Home ຂ່າວພາຍໃນ ກອງປະຊຸມ ຝຶກອົບຮົມ ວຽກງານກວດກາພັກ, ກວດກາລັດ ໃຫ້ຜູ້ເຮັດວຽກງານກວດກາ ຢູ່ບັນດາຮາກຖານພັກ ພະແນກການ ອ້ອມຂ້າງແຂວງ ໄຊສົມບູນ

ກອງປະຊຸມ ຝຶກອົບຮົມ ວຽກງານກວດກາພັກ, ກວດກາລັດ ໃຫ້ຜູ້ເຮັດວຽກງານກວດກາ ຢູ່ບັນດາຮາກຖານພັກ ພະແນກການ ອ້ອມຂ້າງແຂວງ ໄຊສົມບູນ

0

ໃນຕອນເຊົ້າຂອງວັນທີ 29 ກໍລະກົດ 2022 ນີ້ ຄະນະກວດກາພັກ, ອົງການກວດກາລັດ ແຂວງໄຊສົມບູນ ໄດ້ຈັດຊຸດຝຶກອົບຮົມ ວຽກງານກວດກາພັກ, ກວດກາລັດ ໃຫ້ຜູ້ເຮັດວຽກງານກວດກາ ຢູ່ບັນດາຮາກຖານພັກ ພະແນກການອ້ອມຂ້າງ ແຂວງ ຂຶ້ນ ທີ່ຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານນາງ ເພັດສະໄໝ ໂພໄຊຍະວົງ ປະທານຄະນະກວດກາພັກ, ອົງການກວດກາລັດແຂວງ ມີສຳມະນາກອນຈາກບັນດາພະແນກການ, ອົງການ, ກົມກອງ ເຂົ້າຮ່ວມຊຸດຝຶກອົບຮົມໃນຄັ້ງນີ້.

ກໍ່ເພຶ່ອເປັນການຍົກສູງ ຍົກລະດັບຄວາມຮູ້ຄວາມສາມາດໃຫ້ຜູ້ທີ່ເຮັດວຽກງານກວດກາຢູ່ຮາກຖານພັກ ຂອງພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ໃຫ້ຮັບຮູ້ເຂົ້າໃຈຢ່າງເລີກເຊິ່ງກ່ຽວກັບວຽກງານກວດກາພັກ, ກວດກາລັດ ເພື່ອເປັນການຊຸກຍູ້ ແລະ ສ້າງເງື່ອນໄຂ ໃຫ້ຜູ່ທີ່ເຮັດວຽກງານກວດກາພັກ, ກວດກາລັດ ໃຫ້ມີພື່ນຖານ ແລະ ມີຄວາມເຂັ້ມແຂງ ໃນການຕິດຕາມກວດກາ ການປະຕິບັດໜ້າທີ່ການເມືອງ ຂອງການຈັດຕັ້ງແຕ່ລະຂັ້ນໃຫ້ດີຂຶ້ນເທື່ອລະກ້າວເພື່ອແນ່ໃສ່ກໍ່ສ້າງ, ບູລະນະແນວທາງ, ການຈັດຕັ້ງປະຕິບັດແນວທາງ, ມະຕິ, ຄຳສັ່ງຂອງພັກ, ຮັກສາລະບຽບວິໄນທີ່ຂັ້ນເທິ່ງວາງອອກໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ເພື່ອໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງວຽກງານຕົວຈິງ ຮັບປະກັນລະຫວ່າງການເວົ້າ ກັບການກະທຳ, ເພາະວ່າການກວດກາ ເປັນເຄື່ອງມືໃນການຕ້ານພະຍາດອາດຍາສິດ, ການລະເມີດຫຼັກການລວມສູນປະຊາທິປະໄຕການຂາດລະບຽບວິໃນ, ເປັນການສຶກສາອົບຮົມປົກປ້ອງພະນັກງານສະມາຊິພັກ ແລະ ປ້ອງກັນແນວທາງນະໂຍບາຍຂອງພັກ.

ຊຸດຝຶກອົບຮົມໃນຄັ້ງນີ້ ສຳມະນາກອນຈະໄດ້ຮຽນຮູ້ຄວາມຮູ້ພື່ນຖານກ່ຽວກັບວຽກງານຕິດຕາມ, ກວດກາພັກ, ລະບຽບວິໄນຂອງພັກ ແລະ ກວດກາການລົງວິໃນພັກ, ຂໍ້ກຳນົດ ວ່າດ້ວຍການຕິດຕາມ, ກວດກາຕາມການຈັດຕັ້ງຜົນການກວດກາ, ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາພັກ-ລັດ ແລະຮ່າງເກັບກຳຂໍ້ມູນສະຖິຕິພັກ ພ້ອມນີ້ ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນ ຄຳຄິດ-ຄຳເຫັນ ເຊິ່ງກັນ ແລະ ກັນ ຕື່ມອີກ

ບກ ທ່ານ ຄຳສາວ ເລືອງຄຳທິບ

ຂ່າວ ຄຳໝັ້ນ ພຽງພິລາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version