຊີ້ນວຽກງານ ອົງການຈັດຕັ້ງມະຫາຊົນ, ມີບັນດາເລຂາຊາວໜຸ່ມຮາກຖານ ພ້ອມດ້ວຍສະມາ ຊິກຊາວໜຸ່ມເຂົ້າຮ່ວມ.

ສະຫາຍ ພັທ ຄຳສະຫວັນ ສຸທຳມະວົງ ຮັກສາການເລຂາຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ຕໍາຫລວດ ກະຊວງ ປກສ ຊີ້ໃຫ້ເຫັນວ່າ: ການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ 6 ເດືອນຕົ້ນປີ 2022, ຄະນະຊາວຫນຸ່ມໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນ ໄດ້ເກັບກຳຂຶ້ນບັນຊີເປົ້າໝາຍອາຊະຍາກຳປະເພດຕ່າງໆໄດ້ 551 ແຫລ່ງຂ່າວ, ພົວພັນສູນໂທລະສັບ 996 ຄັ້ງ, ເກັບກຳຕິດຕາມເປົ້າໝາຍອາຊະຍາກຳໄດ້ 532 ເປົ້າໝາຍ, ສືບຄົ້ນຫາເປົ້່າໝາຍໄດ້ 476 ເປົ້າໝາຍ, ລົງສັນນະສູດເປົ້າໝາຍ 171 ລາຍ, ກັກຕົວຜູ້ຖືກຫາໄດ້ 277 ຄົນ; ວຽກງານສືບສວນ-ສອບສວນ ແມ່ນໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ດຳເນີນຄະດີດ້ວຍຄວາມຍຸຕິທຳ ຖືກຕ້ອງຕາມລະບຽບຫລັກການວິຊາສະເພາະ ຢ່າງເຂັ້ມງວດ ໃນການໄລ່ຊອກໄລ່ຈັບເປົ້າໝາຍ 21 ຄັ້ງ, ດຳເນີນຄະດີທີ່ຄ້າງມາ ແລະ ຄະດີຂຶ້ນມາໃໝ່ 650 ລາຍ, ດຳເນີນສຳເລັດແລ້ວ 272 ລາຍ; ວຽກງານປ້ອງກັນສະກັດກັ້ນອາຊະຍາກຳ ມີຄະດີເກີດຂຶ້ນ 974 ເລື່ອງ, ແກ້ໄຂສຳເລັດ 278 ເລື່ອງ; ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ສາມາດມ້າງໄດ້ 2.253 ລາຍ, ຈັບຕົວຜູ້ຖືກຫາໄດ້ 3.302 ຄົນ, ດຳເນີນຄະດີສຳເລັດແລ້ວ 1.811 ລາຍ ແລະ ວຽກງານອື່ນໆ.

ຈາກນັ້ນ, ໄດ້ມີພິທີມອບໃບຢັ້ງຍືນຊາວຫນຸ່ມ 4 ບຸກ ຂອງຄະນະບໍລິຫານງານຊາວຫນຸ່ມ ກະຊວງ ປກສ ໃຫ້ຄະນະບໍລິຫານງານຊາວຫນຸ່ມ ກົມໃຫຍ່ຕຳຫລວດ ແລະ ຫນ່ວຍຊາວຫນຸ່ມ 4 ບຸກ 17 ຫນ່ວຍຊາວຫນຸ່ມ, ເປັນກຽດມອບໃບຢັ້ງຢືນໂດຍ ສະຫາຍ ພຈົວ ນິລະວົງ ເຈືອງຕະວະລາດ ຮອງຫົວ ຫນ້າກົມໃຫຍ່ຕຳຫລວດ.

ຂ່າວ: ສຸກສະຫວັດ

ຂໍ້ມູນ: ນາງ ຄອນສະຫວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version