Home ຂ່າວກິລາ AFC ຢືນຢັນ ອາຊີ ໄດ້ສິດ 8 ປະເທດເຄິ່ງ ຮ່ວມແຂ່ງບານໂລກ 2026

AFC ຢືນຢັນ ອາຊີ ໄດ້ສິດ 8 ປະເທດເຄິ່ງ ຮ່ວມແຂ່ງບານໂລກ 2026

0

ສະຫະພັນເຕະບານອາຊີ (AFC) ໄດ້ສົ່ງຈົດໝາຍຢືນຢັນວ່າ ທະວີບອາຊີໄດ້ຮັບສິດ 8 ປະເທດເຄິ່ງ ເຂົ້າຮ່ວມການແຂ່ງຂັນບານເຕະໂລກ 2026 ຮອບສຸດທ້າຍ.

ສະຫະພັນບານເຕະອາຊີ ຫຼື AFC ໄດ້ສົ່ງຈົດໝາຍຢືນຢັນວ່າທະວີບອາຊີ ຈະໄດ້ຮັບສິດສົ່ງປະເທດເຂົ້າຮ່ວມການແຂ່ງຂັນບານເຕະໂລກ 2026 ຮອບສຸດທ້າຍທີ່ ສະຫະລັດອາເມຣິກາ, ການາດາ ແລະ ເມັກຊິກ ທັງໝົດ 8 ປະເທດ ແລະ ສິດການຫຼິ້ນຮອບຮອບຄັດເລືອກ Intercontinene ອີກ 1 ປະເທດ ໂດຍໄດ້ຮັບການຮັບຮອງຈາກຄະນະກໍາມະການບໍລິຫານ AFC ເມື່ອວັນທີ 29 ກໍລະກົດ 2022 ທີ່ຜ່ານມາ.

ໂດຍການແຂ່ງຂັນເຕະບານໂລກ 2026 ຮອບຄັດເລືອກ ຂົງເຂດອາຊີ ຈະແບ່ງອອກເປັນທັງໝົດ 4 ຮອບດັ່ງນີ້:

• ຮອບທຳອິດ: ນໍາ 22 ປະເທດທີ່ຢູ່ອັນດັບທີ 26-47 ຂອງທະວີບ ຈັບສະຫຼາກແຂ່ງຂັນແບບ 2 ນັດ ໃນປະເທດ-ນອກປະເທດ ໃນວັນທີ 12 ແລະ 17 ຕຸລາ 2023 ເພື່ອຫາທີມຊະນະຈໍານວນ 11 ທີມ ຜ່ານເຂົ້າຮອບຄັດເລືອກຮອບສອງ.

• ຮອບທີ 2: ນໍາ 25 ປະເທດທຳອິດຂອງທະວີບ ບວກກັບ 11 ປະເທດ ຈາກຮອບຄັດເລືອກຮອບທໍາອິດ ລວມເປັນ 36 ປະເທດ ແລ້ວນໍາມາແບ່ງອອກເປັນ 9 ກຸ່ມ ແລະ ແຂ່ງຂັນແບບພົບກັນໝົດໃນປະເທດ ແລະ ນອກປະເທດ ຈໍານວນ 6 ນັດ ແລະ ນໍາເອົາແຊັມກຸ່ມ. ກັບ ຮອງແຊັມກຸ່ມ ຜ່ານຮອບຄັດເລືອກ ຮອບ 3 ທີມ ໂດຍໂປຣແກຣມມີດັ່ງນີ້:

 ນັດທີ 1-2: 16-21 ພະຈິກ 2023

 ນັດທີ 3-4: 21-26 ມີນາ 2024

 ວັນທີ 5-6: 6-11 ມິຖຸນາ 2024

• ຮອບທີ 3: ນໍາ 18 ປະເທດທີ່ໄດ້ຜ່ານເຂົ້າຮອບ 3 ມາແບ່ງອອກເປັນ 3 ກຸ່ມ ກຸ່ມລະ 6 ທີມ ແລະ ແຂ່ງຂັນແບບພົບກັນໝົດ ໃນປະເທດ ແລະ ນອກປະເທດ.

 ນັດທີ 1-2: 5-10 ກັນຍາ 2024

 ນັດທີ 3-4: 10-15 ຕຸລາ 2024

 ນັດທີ 5-6: 14-19 ພະຈິກ 2024

 ນັດທີ 7-10: ມີນາ-ມິຖຸນາ 2025

ໂດຍແຊັມ ກັບ ຮອງແຊັມຂອງກຸ່ມຈາກຮອບນີ້ຈໍານວນ 6 ທີມ ຈະໄດ້ຮັບສິດໄປຫຼິ້ນຮອບສຸດທ້າຍບານໂລກ 2026 ທັນທີ.

ຂະນະທີ່ທີມອັນດັບ 3-4 ຂອງທັງ 3 ກຸ່ມ ທັງໝົດ 6 ທີມ ຈະມາແຂ່ງຂັນຮອບໄປ-ກັບ ໂດຍຈະ ແບ່ງອອກເປັນ 2 ກຸ່ມ ກຸ່ມລະ 3 ທີມ ແລະ ຈະແຂ່ງຂັນແບບພົບກັນໝົດແບບນັດດຽວຈົບ ໃນໄລຍະເດືອນ ກັນຍາ – ພະຈິກ 2025

ໂດຍທີມທີ່ໄດ້ແຊັມກຸ່ມ ຈະເປັນທີມລໍາດັບທີ 7 ແລະ 8 ທີ່ໄດ້ເຂົ້າຮ່ວມການແຂ່ງຂັນເຕະບານໂລກຮອບສຸດທ້າຍ.

ແລະ ທີມອັນດັບ 2 ຂອງທັງສອງກຸ່ມ ຈະມາເຕະແບບໄປ-ກັບກັນແບບໃນປະເທດ ແລະ ນອກປະເທດ ໃນວັນທີ 5-10 ກັນຍາ 2024 ເພື່ອຫາທີມຊະນະໄປແຂ່ງຂັນກັບຕົວແທນຈາກທະວີບອື່ນຕໍ່ໄປ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version