Home ຂ່າວພາຍໃນ ທ່ານ ທອງລຸນ ສີສຸລິດ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງພະບາງ

ທ່ານ ທອງລຸນ ສີສຸລິດ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງພະບາງ

0

ວັນທີ 4 ສີງຫາ 2022 ນີ້ ທ່ານ ທອງລຸນສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມ ຢາມ ແລະເຮັດວຽກຢູ່ແຂວງຫຼວງພະບາງ ໂດຍມີການນຳຂອງແຂວງໃຫ້ການຕ້ອນຮັບຢ່າງອົບອຸ່ນ ຢູ່ເຂດແດນລະຫວ່າງແຂວງໄຊຍະບູລີ ກັບແຂວງຫຼວງພະບາງ ໂອກາດນີ້ ທ່ານປະທານປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມຟາມໝູແບບປິດ ຂອງຄອບຄົວ ທ່ານ ສຸລິໂຍ ໄຊວິສິດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງນານ ຕັ້ງຢູ່ບ້ານຫ້ວຍຫຼາເມືອງນານ ເປັນການລົງທືນຮ່ວມລະ ຫວ່າງປະຊາຊົນກັບບໍລິສັດຊີພີຈຳກັດ ໂດຍໄດ້ດຳເນີນການລ້ຽງໝູ ມາແຕ່ປີ 2019 ປັດຈຸບັນມີເຮືອນໝູ 2 ຫຼັງ ສາມາດບັນຈຸໝູໄດ້ 1.250 ໂຕ ສາມາດຂາຍໝູອອກປີໜື່ງສອງຊຸດ ສ້າງກຳໄລສຸດທິປີໜື່ງໄດ້ປະມານ 80-90 ລ້ານກີບ.

ຈາກນັ້ນ ໄດ້ໄປຢ້ຽມຊົມຈຸດພັດທະນາພື້ນຖານໂຄງລ່າງຂອງເມືອງ ພ້ອມທັງໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະອົງການປົກຄອງບ້ານພາຍໃນເທດສະບານເມືອງ, ເຊີ່ງໄດ້ຮັບຟັງການລາຍງານສະພາບໂດຍຫຍໍ້ຈາກ ທ່ານ ຄຳເກັ່ງ ຈັນທະວີສຸກ ເຈົ້າເມືອງໆນານ ທ່ານໄດ້ຍົກໃຫ້ຜົນສຳເລັດທີ່ອົງການປົກຄອງເມືອງຍາດມາໄດ້ໃນແຕ່ລະຂົງເຂດ ອັນເປັນພືນຖານເຮັດໃຫ້ເສດຖະກິດມີການຂະຫຍາຍຕົວໃນລະດັບ 5,65% ຕໍ່ປີ ສະເລ່ຍລາຍຮັບໄດ້ປະມານ 13 ລ້ານ 3 ແສນກີບ ຫຼື ປະມານ 1.400 ໂດລາຕໍ່ຄົນຕໍ່ປີ, ອັນພົ້ນເດັ່ນແມ່ນການປູກເຂົ້ານາ ເຊີ່ງສາມາດເຫຼືອກີນ ແລະ ສົ່ງອອກເປັນສີນຄ້າ, ຄຽງຄູ່ກັບການປູກພືດອຸດສາຫະກຳ ແລະລ້ຽງສັດເປັນສີນຄ້າ ໄດ້ມີທັງປະຊາຊົນ ແລະນັກທຸລະກິດພາຍໃນ ແລະຕ່າງປະເທດມາລົງທືນຫຼາຍໂຄງການ.

ໂອກາດນີ້ ທ່ານ ທອງລຸນ ສີສຸລິດ ໄດ້ຍ້ອງຍໍຊົມເຊີຍຜົນງານທີ່ອົງການປົກຄອງເມືອງຍາດມາໄດ້ ທັງເນັ້ນໃຫ້ສືບຕໍ່ໃນການພັດທະນາເສດຖະ ກິດ-ສັງຄົມຂອງເມືອງ ໃຫ້ບັນລຸຕາມແຜນການທີ່ວາງໄວ້ ຄຽງຄູ່ກັບການຊອກຮູ້ຮໍ່າຮຽນ ບົດຮຽນທີ່ດີຈາກບ່ອນອື່ນ ເພື່ອມາພັດທະນາເມືອງນານ ໃຫ້ນັບມື້ດີຂື້ນເປັນກ້າວໆ.

ພາຍຫຼັງສຳເລັດການຢ້ຽມຢາມ ແລະເຮັດວຽກຢູເມືອງນານ ທ່ານ ທອງລຸນ ສີສຸລິດ ປະທານປະເທດພ້ອມດ້ວຍຄະນະ ໄດ້ເດີນທາງໄປພົບປະໂອ້ລົມການນຳຫຼັັກແຫຼ່ງຂອງເມືອງງອຍ ແລະພະນັກງານສູນເສຍອົງຄະ 19 ຕັ້ງຢູ່ເມືອງງອຍ ພ້ອມທັງມອບເງີນ ແລະພາຫະນະລົດໃຫຍ່ 1 ຄັນ ເພື່ອຊຸກຍູ້ການເຄື່ອນໄຫວຽກງານ ແລະການດຳລົງຊີວິດ ຂອງພະນັກງານປະຕິວັດອາວຸໂສ ແລະພະນັກງານເສຍອົງຄະ ຢູ່ສູນເສຍອົງຄະ 19 ຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version