Home ຂ່າວການເມືອງ ລມຕ ກະຊວງ ຖວທ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ

ລມຕ ກະຊວງ ຖວທ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ

0

ທ່ານນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກລັດຖະ​ມົນຕີ (ລມຕ) ກະຊວງ ຖະແຫຼງຂ່າວ,​ ວັດທະນະທຳ​ ແລະ ​ທ່ອງທ່ຽວ​ (ຖວທ)​ ໄດ້ຕ້ອນຮັບ ທ່ານ ຫວູ​ ຫ້າຍ​ ກວາງ ​(Vu Hai Qiang vice president of VOV) ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງ ສສ ຫວຽດນາມ​ ພ້ອມດ້ວຍຄະນະເຂົ້າຢ້ຽມຂໍ່ານັບພົບປະ ໃນວັນວັນທີ 29 ກໍລະກົດນີ້ ທີ່ຫ້ອງຮັບແຂກກະຊວງ ຖວທ, ເນື່ອງໃນໂອກາດເດີ່ນທາງມາຢ້ຽມ ແລະ ເຮັດວຽກຢູ່ ສປປ ລາວ

ໃນໂອກາດດັ່ງກ່າວ ທ່ານ ນາງ​ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ​ ຫວູ​ ຫ້າຍ​ ກວາງ ພ້ອມຄະນະ ທີ່ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຄັ້ງນີ້ ໂດຍສະເພາະການຕິດຕາມກວດກາຜົນສຳເລັດໃນການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງລັດຖະບານ ສສ​​ຫວຽດນາມ ​ໃນການຍົກລະດັບຫ້ອງອັດສຽງ-ສົ່ງສຽງໃຫ້ແກ່ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ​ ວິທະຍຸກະຈາຍສຽງຫວຽດນາມໃນຊຸມປີຕໍ່ໜ້າ ຊຶ່ງເປັນມິດໝາຍ

ສຳຄັນໃນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມືຮອບດ້ານ ແລະ ຄວາມສາມັກຄີແບບພິເສດ ທີ່ຍິ່ງໃຫຍ່ລະຫວ່າງສອງພັກ, ສອງລັດແລະ ປະຊາຊົນສອງຊາດລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມແລ້ວນັ້ນໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ ແລະ ທ່ານ ລມຕ ຍັງໄດ້ອວຍພອນໃຫ້ຄະນະຜູ້ແທນຈົ່ງປະສົບຜົນສຳເລັດໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້.

ທ່ານ ຫວູ ຫ້າຍ​ ກວາງ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະມົນຕີກະຊວງ ຖວທ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມນີ້ຍັງໄດ້ແຈ້ງຈຸດປະສົງໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ ລມຕ ກະຊວງ ຖວທ ໄດ້ຮັບຊາບຕື່ມອີກ.​

(ຂ່າວ-ພາບ: ວັນເພັງ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version