Home ຂ່າວໜ້າໜຶ່ງ ຮູ້ 5 ອັນດັບວິຊາທີ່ມີຜູ້ສອບເສັງຫຼາຍສຸດ ກ່ອນບັ້ນເສັງເຂົ້າ ມຊ

ຮູ້ 5 ອັນດັບວິຊາທີ່ມີຜູ້ສອບເສັງຫຼາຍສຸດ ກ່ອນບັ້ນເສັງເຂົ້າ ມຊ

0

ຍັງເວລາອີກພຽງ 3 ວັນຈະຮອດມື້ເສັງເຂົ້າ ມຊ ແລ້ວ ນີ້ເປັນການຄອງຄອຍຂອງນ້ອງນຸ່ງລູກຫຼານທີ່ກຳລັງຈະເຂົ້າຮຽນວິຊາຊີບ ເປັນການປ່ຽນແປງຄັ້ງສຳຄັນຂອງຊີວິດກ່ອນຈະອອກໄປປະກອບອາຊີບຮັບໃຊ້ປະເທດຊາດບ້ານເມືອງຕໍ່ໄປ ສະນັ້ນມື້ນີ້ເຮົາມາອັບເດດບັນດາສາຂາວິຊາຍອດນິຍົມທີ່ໄດ້ຮັບເລືອກຫຼາຍທີ່ສຸດໃນປີນີ້ກັນ.

ໃນທົ່ວມະຫາວິທະຍາໄລແຫ່ງຊາດ ປະກອບມີ 13 ຄະນະວິຊາ ຫຼັກສູດ​ປະລິນຍາຕີ ທີ່ໄດ້ດຳເນີນການຮຽນ-ການສອນ ທັງໝົດ 111 ຫຼັກສູດ, ໃນນັ້ນໃຊ້ເວລາຮຽນ 4 ປີ ມີ 109 ຫຼັກສູດ ໃນນັ້ນ 5 ອັນດັບສາຂາວິຊາທີ່ມີຜູ້ສະໝັກຫຼາຍທີ່ສຸດ ຕາມສະຖິຕິການສະໝັກເຂົ້າເສັງ ມຊ ປີນີ້ ອັບເດດມາຮອດວັນທີ 9 ສິງຫາ 2022 ນີ້ ເຫັນວ່າ ມີຜູ້ສະໝັກໄປແລ້ວທັງໝົດ11.571 ຄົນໃນນັ້ນ ຈຳນວນທີ່ສະໝັກໃນກຸ່ມ Aມີ 3.676 ຄົນ, ສະໝັກໃນກຸ່ມ B 7.895 ຄົນ. ຈາກຈຳນວນຜູ້ສະໝັກຫຼາຍກວ່າ 10 ພັນຄົນນັ້ນ ເຫັນວ່າສາຂາທີ່ມີຜູ້ສະໝັກຫຼາຍສຸດຄື ພາສາຈີນ 1.568 ຄົນ, ບໍລິຫານທຸລະກິດທົ່ວໄປ 1.100 ຄົນ, ການບັນຊີ 835 ຄົນ, ພາສາອັງກິດ 801 ຄົນ, ວິສະວະກຳຄອມພິວເຕີ 670 ຄົນ.
ຂະນະທີ່ສາຍເລືອກ 5 ອັນດັບທີ່ມີຜູ້ເລືອກຫຼາຍສຸດຄື ພາສາອັງກິດ 1.429 ຄົນ, ພາສາຈີນ 1.285 ຄົນ, ບໍລິຫານທຸລະກິດທົ່ວໄປ 1.271 ຄົນ ແລະການບັນຊີ 1.104 ຄົນ.

ໂດຍການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນຢູ່ແຕ່ລະສາຂາວິຊາໃນມະຫາວິທະຍາໄລແຫ່ງຊາດໃນສົກສຶກສາ 2022-2023 ຈະສອບເສັງໃນວັນ ທີ 13 ສິງຫາ 2022 ຊຶ່ງຈະສອບເສັງມື້ດຽວ, ຕອນເຊົ້າ 1 ຫົວບົດ ແລະ ຕອນບ່າຍ 1 ຫົວບົດ, ການສອບເສັງໄດ້ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A (STEM) ແລະ ກຸ່ມ B (NON STEM), ແຕ່ລະກຸ່ມຈະສອບເສັງໃນຫົວບົດສອບເສັງຕ່າງກັນ.

ກຸ່ມ A
ສອບເສັງ 2 ຫົວບົດດັ່ງນີ້: ຕອນເຊົ້າ ສອບເສັງຫົວບົດ ວິຊາຄະນິດສາດ A + ວິຊາຟີຊິກສາດເວລາ 120 ນາທີ, ເລີ່ມ 09:00 ມ-11:00 ມ
ຕອນບ່າຍ ສອບເສັງຫົວບົດ (ພາສາລາວ- ວັນນະຄະດີ+ເຄມີສາດ+ຊີວະສາດ+ ພາສາອັງກິດ) , ເວລາ 90 ນາທີ, ເລີ່ມ 14:00 ມ-15:30 ມ.

ກຸ່ມ B
ສອບເສັງ 2 ຫົວບົດດັ່ງນີ້:
ຕອນເຊົ້າ ສອບເສັງຫົວບົດ (ຄະນິດສາດ B + ວິຊາພາສາລາວ – ວັນນະຄະດີ), ເວລາ 120 ນາທີ, ເລີ່ມ 09:00 ມ-11:00 ມ
ຕອນບ່າຍ ສອບເສັງຫົວບົດ (ວິຊາພູມີສາດ+ປະຫວັດສາດ + ພາສາອັງກິດ) , ເວລາ 90 ນາທີ, ເລີ່ມ 14:00 ມ-15:30 ມ

ຂໍ້ມູນຈາກ https://entrance.nuol.edu.la/

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version