Home ຂ່າວກິລາ ແມນຢູ, ເຊວຊີ ສູ້ຫຼືບໍ່ ? ຊັລບວກ ຕັ້ງລາຄາ “ເຊສໂກ” 45 ລ້ານປອນ

ແມນຢູ, ເຊວຊີ ສູ້ຫຼືບໍ່ ? ຊັລບວກ ຕັ້ງລາຄາ “ເຊສໂກ” 45 ລ້ານປອນ

0

Inews ລາຍງານວ່າ ເຣດບູລ ຊັລບວກ ໄດ້ຕັ້ງຄ່າຕົວຂອງດາວຮຸ່ງເນື້ອຫອມຢ່າງ ເບນຈາມິນ ເຊສໂກ ໄວ້ບໍ່ຕໍ່າກວ່າ 45 ລ້ານປອນ.

ນັກເຕະອາຍຸ 19 ປີ ເລີ່ມເປັນທີ່ຈັບຈ້ອງຂອງຫຼາຍສະໂມສອນໃນທົ່ວເອີຣົບ ຫຼັງສ້າງຜົນງານຍິງ 11 ປະຕູກັບສົ່ງໃຫ້ໝູ່ຍິງ 7 ຄັ້ງ ຈາກການລົງສະໜາມ 37 ນັດ ໃຫ້ກັບ ຊັລບວກ ເມື່ອລະດູການທີ່ຜ່ານມາ.

ຍິ່ງໄປກວ່ານັ້ນ ດາວເຕະຊາວສະໂລເວນີ ຫາກໍສະແດງຝີຕີນໃຫ້ເປັນຂວັນຕາຂອງກອງເຊຍບານທີມໃຫຍ່ ໃນເກມອຸ່ນເຄື່ອງກັບ ລີເວີພູລ ທີ່ເຂົາຍິງປະຕູດຽວຊ່ວຍໃຫ້ທີມເອົາຊະນະໄປ.

ກ່ອນໜ້ານີ້ ມີລາຍງານວ່າ ແມນເຊັສເຕີ ຢູໄນເຕັດ ໄດ້ເຂົ້າເຈລະຈາກັບຕົວແທນຂອງນັກເຕະຢ່າງ ເອວວິສ ບາຊາໂນວິຊ ແລ້ວ ແຖມພວກເຂົາຍັງເລີ່ມຫາລືກັບ ຊັລບວກ ແລ້ວດ້ວຍ.

ຢ່າງໃດກໍຕາມ ຫຼ້າສຸດມີລາຍງານວ່າ ເຊວຊີ ແລະ ນິວຄາສເຊິນ ຢູໄນເຕັດ ກໍໄດ້ເຂົ້າເຈລະຈາກັບຕົວແທນຂອງ ເຊສໂກ ແລ້ວເຊັ່ນກັນ ແຕ່ ຊັລບວກ ຍັງຕ້ອງການຮັກສານັກເຕະຄົນນີ້ເອົາໄວ້ ເວັ້ນເສຍແຕ່ວ່າໄດ້ຮັບຂໍ້ສະເໜີບໍ່ຕໍ່າກວ່າ 45 ລ້ານປອນ.

ລາຍງານກ່າວວ່າ ຊັລບວກ ເຊື່ອວ່າການປ່ອຍ ເຊສໂກ ອອກໄປຕອນນີ້ຍັງຖືວ່າໄວເກີນໄປ ເມື່ອພິຈາລະນາຈາກຂໍ້ຕົກລົງຂອງ ດາວິນ ນູນເຢສ ທີ່ອາດມີຄ່າຕົວພຽງແຕ່ 20 ລ້ານປອນເມື່ອ 12 ເດືອນກ່ອນ.

ທັງນີ້ ຊັລບວກ ກໍບໍ່ຕົກຢູ່ພາຍໃຕ້ຄວາມກົດດັນເລື່ອງສະຖານະການຂອງ ເຊສໂກ ເນື່ອງຈາກນັກເຕະຄົນນີ້ຍັງມີສັນຍາເຖິງປີ 2026.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version