Home ແຈ້ງການສໍາຄັນ ແຈ້ງເຕືອນ ພາຍຸໝຸນເຂດຮ້ອນ (MULAN)

ແຈ້ງເຕືອນ ພາຍຸໝຸນເຂດຮ້ອນ (MULAN)

0

ພາຍຸໜູນເຂດຮ້ອນ ມູລານ (MULAN) ຫົວທີ 07 ກໍາລັງເຄື່ອນທີ່ໄປທາງພາກເໜືອຕອນເທິງຂອງເກາະໄຮໜໍາ ດ້ວຍຄວາມ ໄວໃກ້ຈຸດສູນກາງ 20 ກິໂລແມັດຕໍ່ຊົ່ວໂມງ ພ້ອມດຽວກັນ ລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ທີ່ມີກໍາລັງແຮງປົກຄຸມເຂດພາກກາງ ແລະ ພາກໃຕ້ ຊຶ່ງຍັງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ຕົກປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ຫາ ໜັກຫລາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກກາງ ລົງຫາ ພາກໃຕ້.

ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງ ອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະຜູ້ທີ່ ຢູ່ລຽບຕາມແຄມນໍ້າເຊໂດນ ແລະ ນໍ້າຊັນ ຈົ່ງມີສະຕິລະມັດລະວັງ ຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ເກີດມີດິນເຈື່ອນ ແລະ ນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງ ທີ່ຈະເກີດຂຶ້ນໃນໄລຍະວັນທີ 19 ຫາ 13 ສິງຫາ 2022 ພ້ອມນີ້ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version