Home ຂ່າວຕ່າງປະເທດ ມິດຊູບີຊິ ຈະເພີ່ມການລົງທຶນ 10 ພັນຕື້ຣູເປຍ ຜະລິດລົດໄຟຟ້າ

ມິດຊູບີຊິ ຈະເພີ່ມການລົງທຶນ 10 ພັນຕື້ຣູເປຍ ຜະລິດລົດໄຟຟ້າ

0

ຕາມ​ຂ່າວ​ຈາກ ຊິນ​ຮວາ,​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ​ແອຣລັງກາ ຮາ​ຕາ​ໂຕ (Erlangka Hartarto),ລັດຖະມົນຕີ ປະສານ​ງານ​ ດ້ານ​​ເສດຖະກິດ ​ຂອງ​ອິນ​ໂດ​ເນ​ເຊຍ, ເປີດເຜີຍວ່າ: ບໍລິສັດ Mitsubishi Motors Corporation (Mitsubishi Motors Corporation), ຜູ້ຜະລິດລົດ ຍີ່ປຸ່ນຈະ​ເພີ່ມ ​ການ​ລົງທຶນ​ປະມານ 10 ພັນ​ຕື້ ​ຣູ​ເປຍ ​ໃນ​ໄລຍະ 3 ປີ​ຕໍ່ໜ້າ ​ແລະ ຜະລິດ​ລົດ​ໄຟຟ້າ​ໃໝ່​ ຢູ່​ອິນ​ໂດ​ເນ​ເຊຍ.

ສຳລັບ ​ປີ​ກາຍ​ນີ້ Mitsubishi ໄດ້ລົງທຶນ ທັງໝົດ 11,3ພັນຕື້ ຣູ​ເປຍ ເພື່ອຂະຫຍາຍ ການຜະລິດ ໃນອິນໂດເນເຊຍ.

(ພາກ​ຂ່າວ: ​ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version