Home ຂ່າວການເມືອງ ອອປສ ແລະ ອົງການໄຈກາ ຫາລືການຮ່ວມມືໃນຊຸມປີຕໍ່ໜ້າ

ອອປສ ແລະ ອົງການໄຈກາ ຫາລືການຮ່ວມມືໃນຊຸມປີຕໍ່ໜ້າ

0

ກອງປະຊຸມປຶກສາຫາລື ກ່ຽວກັບການສືບຕໍ່ການຊ່ວຍເຫລືອໂຄງການ “ສົ່ງ ເສີມການພັດທະນາ ແລະ ການສ້າງຄວາມເຂັ້ມແຂງ ການປົກຄອງດ້ວຍກົດໝາຍໃນຂະ  ແໜງການຍຸຕິທໍາ ຂອງ ສປປ ລາວ” ທີ່ຈະສິ້ນສຸດລົງໃນປີ 2023 ຈັດ​ຂຶ້ນ​ໃນວັນທີ 1 ສິງ ຫາ 2022 ຢູ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ​ໂດຍມີ ທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຄະນະຊີ້ນໍາໂຄງການ, ທ່ານ ນາງ ນິຊິກິ ໂຢໂກະ ຫົວໜ້າຄະນະຊ່ຽວຊານອົງການໄຈກາ ​ໂດຍ​ມີ​ພາກສ່ວນ​ກ່ຽວຂ້ອງ ຂອງສອງຝ່າຍ ເຂົ້າຮ່ວມ.
 ​ ໂຄງການ “ສົ່ງເສີມການພັດທະນາ ແລະ ການສ້າງຄວາມເຂັ້ມແຂງການປົກຄອງດ້ວຍກົດໝາຍ ໃນຂະແໜງຍຸຕິທໍາ ຂອງ ສປປ ລາວ” ແມ່ນໂຄງການລະຫວ່າງ ລັດຖະ ບານ ແຫ່ງ ສປປ ລາວ ແລະ ລັດຖະບານຢີ່ປຸ່ນ ໂດຍໄດ້ລົງນາມໃນເດືອນກໍລະກົດ 2018, ມີກໍານົດເວລາຈັດຕັ້ງປະຕິບັດ 5 ປີ ທີ່ຈະສິ້ນສຸດລົງໃນປີ 2023 ໂດຍມີຈຸດປະສົງຊ່ວຍລັດຖະບານ ລາວ ໃນການສົ່ງເສີມການພັດທະນາ ແລະ ການສ້າງຄວາມເຂັ້ມແຂງການປົກຄອງດ້ວຍກົດໝາຍໃນຂະແໜງການຍຸຕິທໍາ ຂອງ ສປປ ລາວ ໂດຍໄດ້ສຸມໃສ່ການພັດທະນາ ແລະ ການສ້າງຄວາມເຂັ້ມແຂງ​ ການປົກຄອງດ້ວຍກົດໝາຍໃນຂະແໜງຍຸຕິທໍາ ຂອງ ສປປ ລາວ ຈະໄດ້ຮັບການສົ່ງເສີມຢ່າງມີປະສິດທິຜົນ; ປະມວນກົດໝາຍແພ່ງ ຈະໄດ້ຮັບການເຜີຍແຜ່, ນໍາໃຊ້ເຂົ້າໃນຊີວິດສັງຄົມຂອງພົນລະເມືອງລາວ ຢ່າງມີປະສິດທິຜົນ; ກົດໝາຍ, ນິຕິກໍາຈໍານວນໜຶ່ງທີ່ຈໍາເປັນ ໃຫ້ແກ່ການປະຕິບັດປະມວນກົດໝາຍແພ່ງ ຈະໄດ້ຮັບການພັດທະນາ; ປື້ມຄູ່ມືໃນຂົງເຂດກົດໝາຍ ຈະໄດ້ນໍາໃຊ້ເປັນຕໍາລາສິດສອນ, ເຜີຍແຜ່ໃນສະຖາບັນການສຶກສາ, ອົງການຕ່າງໆໃນຂົງເຂດຍຸຕິທຳ ກໍຄື ສັງຄົມຢ່າງກວ້າງຂວາງ. ອັນທີ່ສຳຄັນທີ່ສຸດນັ້ນ, ບັນດານັກຄົ້ນຄວ້າ ກໍຈະກາຍເປັນຊັບສົມບັດອັນລໍ້າຄ່າຂອງຊາດເຮົາ, ເປັນຜູ້ນຳເອົາຄວາມຮູ້ ແລະ ປະສົບການທີ່ໄດ້ມາຈາກການເຂົ້າຮ່ວມໂຄງການ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານທີ່ຕົນໄດ້ຮັບມອບໝາຍ ມີຜົນສໍາເລັດ ພ້ອມທັງຖ່າຍທອດບົດຮຽນດັ່ງກ່າວໃຫ້ຜູ້ອື່ນ ເປັນຢ່າງດີ.
  ກອງປະຊຸມ, ເຫັນດີໃຫ້ສືບຕໍ່ໂຄງການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະ  ແໜງການກົດໝາຍຂອງ ສປປ ລາວ ​ເຊິ່ງລວມມີ: ກະຊວງຍຸຕິທຳ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ມະຫາວິທະຍາໄລແຫ່ງຊາດ ໂດຍຈະສຸມໃສ່ການສ້າງພື້ນຖານທິດສະດີກົດໝາຍ ແລະ ກໍສ້າງພະນັກງານເປັນວຽກງານບູລິມະສິດ.

ຂ່າວ-ພາບ ອອປສ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version