Home ແຈ້ງການສໍາຄັນ ແຈ້ງ! ເກີດແຜ່ນດິນໄຫວ 01 ຄັ້ງ ໃນບໍລິເວນແຂວງຜົ້ງສາລີ

ແຈ້ງ! ເກີດແຜ່ນດິນໄຫວ 01 ຄັ້ງ ໃນບໍລິເວນແຂວງຜົ້ງສາລີ

0

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ຄັ້ງວັນທີ 10 ສິງຫາ 2022 ໃນເວລາ 03:29 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດລາວ ຈໍານວນ 01 ຄັ້ງ ໃນບໍລິເວນ ແຂວງຜົ້ງສາລີ ມີຈຸດສູນ ກາງຢູ່ເສັ້ນຂະໜານທີ 21.937 ອົງສາເໜືອ ແລະ ເສັ້ນແວງທີ 102.082 ອົງສາຕາເວັນອອກ ດ້ວຍຄວາມແຮງສັ່ນສະເທືອນວັດແທກໄດ້ 3.8 ຣີກເຕີ ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 10 ກິໂລແມັດ ຈຸດສູນກາງເກີດ ແຜ່ນດິນໄຫວຢູ່ທີ່ບ້ານງາຍໃຕ້ ເມືອງຜົ້ງສາລີ ແຂວງຜົ້ງສາລີ ເຊີ່ງຈຸດເກິດ ແຜ່ນດິນໄຫວແມ່ນຫ່າງຈາກເທສະບານ ເມືອງຜົ້ງສາລີ ປະມານ 28 ກິໂລແມັດ.

ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version