Home ຂ່າວຕ່າງປະເທດ ທູດລາວ ເຄື່ອນໄຫວເຮັດວຽກ ຢູ່ ສ ເບລາຣຸດຊີ

ທູດລາວ ເຄື່ອນໄຫວເຮັດວຽກ ຢູ່ ສ ເບລາຣຸດຊີ

0

ໃນລະຫວ່າງ ວັນທີ 29 ກໍລະກົດ ຫາ 1 ສິງຫາ 2022 ຜ່ານມາ, ທ່ານ ນາງ ວິລາວັນ ເຍ່ຍປໍເຮີ່, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ເບລາຣຸດຊີ ທີ່ມີສຳນັກງານຕັ້ງຢູ່ ສະຫະພັນ ຣັດເຊຍ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວວຽກງານ ຢູ່ສາທາລະນະລັດ ເບລາຣຸດຊີ ຕາມການເຊື້ອເຊີນຂອງປະເທດເຈົ້າພາບ.

ໃນໂອກາດດັ່ງກ່າວນີ້, ທ່ານທູດ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມກິດຈະກໍາຕ່າງໆ ເພື່ອສະ ເຫລີມສະຫລອງ ວັນທີ່ປຶກສາທາງດ້ານການຄ້າ ປະຈຳປີ 2022 ຢູ່ແຂວງ ເບຣດທ໌, ສ. ເບລາຣຸດຊີ ເຊິ່ງແຂວງດັ່ງກ່າວ ເປັນເຂດເສດຖະກິດສາມຫລ່ຽມ ເບລາຣຸດຊີ-ໂປໂລຍ-ອູກຣາອິນ ທີ່ຕັ້ງຢູ່ທາງພາກຕາເວັນຕົກສ່ຽງໃຕ້ຂອງ ເບລາຣຸດຊີ. ແຂວງເບຣດທ໌ ນີ້, ຍັງເປັນບ່ອນທີ່ມີຈຸດເຊື່ອມຕໍ່ເສັ້ນທາງລົດໄຟຂະໜາດໃຫຍ່ ລະຫວ່າງ ເບລາຣຸດຊີ, ຣັດເຊຍ ແລະ ເອີຣົບ.

ໃນໂອກາດດຽວກັນ, ທ່ານທູດ ພ້ອມດ້ວຍຄະນະ, ລວມທັງບັນດາຜູ້ຕາງໜ້າຈາກ 16 ສະ ຖານທູດ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນບົດຮຽນ ກັບອໍານາດການປົກຄອງ ແລະ ເຈົ້າໜ້າທີ່ຂັ້ນສູງ ຂອງແຂວງ ເບຣດທ໌ ແລະ ຍັງໄດ້ລົງໄປຢ້ຽມຢາມເຂດຜະລິດກະສິກຳ, ອຸດສາຫະກຳ, ຮັກສາສິ່ງແວດລ້ອມ ແລະ ວັດທະນະທຳ ເຊັ່ນ: ບໍລິສັດ ຜະລິດຕະພັນອາຫານທະເລ ທີ່ສົ່ງອອກໄປຍັງ 20 ກວ່າປະເທດ. ໃນນັ້ນ, ມີບັນດາບໍລິສັດ ທີ່ສົນໃຈຢາກຮວ່ມມືກັບ ສປປ ລາວ ເປັນຕົ້ນແມ່ນ ບໍລິສັດ ປຸ່ຍ, ບໍລິສັດ ຜະລິດກົນຈັກກໍ່ສ້າງ, ກະເສດ ແລະ ບໍລິສັດອື່ນໆ. ນອກນັ້ນ, ຍັງໄດ້ເຂົ້າຮ່ວມງານວາງສະແດງຜະລິດຕະພັນເຄື່ອງນຸ່ງຫົ່ມ ແລະ ຜະລິດຕະພັນອື່ນໆ ທີ່ທາງແຂວງດັ່ງກ່າວໄດ້ຈັດຂື້ນ. ສາທາລະນະລັດ ເບລາຣຸດຊີ ເປັນປະເທດທີ່ຕັ້ງຢູ່ເຂດເອີຣົບຕາເວັນອອກ, ມີຊາຍແດນຕິດກັບ 5 ປະ ເທດ ຄື: ຣັດເຊຍ, ອູກຣາອິນ, ລິດໂທເນຍ, ລັດເວຍ ແລະ ໂປໂລຍ. ເບລາຣຸດຊີ ມີເນື້ອທີ່ທັງຫມົດ 207.595 km2, ມີພົນລະເມືອງ 9.442.866 ຄົນ(2022) ແລະ ລວມຍອດຜະລິດຕະພັນພາຍໃນ ແມ່ນ 62,50 ຕື້ໂດລາສະຫະລັດ.

ໃນໄລຍະດັ່ງກ່າວນີ້, ທ່ານທູດ ພ້ອມດ້ວຍຄະນະ ກໍຍັງໄດ້ພົບປະສອງຝ່າຍກັບ ທ່ານ ອີກໍຣ ເກໂອຣກຽບວິຈ ຫົວຫນ້າກົມອາຊີ, ອາຟຣິກາ ແລະ ອາເມລິກາລາຕິນ, ກະຊວງການຕ່າງປະເທດ ແຫ່ງ ສ ເບລາຣຸດຊີ ເພື່ອປຶກສາຫາລືກ່ຽວກັບການເສີມຂະຫຍາຍການ ພົວພັນ-ຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ-ສ.ເບລາຣຸດຊີ ເປັນຕົ້ນ ແມ່ນການກະກຽມໃສ່ກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ໃນຕົ້ນປີ 2023 ທີ່ຈະມາເຖິງນີ້.

ພ້ອມນັ້ນ, ກໍໄດ້ພົບປະກັບ ທ່ານ ອາເລັກຊານເດີຣ ອີກໍຣົບ ປະທານຄະນະກຳມາທິການຮ່ວມມື ລະຫວ່າງລັດຖະ ບານ ສ. ເບລາຣຸດຊີ ແລະ ລັດຖະບານ ແຫ່ງ ສປປ ລາວ ເພື່ອປຶກສາຫາລືກ່ຽວກັບການກະກຽມ ຈັດກອງປະຊຸມຄະນະກຳມາທິການຮ່ວມມື ສອງຝ່າຍ ສປປ ລາວ-ສ ເບລາຣຸດຊີ ຄັ້ງທີ 4 ເຊິ່ງຄາດວ່າຈະຈັດຂຶ້ນ ໃນໄລຍະກາງເດືອນ ກັນຍາ 2022 ທີ່ຈະມາເຖິງນີ້.

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version