Home ຂ່າວການເມືອງ ສລຍ ເປີດຫ້ອງການປະສານງານ ແລະ ເຜີຍແຜ່ຂໍ້ມູນການໄປສຶກສາຢູ່ປະເທດຍີ່ປຸ່ນ

ສລຍ ເປີດຫ້ອງການປະສານງານ ແລະ ເຜີຍແຜ່ຂໍ້ມູນການໄປສຶກສາຢູ່ປະເທດຍີ່ປຸ່ນ

0

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີເປີດຫ້ອງການປະສານງານ ແລະ ເຜີຍແຜ່ຂໍ້ມູນການໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍານະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ການຕອບສະໜອງການໃຫ້ຂໍ້ມູນຂ່າວສານແກ່ຄູອາຈານ, ນັກສຶກສາ ແລະ ຜູ້ທີ່ສົນໃຈສຶກສາ ເພື່ອກຽມໄປຮຽນຕໍ່ທີ່ປະເທດຍີ່ປຸ່ນ ໄດ້ຢ່າງສະດວກ ແລະ ວ່ອງໄວ ແລະ ສົ່ງເສີມນັກສຶກສາໃນອາຊຽນ ໂດຍສະເພາະນັກສຶກສາລາວໄດ້ຮັບໂອກາດໃນການສະໝັກທຶກການສຶກສາຈາກມະຫາວິທະຍາໄລຍີ່ປຸ່ນ.

ພິທີດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 8 ສິງຫາ ຜ່ານມາ ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຢີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ລົງນາມສັນຍາເປີດຫ້ອງການຂອງທ່ານ ປອ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ຄາສຶມິ ຄາວະກຶຈິ ຫົວໜ້າຫ້ອງການພົວພັນສາກົນ ມະຫາວິທະຍາໄລ ໂອກະຢາມາ ປະເທດຍີ່ປຸ່ນ, ມີທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດ ປະເທດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ຮສ.ປອ ອຸດົມ ພອນຄຳເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍບັນດາຜູ້ອາວຸໂສຕາງໜ້າຈາກອົງການໄຈກ້າ ປະຈໍາ ສປປ ລາວ, ທີ່ປຶກສາໂຄງການຂອງສະຖາບັນລາວ-ຍີ່ປຸ່ນ, ຜູ້ຕາງໜ້າຈາກກົມກ່ຽວຂ້ອງ ກະຊວງສຶກສາທິການ ແລະ ກິລາ ຕະຫຼອດຮອດພະນັກງານເຂົ້າຮ່ວມ.

ການຈັດພິທີເປີດຫ້ອງການປະສານງານ ແລະ ເຜີຍແຜ່ຂໍ້ມູນການໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍານະຄອນຫຼວງວຽງຈັນໃນຄັ້ງນີ້, ແມ່ນເພື່ອເຮັດໃຫ້ການຕອບສະໜອງການໃຫ້ຂໍ້ມູນຂ່າວສານແກ່ຄູອາຈານ, ນັກສຶກສາ ແລະ ຜູ້ທີ່ສົນໃຈສຶກສາ ເພື່ອກຽມໄປຮຽນຕໍ່ທີ່ປະເທດຍີ່ປຸ່ນ ໄດ້ຢ່າງສະດວກ ແລະ ວ່ອງໄວ ແລະ ສົ່ງເສີມນັກສຶກສາໃນອາຊຽນ ໂດຍສະເພາະນັກສຶກສາລາວ ໄດ້ຮັບໂອກາດໃນການສະໝັກທຶກການສຶກສາຈາກມະຫາວິທະຍາໄລຍີ່ປຸ່ນ. ນອກຈາກນີ້, ຍັງເປັນການຂະຫຍາຍການຮ່ວມມືກັບມະຫາວິທະຍາໄລໃນລາວ, ສະຖາບັນການສຶກສາທັງພາກລັດ ແລະ ເອກະຊົນຂອງລາວ ແລະ ມະຫາວິທະຍາໄລຍີ່ປຸ່ນໂດຍກົງ. ພ້ອມກັນນັ້ນ, ຍັງເປັນການເສີມຂະຫຍາຍສາຍພົວພັນຮ່ວມມືອັນດີລະຫວ່າງອົງກອນຕ່າງໆທີ່ເຂົ້າຮ່ວມ ແລະ ຍັງເປັນສ່ວນໜຶ່ງໃນການປະກອບສ່ວນການພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ.

ມະຫາວິທະຍາໄລ ໂອກາຢາມະ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ໃຫ້ຄຳແນະນຳແກ່ນັກສຶກສາ ແລະ ຄູອາຈານໃນອາຊຽນ ທີ່ມີຄວາມຕ້ອງການຢາກໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນດ້ວຍຄວາມຮູ້ ແລະ ມີມະຫາວິທະຍາໄລຍີ່ປຸ່ນທີ່ມີຊື່ສຽງ 6 ມະຫາວິທະຍາໄລ ເປັນຕົ້ນແມ່ນມະຫາວິທະຍາໄລ ຊີບະ, ມະຫາວິທະຍາໄລ ນີງາຕະ, ມະຫາວິທະຍາໄລ ຄານາຊາວາ, ມະຫາວິທະຍາໄລ ນາງາຊາກິ, ມະຫາວິທະຍາໄລ ຄຸມາໂມໂຕະ ແລະ ມະຫາວິທະຍາໄລ ໂອກາຢາມະ. ໃນປີ 2019 ມະຫາວິທະຍາໄລ ໂອກາຢາມະ ໄດ້ຮັບການແຕ່ງຕັ້ງໃຫ້ດຳເນີນໂຄງການພາຍໃຕ້ຊື່ “ໂຄງການສຶກສາຕໍ່ທີ່ປະເທດຍີ່ປຸ່ນ ພາກພື້ນ ແລະ ໃນອາຊຽນ” ໂດຍການສະໜັບສະໜູນທຶນການສຶກສາຂອງກະຊວງສຶກສາ ວັດທະນະທຳ ກິລາ ວິທະຍາສາດ ແລະ ເຕັກໂນໂລຊີ (MEXT) ຂອງຍີ່ປຸ່ນ ແລະ ມະຫາວິທະຍາໄລ ໂອກາຢາມະ ຍັງໄດ້ເຂົ້າຮ່ວມງານພົບປະເພື່ອສົ່ງເສີມການໄປສຶກສາຢູ່ປະເທດຍີ່ປຸ່ນ ທີ່ສະຖາບັນລາວ-ຍີ່ປຸ່ນຈັດຂຶ້ນທີ່ມະຫາວິທະຍາໄລແຫ່ງຊາດ. ມາຮອດປະຈຸບັນ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຢີ່ປຸ່ນ ມະຫາວິມະຫາວິທະຍາໄລແຫ່ງຊາດ ໄດ້ສືບຕໍ່ຮ່ວມມືກັບມະຫາວິທະຍາໄລໂອກາຢາມະ ໃນການຈັດງານເຜີຍແຜ່ຂໍ້ມູນຂ່າວສານ ແລະ ຈັດສໍາມະນາກ່ຽວກັບການໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ບໍ່ວ່າຈະເປັນສໍາມະນາອອນລາຍ ແລະ ເຊິ່ງໜ້າຢ່າງຕໍ່ເນື່ອງ.

ໂດຍ ບົວລະພາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version