Home ຂ່າວຕ່າງປະເທດ ອູແກຣນ ຈະຈັດສົ່ງອອກທັນຍາພືດໃຫ້ຫລາຍກວ່າ 50 ລ້ານໂຕນ

ອູແກຣນ ຈະຈັດສົ່ງອອກທັນຍາພືດໃຫ້ຫລາຍກວ່າ 50 ລ້ານໂຕນ

0

ຕາມ​ຂ່າວ​ຈາກ ​ຊິນ​ຮວາ,ວັນ​ທີ4​ ສິງຫາ​ນີ້, ສະພາ​ ອູ​ແກຣນ ​ເປີດ​ເຜີຍ​ວ່າ: ອູ​ແກຣນ ຈຳ​ເປັນ​ຕ້ອງ​ ສົ່ງ​ອອກ​ ທັນ​ຍາ​ພືດ ຫລາຍ​ກວ່າ 50ລ້ານ​ໂຕນ ​ໃນ​ສົກ​ປີ 2022-2023 ທ່າມກາງ ​ຄວາມ​ຈຳ​ເປັນ ​ໃນ​ການ​ເກັບ​ ຜົນ​ຜະລິດ ​ຕັ້ງ​ແຕ່ ​ປີ​ກາຍ​ ຈົນ​ຮອດ​ປີ​ນີ້ ຫລັງ​ຈາກ ອູ​ແກຣນ ວາງ​ແຜນ ​ເກັບ​ກ່ຽວ ທັນ​ຍາ​ພືດ ​ແລະ​ ​​ແກ່ນ​ພືດ​ ນ້ຳມັນ ຈຳນວນ 55-60 ລ້ານ​ໂຕນ.

​ໃນ​ປີ​ນີ້ ພ້ອມ​ຄາດ​ວ່າ ຄວາມ​ຕ້ອງການ​ ພາຍ​ໃນ​ປະ​ເທດ ຈະ​ເພີ່ມ​ຂຶ້ນ 20ລ້ານ​ໂຕນ ​ໂດຍ​ໃນ​ຂະນະ​ນີ້ ກະສິກອນ ​ອູ​ແກຣນ ​ເກັບ​ກ່ຽວ ທັນ​ຍາ​ພືດ​ແລ້ວ 12 ລ້ານ​ໂຕນ ຈາກ30% ຂອງ​ພື້ນ​ທີ່ ​ປູກຝັງ.ປັດຈຸບັນ ອູ​ແກຣນ ມີ​ທັນ​ຍາ​ພືດ ​ໃນ​ສາງ ປະມານ 18-20 ລ້ານ​ໂຕນ ຈາກ​ການ​ ເກັບ​ກ່ຽວ​ ປີ​ກາຍ​ນີ້.ສຳລັບ ໃນເດືອນ ກໍລະກົດ, ອູ​ແກຣນ ມີລາຍໄດ້ 22.2 ຕື້ໂດລາ ຈາກການ ສົ່ງອອກ ທັນ​ຍາ​ພືດ ແລະ ​ແກ່ນ​ພືດນໍ້າມັນ 61.52 ລ້ານໂຕນໃນປີ 2021-2022.

(ພາກ​ຂ່າວ: ​ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version