Home ຂ່າວພາຍໃນ ກອງປະຊຸມໃຫຍ່​ໜ່ວຍ​ກຳມະບານ​ຮາກ​ຖານ ໜັງສືພິມ​ປະຊາຊົນ ຊຸດທີ XIV

ກອງປະຊຸມໃຫຍ່​ໜ່ວຍ​ກຳມະບານ​ຮາກ​ຖານ ໜັງສືພິມ​ປະຊາຊົນ ຊຸດທີ XIV

0

ກອງປະຊຸມໃຫຍ່​ໜ່ວຍ​ກຳມະບານ​ຮາກ​ຖານ ໜັງສືພິມ​ປະຊາຊົນ ຊຸດທີ XIV ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 29 ກໍ​ລະ​ກົດ​ນີ້ ທີ່ໜັງສືພິມປະຊາຊົນ ​ເພື່ອ​ສະຫຼຸບຕີລາຄາ​ດ້ານ​ດີ, ດ້ານ​ອອ່ນ ແລະ ຂໍ້ຄົງຄ້າງ​ໃນ​ໄລຍະ 6 ປີ ຜ່ານ​ມາ.​ ເປັນ​ກຽດ​ເຂົ້າ​ຮ່ວມ​ມີ ທ່ານ ວັນໄຊ ຕະວິນຍານ ກໍາມະການຄະນະພັກກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເລຂາໜ່ວຍພັກ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ, ທ່ານ ຄູນສະຫວັດ ຊຸ່ມມະນີວົງ ຮອງຫົວໜ້າກົມກວດກາ ຮອງປະທານສະຫະພັນກໍາມະບານຮາກຖານ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມີ​ບັນ​ດາ​ສະ​ມາ​ຊິກກຳມະບານ​ຮາກ​ຖານ ​ໜັງສືພິມ​ປະຊາຊົນ ແລະ ແຂກຖືກເຊີນ​ເຂົ້າ​ຮ່ວມ.

ທ່ານ ​ສີວັນ ຫອມ​ໄຊ​ຍະ​ເດດ ປະທານໜ່ວຍກຳມະບານ ຮາກຖານ ໜັງສືພິມ ປະຊາຊົນ ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ການ​​ເຄື່ອນ​ໄຫວຂອງ​ໜ່ວຍ​ກຳມະບານ​ຮາກ​ຖານ ໜັງສືພິມ​ປະຊາຊົນ ຊຸດທີ XIV ​ແລະ ທິດ​ທາງ​ແຜນການ​ໃນ​ຕໍ່ໜ້າ ວ່າ: ໃນ 6 ປີຜ່ານມາ, ສະມາຊິກ​ກຳມະບານ​ທຸກ​ສະຫາຍ​ ໄດ້​​ເອົາ​ໃຈ​​ໃສ່​ຕໍ່ໜ້າ​ທີ່​ວິ​ຊາ​ສະ​ເພາະ ທີ່​ການຈັດ​ຕັ້ງ​ມອບ​ໝາຍ ​ແລະ ເຮັດ​ຫຼອນໜ້າ​ທີ່​ວຽກງານຂອງ​ຕົນຮັບຜິດຊອບໄດ້​ເປັນ​​​ຢ່າງ​ດີ​ເຊັ່ນ: ພະ​ແນ​ກບັນນາທິຂ່າວ​ການ​ເມືອງ-​ເສດຖະກິດ ແລະ ແນ​ກບັນນາທິການຂ່າວວັດທະນະທຳ-​ສັງຄົມ ​ໄດ້​ເອົາ​ໃຈ​​ໃສ່​ໂຄສະນາບັນດາເຫດການວັນສຳຄັນຂອງພັກ-ລັດ, ຕິດຕາມບັນດາ​ການ​ນຳ​ເຄື່ອນ​ໄຫວ​ຢູ່​ພາຍໃນ ​ແລະ ໂຄສະນາການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ບັນດາປະເທດເພື່ອນມິດ ແລະ ອື່ນໆໃນ​ຂອບ​ເຂດ​ທີ່​ຕົນ​ຮັບຜິດຊອບ. ພະແນກບັນນາທິການຂ່າວຕ່າງປະເທດ ແມ່ນໄດ້ຕິດຕາມເຫດການຕ່າງໆທີ່ເກີດຂຶ້ນແຕ່ລະວັນຢູ່ຕ່າງປະເທດເພື່ອລົງຂ່າວ, ອັບເດດຂ່າວທາງເວັບໄຊ, ເຟສບຸກ. ໄລຍະ 6 ປີ ຜ່ານມາ, ສະມາຊິກກໍາມະບານທີ່​ເປັນ​ນັກ​ຂ່າວ ໄດ້ຂຽນຂ່າວ-ບົດຕ່າງໆ ລົງໃນໜ້າໜັງສືພິມທັງໝົດ 40.544 ຂ່າວ, 20.900 ບົດ ແລະ ຮູບພາບປະກອບຂ່າວ-ບົດ 42.197 ແຜ່ນ. ຂ່າວຕ່າງປະເທດ ​ໄດ້ອອກຂ່າວທັງໝົດ 15.120 ຂ່າວ, 30.000 ບົດ, ຮູບ 2.578 ແຜ່ນ, ໜັງສືພິມເອເລັກໂຕຣນິກ ມີຜູ້ເຂົ້າຕິດຕາມສະເລ່ຍ 10.000 ຄົນ/ມື້, ສະເລ່ຍເປັນປີປະມານ 3 ລ້ານກວ່າຄົນ/ປີ, ເຟສບຸກ ມີຈຳນວນຄົນເຂົ້າອ່ານ 15.190 ເທື່ອຄົນ, ພະແນກເຕັກນິກ-ຈັດໜ້າ ມີໜ້າທີ່ຮັບຜິດຊອບໃນການຂຶ້ນມາແກັດ, ຈັດລຽງບົດນຳ, ບົດຄວາມ, ບົດສະເໜີ ແລະ ຂ່າວ, ຄຳສັ່ງ, ມະຕິຕ່າງໆ, ຈັດໜ້າ ອອກແບບ ແລະ ກວດຂອດສຸດທ້າຍແລ້ວສົ່ງໄປໂຮງພິມ, ພະແນກຄຸ້ມຄອງ, ບໍລິຫານໂຄສະນາ ແລະ ຈໍາໜ່າຍ ມີໜ້າທີ່ຮັບຜິດຊອບ ເປັນເສນາທິການໃຫ້ແກ່ຄະນະບັນນາທິການ, ຄຸ້ມຄອງຊັບສົມບັດ, ພາຫະນະ, ຈໍາໜ່າຍໜັງສືພິມ, ບັນຊີ​ລາຍ​ຮັບ​-ລາຍ​ຈ່າຍ, ບັນຊີ​ເງິນ​ເດືອນ​ລັດຖະກອນ, ​ແຜນ​ງົບປະມານ, ຈັດ​ຕັ້ງ​ຂຶ້ນ​ແຜນ​ກໍ່ສ້າງ​ພະນັກງານ, ຂຶ້ນ​ຊັ້ນ​, ຂັ້ນ​ເງິນ​ເດືອນ, ຫ້ອງ​ປະມວນ, ຮັບຜິດຊອບ​ການ​ໂຄສະນາ​ຕ່າງໆ.

ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້ ຍັງ​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະ​ນະ​ກຳມະບານ​ຊຸດ​ໃໝ່​ ຊຶ່ງ​ມີ​ຜູ້ອອກ​ຮັບ​ສະ​ໝັກ 5 ​ທ່ານ ແລະ ເລືອກ​ເອົາ 3 ທ່ານ ໃນ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລືກ​ໄດ້​ເປັນ​ເອ​ກະ​ພາບ​ກັນ​ເລືອກ​ເອົາ ທ່ານ ຄຳ​ເຮືອງ ຄຳ​ປະ​ສິດ ເປັນ​ປະ​ທານໜ່ວຍກຳມະບານຮາກຖານ ໜັງສືພິມປະຊາຊົນ ຊຸດ​ໃໝ່​, ເລືອກ​ເອົາ ທ່ານ ນາງ ຈັນ​ທະ​ລາ ໄຊ​ຍະ​ເຫຼັກ ເປັນຮອງປະທານ ແລະ ທ່ານ ນາງ ເກດ​ແກ້ວ ພົມ​ມະ​ລີ ເປັນກຳມະການຄະ​ນະ​ກຳມະບານ​.

ໃນ​ຕອນ​ທ້ານຍຂອງກອງ​ປະ​ຊຸມ ທ່ານ ວັນໄຊ ຕະວິນຍານ ແລະ ທ່ານ ຄູນສະຫວັດ ຊຸ່ມມະນີວົງ ກໍໄດ້​ມີ​ຄຳ​ເຫັນ​ໂອ້​ລົມ​ເພື່ອ​ເປັນ​ທິດ​ເຍືອງ​ທາງໃຫ້​ແກ່​ຄະ​ນະ​ກຳ​ມະ​ບານ​ຊຸດ​ໃໝ່ ຊຶ່ງ​ທັງ​ສອງ​ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້​ຄະ​ນະ​ກຳ​ມະ​ບານ​ຊຸດ​ໃໝ່ ແລະ ສະມາຊິກ​ກຳມະບານ​ທຸກ​ສະຫາຍ ໃຫ້​​ເອົາ​ໃຈ​​ໃສ່​ຕໍ່ໜ້າ​ທີ່​ວິ​ຊາ​ສະ​ເພາະ ທີ່​ການຈັດ​ຕັ້ງ​ມອບ​ໝາຍໃຫ້ ​ ເພີ່ມທະວີຄວາມເປັນເອກະພາບພາຍໃນຄະນະໜ່ວຍ ແລະ ສະມາຊິກໃຫ້ໜັກ ແໜ້ນ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຕາມຄວາມສາມາດ ແລະ ເງື່ອນໄຂຕົວຈິງຂອງສະມາຊິກແຕ່ລະສະຫາຍ.​

ຂ່າວ-ພາບ: ບຸນ​ຕອມ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version